ກຸງເທບມະຫານະຄອນ ອອກໜັງສືແຈ້ງໃຫ້ໂຮງຮຽນ ພິຈາລະນາ ປົດລັອກໃຫ້ນັກຮຽນສາມາດນຸ່ງຊຸດຫຍັງມາຮຽນກໍໄດ້ ອາທິດລະ 1 ມື້


ກຸງເທບມະຫານະຄອນ ປະເທດໄທ ໄດ້ສົ່ງໜັງສືໄປຫາໂຮງຮຽນ 437 ໂຮງຮຽນໃນສັງກັດ ໂດຍມີເນື້ອໃນໃຫ້ປົດລັອກ ບໍ່ຕ້ອງໃສ່ຊຸດນັກຮຽນ ມາຮຽນໜັງສືຢ່າງໜ້ອຍໜຶ່ງມື້ຕໍ່ອາທິດ ລວມເຖິງປ່ອຍໃຫ້ຈົ່ງຜົມແບບອິດສະຫຼະ ເພື່ອບໍ່ເປັນການກະທົບສິດທິມະນຸດ ແຕ່ຕ້ອງຢູ່ເທິງພື້ນຖານ ຂອງສຸຂະອະນາໄມທີ່ດີ.

ໂດຍລາຍງານລະບຸວ່າ ກຸງເທບມະຫານະຄອນ (ກທມ) ໄດ້ມີການອອກໜັງສືໄປຫາສໍານັກງານເຂດ ຈໍານວນ 2 ສະບັບ ກໍຄືເລື່ອງອະນຸໂລມໃຫ້ນັກຮຽນສາມາດຈົ່ງຜົມໄດ້ແບບອິດສະຫຼະ ແລະ ການໃຫ້ສິດນຸ່ງເຄື່ອງຫຍັງມາຮຽນກໍໄດ້ ຢ່າງໜ້ອຍ 1 ມື້ຕໍ່ອາທິດ.

ໂດຍໃນໜັງສືມີເນື້ອໃນວ່າ ເລື່ອງຂອງເເນວທາງ ການນຸ່ງຖື ຫຼື ວ່າຊົງຜົມ ຖືເປັນການເຄົາລົບສິດທິ ແລະ ສັກສີຄວາມເປັນມະນຸດຂອງນັກຮຽນ ຈຶ່ງໃຫ້ໂຮງຮຽນ ເຮັດຂໍ້ກໍານົດໃຫ້ນັກຮຽນສາມາດເຮັດຊົງຜົມໄດ້ແບບອິດສະຫຼະ ເທິງພື້ນຖານຂອງສຸຂະອະນາໄມທີ່ດີ, ສະອາດ, ສົ່ງເສີມບຸກຄະລິກກະພາບ ແລະ ຄວາມໝັ້ນໃຈ. ຈາກນັ້ນກໍໃຫ້ນໍາໄປປະຊາສໍາພັນໃຫ້ຮູ້ກ່ອນນໍາໄປປະກາດໃຊ້ ເຊິ່ງໃນກໍລະນີທີ່ນັກຮຽນບໍ່ສາມາດປະຕິບັດຂໍ້ກໍານົດດັ່ງກ່າວໄດ້ ໃຫ້ໂຮງຮຽນ ຮັບຟັງຄວາມຄິດເຫັນຈາກນັກຮຽນ ແລະ ຜູ້ປົກຄອງກ່ອນ ເພື່ອທີ່ຈະເຮັດຄວາມເຂົ້າໃຈ ແລະ ຕົກລົງຮ່ວມກັນ. ແຕ່ຫ້າມບໍ່ໃຫ້ມີການດໍາເນີນການໃນລັກສະນະທີ່ຈະກະທົບຕໍ່ສິດທິເສລີພາບ ທາງຮ່າງກາຍ ແລະ ຈິດໃຈຂອງນັກຮຽນ ເຊັ່ນ: ການຕັດຜົມ ແລະ ການເຮັດໃຫ້ອັບອາຍ.

ນອກຈາກນີ້ທາງ ກທມ ຍັງໄດ້ອອກໜັງສືແນວທາງການນຸ່ງຖືຂອງນັກຮຽນ ໂຮງຮຽນທີ່ຢູ່ໃນສັງກັດຂອງ ກທມ  ໂດຍລະບຸວ່າ ຕາມລະບຽບທີ່ກະຊວງສຶກສາທິການ ວ່າດ້ວຍເຄື່ອງແບບນັກຮຽນ ພສ 2551 ຂໍ້ທີ 15 ໄດ້ມີການກໍານົດວ່າ ສະຖານສຶກສາໃດຈະກໍານົດໃຫ້ນັກຮຽນນຸ່ງເຄື່ອງແບບ ລູກເສືອ, ເນດນາລີ, ເຄື່ອງໃນວິຊາທະຫານ, ເຄື່ອງພື້ນເມືອງ, ຊຸດໄທ, ຊຸດຈໍາລອງ, ຊຸດເຝິກງານ, ຊຸດກິລາ, ຊຸດສິລະປະ ແລະ ອື່ນໆ ແທນເຄື່ອງແບບນັກຮຽນຕາມລະບຽບນີ້ ໃຫ້ແຕ່ລະສະຖາບັນກໍານົດມື້ວ່າຈະເປັນມື້ໃດ ໂດຍຄໍານຶງເຖິງຄວາມປະຢັດ ແລະ ຄວາມເໝາະສົມ ເພື່ອເປັນການລົດຄ່າໃຊ້ຈ່າຍຂອງຜູ້ປົກຄອງ

ຈຶ່ງໃຫ້ໂຮງຮຽນ ໃນສັງກັດກຸງເທບມະຫານະຄອນ ຈັດເຮັດຂໍ້ກໍານົດໃຫ້ນັກຮຽນນຸ່ງຖືດ້ວຍຊຸດໃດກໍໄດ້ທີ່ບໍ່ເປັນການບັງຄັບຢ່າງໜ້ອຍໜຶ່ງມື້ຕໍ່ອາທິດ ໂດຍໃຫ້ນັກຮຽນເປັນຜູ້ມີສ່ວນຮ່ວມໃນການກໍານົດ ຈາກນັ້ນໃຫ້ນໍາໄປປະຊາສໍາພັນໃຫ້ຮູ້ທົ່ວໄປກ່ອນໄປປະກາດໃຊ້ ໃນກໍລະນີທີ່ມີນັກຮຽນບໍ່ສາມາດປະຕິບັດຕາມຂໍ້ກໍານົດໄດ້ໃຫ້ເປັນໄປຕາມຄວາມຕ້ອງການຂອງນັກຮຽນຜູ້ນັ້ນ ຈະນຸ່ງຊຸດນັກຮຽນ, ຊຸດກິລາ ຫຼື ຊຸດອື່ນໆ ທີ່ໂຮງຮຽນມີກໍານົດໃຫ້ຢູ່ແລ້ວແຕ່ຫ້າມບໍ່ໃຫ້ມີການດໍາເນີນການໃນລັກສະນະທີ່ຈະກະທົບຕໍ່ສິດເສລີພາບທາງຮ່າງກາຍແລະ ຈິດໃຈ ໂດຍໃຫ້ຄໍານຶງເຖິງຄວາມຫຼາກຫຼາຍ ບໍ່ວ່າຈະເປັນທາງສາສະໜາ ແລະ ເພດຂອງນັກຮຽນ

ໂດຍປະກາດທັງ 2 ສະບັບຂອງ ກທມ ລົງວັນທີ 26 ມິຖຸນາ ປີ 2023 ໂດຍນາງ ວັນທະນີ ວັດທະນະ ຮອງຜູ້ວ່າການກຸງເທບມະຫານະຄອນ ເປັນຜູ້ລົງນາມໃນໜັງສືດັ່ງກ່າວ ພ້ອມກັນນີ້ໃນ ເອກະສານດັ່ງກ່າວ ຍັງລະບຸວ່າ ເຫັນຄວນມອບໃຫ້ຝ່າຍການສຶກສາຕໍ່ໄປ.

ຂອບໃຈຂໍ້ມູນຈາກ: mgronline, ​Workpoint today

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/