ປະເທດໄທ ຄອງອັນດັບ 1 ນັກທ່ອງທ່ຽວທີ່ມາທ່ຽວລາວຫຼາຍທີ່ສຸດ


ນາງ ສຸດາພອນ ຄົມທະວົງ, ກໍາມະການພັກແຂວງ, ຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ປະກອບຄໍາເຫັນຕີລາຄາການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວ ແລະ ແຜນທ້າຍສະໄໝ ຕໍ່ກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ກາງສະໄໝ, ຄັ້ງທີ VIII, ຜ່ານມານີ້ວ່າ: ໂດຍປະຕິບັດຕາມຍຸດທະສາດຂອງແຂວງ ທີ່ໄດ້ຖືເອົາວຽກງານທ່ອງທ່ຽວ ເປັນບູລິມະສິດອັນດັບໜຶ່ງ, ເປັນເສົາຄ້ຳໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ມີຄຸນະພາບລະດັບພາກພື້ນ ແລະ ສາກົນ, ປົກປັກຮັກສາມໍລະດົກໂລກ ໃຫ້ມີຄວາມຍືນຍົງ, ເສດຖະກິດຂະຫຍາຍຕົວ ກາຍເປັນແຂວງມີລາຍຮັບໝັ້ນຄົງ, ສ້າງຫຼວງພະບາງ ໃຫ້ກາຍເປັນສູນກາງການທ່ອງທ່ຽວ ດ້ານທໍາມະຊາດ, ວັດທະນະທຳ ແລະ ປະຫວັດສາດ, ບໍລິການທາງຜ່ານເພື່ອເຂົ້າສູ່ບັນດາແຂວງພາກເໜືອ, ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະພັກ, ອົງການປົກຄອງແຂວງ ກໍຄືການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດການທ່ອງທ່ຽວ ໄດ້ມີຜົນສຳເລັດ, ກາລະໂອກາດ, ສິ່ງທ້າທ້າຍ ໃນທ່າມກາງທີ່ມີຄວາມຫຍຸ້ງຍາກ ຈາກການແຜ່ລະບາດ ຂອງພະຍາດໃນທົ່ວໂລກ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຂອງໂລກ, ພາກພື້ນ ແລະ ຂອງປະເທດເຮົາ. ແຕ່ດ້ວຍຄວາມເອົາໃຈໃສ່ ຂອງຄະນະພັກ ຄວາມເປັນເຈົ້າການສູງຕໍ່ໜ້າທີ່ຄວາມຮັບຜິດຊອບ, ຫຼວງພະບາງ ກໍຍັງຮັກສາໄດ້ນາມມະຍົດ ຂອງການເປັນເມືອງມໍລະດົກໂລກ ຍັງເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ.

ໃນໄລຍະກາງສະໄໝ 2 ປີ 5 ເດືອນຜ່ານມາ, ແຂວງຫຼວງພະບາງ ໄດ້ຮັບນັກທ່ອງທ່ຽວ ທັງໝົດ 1.080.823 ເທື່ອຄົນ, ທຽບໃສ່ແຜນ 5 ປີທີ່ວາງໄວ້ ແມ່ນ 4.093.482 ເທື່ອຄົນ, ເທົ່າກັບ 26,40%. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 427.185 ເທື່ອຄົນ, ເທົ່າກັບ 22,35%; ນັກທ່ອງທ່ຽວສາກົນ 653.638 ເທື່ອຄົນ,ເທົ່າກັບ 29,95%; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ 500.730.330 ໂດລາສາຫະລັດ, ທຽບໃສ່ແຜນການບັນລຸໄດ້ 38,16%; ສຳລັບ 5 ເດືອນ ຂອງປີ 2023 ມີນັກທ່ອງທ່ຽວທັງໝົດ 437.374 ເທື່ອຄົນ. ໃນນີ້, ມີນັກທ່ອງທ່ຽວສາກົນ 396.742 ເທື່ອຄົນ, ນັກທ່ອງທ່ຽວອັນດັບໜຶ່ງ ແມ່ນສັນຊາດໄທ, ອັນດັບສອງ ແມ່ນອາເມຣິກາ, ບັນດາປະເທດຢູໂຣບ ແລະ ຈາກ ສປ ຈີນ.​

ທ່ານຍັງກ່າວຕື່ມວ່າ ສຳລັບແຜນການທ້າຍສະໄໝ ຮອດປີ 2025 ສູ້ຊົນດຶງດູດນັກທ່ອງທ່ຽວ ໃຫ້ໄດ້ປະມານ 2.040.838 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ 566 ລ້ານໂດລາສະຫະລັດ, ພ້ອມນີ້ຍັງສືບຕໍ່ສຳຫຼວດ, ວິໄຈ ແລະ ປະເມີນຜົນການທ່ອງທ່ຽວແຕ່ລະໄລຍະ ໂດຍສະເພາະ ຄ່າສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ ແລະ ຄວາມເພິ່ງພໍໃຈ, ໂດຍສືບຕໍ່ພັດທະນາໂຄງລ່າງພື້ນຖານ ຂະໜາດນ້ອຍ ແລະ ຂະໜາດກາງ ທີ່ຕິດພັນກັບເຂດທ່ອງທ່ຽວ, ແຫຼ່ງທ່ອງທ່ຽວທົ່ວແຂວງ ໃຫ້ມີຈຸດສຸມ ແລະ ປະກອບສິ່ງອຳນວຍຄວາມສະດວກ ທີ່ທັນສະໄໝໃຫ້ແກ່ນັກທ່ອງທ່ຽວ ເພື່ອເປັນພື້ນຖານກ້າວໄປສູ່ການສ້າງຕົວເມືອງ ໃຫ້ເປັນ ຕົວເມືອງທ່ອງທ່ຽວ ແບບອັດສະລິຍະ ໃນຕໍ່ໜ້າ, ຊຸກຍູ້ການລົງທຶນ ສ້າງສິ່ງຮອງຮັບດ້ານທີ່ພັກ, ດ້ານການສະໜອງອາຫານ, ເຄື່ອງທີ່ລະນຶກ ທີ່ເປັນເອກະລັກ, ການທ່ອງທ່ຽວກະສິກໍາ, ລົດໄຟຟ້າ ໃນຕົວເມືອງ ແລະ ອື່ນໆ, ດຳເນີນການຫັນໄປສູ່ຄຸນະພາບສາກົນ ຕາມ 7 ມາດຕະຖານອາຊຽນ, ສ້າງກົນໄກຄຸ້ມຄອງ ຫົວໜ່ວຍທຸລະກິດການທ່ອງທ່ຽວ, ພະນັກງານນຳທ່ຽວ ແລະ ສືບຕໍ່ປັບປຸງລະບົບການບໍລິຫານຄຸ້ມຄອງແຫຼ່ງທ່ອງທ່ຽວ, ສ້າງແຮງດຶງດູດດ້ານການຕະຫຼາດ, ການຈັດກິດຈະກໍາ ເພື່ອສົ່ງເສີມວັດທະນະທໍາ, ບຸນປະເພນີຕ່າງໆ ໃຫ້ເປັນຂະບວນການຂອງສັງຄົມ ຢ່າງກວ້າງຂວາງ, ຊຸກຍູ້ການໂຄສະນາ, ປະຊາສໍາພັນຈຸດເດັ່ນຂອງແຂວງ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວ ຜ່ານສື່ສັງຄົມ ອອນລາຍ ໃຫ້ມີຫຼາຍຮູບແບບ, ຫຼາຍສີສັນ, ປັບປຸງກົນໄກການຄຸ້ມຄອງ ຫົວໜ່ວຍທຸລະກິດການທ່ອງທ່ຽວ ໃຫ້ເຂົ້າສູ່ລະບຽບຫຼັກການ, ສືບຕໍ່ຜັນຂະຫຍາຍການຮ່ວມມືຢ່າງຮອບດ້ານ ຢ່າງມີຫຼັກການຂອງພັກ ຕໍ່ກັບສາກົນ, ປະເທດເພື່ອນມິດ ແລະ ຄູ່ຮ່ວມມືດ້ານການພັດທະນາ ເພື່ອຊອກຫາແຫຼ່ງທຶນ ພັດທະນາຫຼວງພະບາງ ໃຫ້ກາຍເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວ ທີ່ມີຄຸນະພາບ ແລະ ມີຄ່າໃຊ້ຈ່າຍສູງ.

ຂໍ້ມູນຈາກ: https://cutt.ly/iwtrMnLh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/