ຫຼັງຈາກມີການເປີດຕົວບໍລິສັດຂອງຕົນເອງ ຢ່າງ Lloud Co. ຫຼ້າສຸດທາງ Lisa ໄດ້ປະກາດການຮ່ວມມືຄັ້ງໃໝ່ຢ່າງເປັນທາງການກັບຄ້າຍ RCA Records ຄ້າຍເພງລະດັບໂລກໃນເຄືອຂອງ Sony Music ສຳລັບການລຸຍງານເພງດ່ຽວຢ່າງເຕັມຕົວ ໂດຍພາຍໃຕ້ການຮ່ວມມືນີ້ທາງ Lisa ຍັງຄົງເປັນເຈົ້າຂອງລິຂະສິດເພງທັງໝົດ.
ໃນການຖະແຫຼງການຄວາມຮ່ວມຂອງ Peter Edge ຊີອີໂອຂອງ RCA Records ແລະ John Fleckenstein ຊີໂອໂອ ໄດ້ກ່າວວ່າ “ພວກເຮົາຮູ້ສຶກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນພັນທະມິດກັບທາງ Lisa ແລະ Lloud Co. ເຮົາຮູ້ຕື່ນເຕັ້ນທີ່ໄດ້ຕ້ອນຮັບທັງ Lisa ແລະ ທີມງານ ເຂົ້າສູ່ຄອບຄົວ RCA Records”
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/