ຕິດຫຼິ້ນສື່ອອນລາຍຫຼາຍເກີນໄປສ່ຽງເປັນໂຣກຊຶມເສົ້າ

xr:d:DAGCCXNzpNM:3,j:463169312873569675,t:24041017


ໃນປັດຈຸບັນ ເຕັກໂນໂລຊີ​ໄດ້ເຂົ້າ​ມີ​ບົດບາດ​ສຳຄັນ​ຍິ່ງ​ຂຶ້ນ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຄົນເຮົາ ແລະ ສະມາດໂຟນກໍປຽບດັ່ງປັດໄຈທີ 5 ໃນກິດຈະວັດຂອງແຕ່ລະມື້ໄປແລ້ວ ເນື່ອງຈາກວ່າ, ສະມາດໂຟນສາມາດເຮັດໃຫ້ເຮົາເຂົ້າເຖິງຂໍ້ມູນຕ່າງໆໄດ້ງ່າຍ ແລະ ວ່ອງໄວ ພ້ອມທັງເຂົ້າເຖິງສື່ສັງຄົມອອນລາຍເຊັ່ນ: Facebook, Twitter, Instagram ແລະ ແອັບພິເຄຊັນອື່ນໆທີ່ຫຼາກຫຼາຍ.

ແຕ່ແນວໃດກໍຕາມ, ຍັງມີບັນຫາການຕິດສື່ສັງຄົມອອນລາຍເກີດຂຶ້ນຫຼາຍໃນສັງຄົມ ເຊິ່ງບັນຫານີ້ອາດຈະເຮັດໃຫ້ເກີດມີອາການຊຶມເສົ້າ, ຄຽດ, ກັງວົນໃຈ, ສະມາທິສັ້ນ ແລະ ໂຣກໄບໂພລ່າ ເພາະການໃຊ້ສະມາດໂຟນ ຫຼື ສື່ສັງຄົມອອນລາຍເປັນເວລາດົນໆ ຈະເຮັດໃຫ້ໄດ້ຮັບພັກຜ່ອນໜ້ອຍລົງ ຍ້ອນວ່າຕົນເອງຢູ່ໃນໂລກອອນລາຍຫຼາຍເກີນໄປ ໂດຍພົວພັນກັບຄົນອ້ອມຂ້າງໜ້ອຍລົງ.

ທ່ານສາມາດເລີ່ມຕົ້ນກວດເຊັກອາການຂອງທ່ານວ່າຕິດສື່ສັງຄົມອອນລາຍບໍ່ ດັ່ງຕໍ່ໄປນີ້:

1.ຢູ່ກັບສື່ສັງຄົມ ຫຼາຍກວ່າຄວາມເປັນຈິງ

2.ເວລາທີ່ບໍ່ໃຊ້ສື່ສັງຄົມ ມັກຈະຮູ້ສຶກບໍ່ສະບາຍ ຫຼື ອາລົມຫງຸດຫງິດ

3.ພະຍາຍາມຄວບຄຸມພຶດຕິກຳການຫຼິ້ນສື່ສັງຄົມໃຫ້ໜ້ອຍລົງແຕ່ບໍ່ສາມາດຄວບຄຸມມັນໄດ້

4.ຄິດຫາສື່ອອນລາຍບໍ່ວ່າຈະເຮັດຫຍັງຢູ່ກໍຕາມ

5.ເມື່ອຮູ້ສຶກເຄັ່ງຄຽດ, ມັກໃຊ້ສື່ສັງຄົມເພື່ອຜ່ອນຄາຍຄວາມຄຽດ

6.ມີການຕົວະ ຫຼື ປົກປິດ ເພື່ອທີ່ຈະໄດ້ຫລິ້ນສື່ອອນລາຍ

7.ສື່ອອນລາຍເຮັດໃຫ້ກະທົບເຖິງການເຮັດວຽກ ຫຼື ບັນຫາຄວາມສໍາພັນກັບຄົນໃກ້ຊິດ.

ບົດລາຍງານຈາກ American Academy of Pediatrics ທີ່ຊີ້ບອກເຖິງຜົນກະທົບທາງລົບຂອງສື່ສັງຄົມຕໍ່ເດັກນ້ອຍ ແລະ ໄວໜຸ່ມໄວ້ວ່າ ການຫຼິ້ນສື່ອອນລາຍຢ່າງຕໍ່ເນື່ອງທຸກໆມື້ຈະກາຍເປັນການເສບຕິດ, ອາດຈະເຮັດໃຫ້ເກີດ “ພາວະຊຶມເສົ້າ” ແລະ ພຶດຕິກຳນີ້ສາມາດເກີດຂື້ນໃນຜູ້ໃຫຍ່ໄດ້ເຊັ່ນກັນ. ອາການເສບຕິດດັ່ງກ່າວສົ່ງຜົນກະທົບຕໍ່ຊີວິດຂອງຄົນເຮົາລວມມີການລະເລີຍຊີວິດສ່ວນຕົວ, ການບຽດບຽນ, ບໍ່ເຂົ້າສັງຄົມ, ອາລົມປ່ຽນແປງ, ມີຄວາມອົດທົນຕໍ່າ ແລະ ອື່ນໆ.

ພ້ອມກັນນີ້, ສື່ສັງຄົມອອນລາຍຍັງເຮັດໃຫ້ໂສກເສົ້າ ຫຼື ມີຄວາມສຸກໜ້ອຍລົງ ເພາະ​ການ​ໃຊ້​ສະມາໂຟນນີ້​ມີ​ການ​ເຊື່ອມ​ໂຍງ​ກັບ​ຄວາມ​ສຸກ​ທີ່​ເກີດຂຶ້ນພຽງຊົ່ວຄາວ ແລະ ເຮັດໃຫ້ຄວາມພຶງພໍໃຈໃນຊີວິດຫຼຸດລົງ ເນື່ອງຈາກວ່າການເອົາຕົນເອງໄປຢູ່ໃນສື່ອອນລາຍຕະຫຼອດເວລາ ຈະເຮັດໃຫ້ເຈົ້າຕັດການເຊື່ອມຕໍ່ຈາກໂລກທີ່ແທ້ຈິງ. ມັນສົ່ງຜົນເຮັດໃຫ້ຮູ້ສຶກໂດດດ່ຽວ ແລະ ກາຍເປັນການທຳລາຍສຸຂະພາບຈິດໂດຍບໍ່ຮູ້ຕົວ.

ວິທີແກ້ໄຂບັນຫາ

ພະຍາຍາມຈໍາກັດການນໍາໃຊ້ສື່ສັງຄົມອອນລາຍຂອງທ່ານໂດຍກຳນົດເວລາການຫຼິ້ນຢ່າງຊັດເຈນ ແລະ ພະຍາຍາມຊອກຫາກິດຈະກໍາອື່ນໆເຮັດ ເຊັ່ນ: ກິດຈະກຳຍາມວ່າງທີ່ທ່ານສົນໃຈ, ການອອກ​ກໍາ​ລັງ​ກາຍ​, ພົບປະໝູ່ເພື່ອນ ຫຼື ຍາດພີ່ນ້ອງ, ທ່ອງ​ທ່ຽວຊອກຫາເຮັດກິດຈະກໍາ ເພື່ອບັນເທົາຄວາມກົດດັນ.

ອ້າງອີງ:

https://cutt.ly/zw4QQQAq

https://cutt.ly/iw4Qm5PB

https://cutt.ly/ew4QmsjK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/