ປີ 2023 ຂະແໜງການ ອຸດສາຫະກຳ ຂອງ ສປປ ລາວ ມີການຂະຫຍາຍຕົວ 5-17%

xr:d:DAGCFCuyJUQ:3,j:3825106484752483466,t:24041104


ທ່າມການຄວາມຝືດເຄືອງ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ ປີ 2023  ທີ່ຜ່ານມາ ຂະແໜງການ ອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມີການຂະຫຍາຍຕົວຕັ້ງແຕ່ 2,1% ໄປຮອດ 17,75%.

ມູນ​ຄ່າ​ການຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ ປີ 2023 ແມ່ນສາມາດ​ປະຕິບັດ 14.531  ຕື້ກີບ,​ ເມື່ອທຽບໃສ່​ໄລຍະ​ດຽວກັນ​ຂອງປີ​ຜ່ານ​ມາ​ເຫັນ​ວ່າ​ມີອັດຕາເພີ່ມຂຶ້ນ 10%. ໃນປີ 2022 ​ມີມູນຄ່າ 13.210 ຕື້ກີບ.

ອີງຕາມຂໍ້ມູນຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ໃນຄ່າ​ການຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ ປີ 2023 ປະເພດສິນຄ້າທີ່ມີມູນຄ່າຫຼາຍທີ່ສຸດແມ່ນໄດ້ແກ່ ປະເພດ ສະບຽງອາຫານ ມູນຄ່າ 3.403 ຕື້ກີບ, ປະເພດ ເຄື່ອງດື່ມ 2.426 ຕື້ກີບ, ເຄື່ອງນຸ່ງຫົ່ມ 1.809 ຕື້ກີບ, ເຈ້ຍ ແລະ ຜະລິດຕະພັນເຈ້ຍ 1.168 ຕື້ກີບ ແລະ ອື່ນໆ.

ມູນຄ່າການຈໍລະຈອນສິນຄ້າພາຍໃນແມ່ນ 78.432 ຕື້ກີບ, ເມື່ອທຽບໃສ່​ໄລຍະ​ດຽວກັນ​ຂອງປີ​ 2022 ຫັນ​ວ່າມີອັດຕາເພີ່ມຂຶ້ນ 9%.  ມູນຄ່າການຄ້າຕ່າງປະເທດປະ​ຕິ​ບັດ​ໄດ້  15,558 ລ້ານໂດລາ, ​ໃນ​ນີ້ມູນ​ຄ່າ​ສົ່ງ​ອອກ​ແມ່ນ  8.369 ລ້ານ​ໂດ​ລາສະ​ຫະ​ລັດ,  ເມື່ອທຽບໃສ່ໄລຍະ​ດຽວກັນ​ຂອງ​ປີຜ່ານ​ມາ ​ເຫັນ​ວ່າ​ມີອັດຕາເພີ່ມຂຶ້ນ 2,1%;  ສໍາລັບ​ມູນ​ຄ່າ​ນຳ​ເຂົ້າ​ແມ່ນ 7.188 ລ້ານໂດ​ລາ​ສະ​ຫະ​ລັດ ​​ເມື່ອທຽບໃສ່ໄລຍະ​ດຽວກັນ​ຂອງ​ປີຜ່ານ​ມາເຫັນ​ວ່າ​​ມີອັດຕາເພີ່ມຂຶ້ນ 5,6%.

ໃນນີ້ສິນຄ້າສົ່ງອອກຫຼັກໄດ້ແກ່ ໄຟຟ້າ 2.382 ລ້ານໂດລາ, ຄຳປະສົມ-ຄຳແທ່ງ 703 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 467 ລ້ານໂດລາ, ແຮ່ທອງ 425 ລ້ານໂດລາ, ແຮ່ເຫຼັກ 411 ລ້ານໂດລາ. ສ່ວນຫຼາຍແມ່ນສົ່ງໄປໄທ ປະມານ 2.884 ລ້ານໂດລາ, ຈີນ ປະມານ 2.504 ລ້ານໂດລາ, ຫວຽດນາມ ປະມານ 1.391 ລ້ານໂດລາ, ອອສເຕຣເລຍ ປະມານ 385 ລ້ານໂດລາ ແລະ ກໍາປູເຈຍ ປະມານ 200 ລ້ານໂດລາ.

ສ່ວນ ສິນຄ້ານຳເຂົ້າ ສ່ວນໃຫຍ່ແມ່ນ ພວກນໍ້າມັນ ກາຊວນ  952 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 606 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 580 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 451 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ, ແອັດຊັງພິເສດ 428 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 344 ລ້ານໂດລາສະຫະລັດ. ໂດຍນຳເຂົ້າມາຈາກ ໄທ ປະມານ 3.334 ລ້ານໂດລາ, ຈີນ ປະມານ 2.393 ລ້ານໂດລາ, ຫວຽດນາມ ປະມານ 349 ລ້ານໂດລາ, ສະຫະລັດອາເມຣິກາ 226 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 159 ລ້ານ ໂດລາ.

ນອກຈາກນີ້ ການ​ຂຶ້ນທະບຽນ ​ແລະ ວິ​ສາ​ຫະກິດ ມີ 21.285 ຫົວໜ່ວຍ, ລວມທຶນ​ຈົດ​ທະບຽນທັງໝົດ​ 209.674 ຕື້ກີບ ທຽບ​ໃສ່​ໄລຍະ​ດຽວກັນຂອງ​ປີຜ່ານມາ​ ​ເຫັນ​ວ່າມີ​ຈຳນວນຫົວໜ່ວຍ​ວິ​ສາ​ຫະກິດ​ທີ່ມາ​ແຈ້ງຂຶ້ນ​ທະບຽນ ເພີ່ມຂຶ້ນ 17,75%, ​ຂະ​ແໜງການ​ທຸ​ລະ​ກິດ​ທີ່​ມີ​ຈຳ​ນວນ​ຫົວ​ໜ່ວຍ​ວິ​ສາ​ຫະ​ກິດ ມີ​​ມູນ​ຄ່າການ​​ລົງ​ທຶນ​ເພີ່ມຂຶ້ນ ໃນນັ້ນແມ່ນ ​ວິ​ສາ​ຫະ​ກິດ​​ທີ່​ກ່ຽວ​ກັບ ການຄ້າ ຂາຍຍົກ-ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ, ການກໍ່ສ້າງ, ອຸດສາຫະກຳປຸງແຕ່ງ, ການເຄື່ອນໄຫວໃຫ້ທີ່ພັກເຊົາ ແລະ ບໍລິການ ອາຫານ, ການຂົນສົ່ງ ແລະ ສາງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/