Food Coma ອາການເຫງົານອນພາຍຫຼັງກິນອາຫານອີ່ມ


ກິນອີ່ມແລ້ວໜັງທ້ອງຕຶງ ໜັງຕາຢ່ອນ ອາການຫາວນອນກຳລັງຖາມຫາ ຫຼື ໃນຂະນະນີ້ທ່ານກຳລັງເປັນຢູ່? ອາການເຫຼົ່ານີ້ເປັນເລື່ອງປົກກະຕິຂອງຄົນເຮົາ ອັນເນື່ອງມາຈາກກິດຈະວັດປະຈຳວັນຂອງເຮົາທີ່ກໍ່ໃຫ້ເກີດຄວາມເມື່ອຍລ້າບໍ່ວ່າຈະເປັນ ຈາກການເຮັດວຽກ, ການຮຽນ ຫຼື ເຮັດພາລະກິດຕ່າງໆ. ການຕອບແທນທີ່ດີຄົງຈະໜີ້ບໍ່ພົ້ນຄາບອາຫານທ່ຽງອັນແຊບຊ້ອຍຫຼາກຫຼາຍເມນູ ພາຍຫຼັງທີ່ກິນອາຫານອີ່ມແລ້ວອາການທີ່ເກີດຂຶ້ນຂອງຄົນສ່ວນຫຼາຍແມ່ນຫາວນອນ ແລະ ຕ້ອງການພັກຜ່ອນ.

ແລ້ວທ່ານຮູ້ຫຼືບໍ່ ອາການເຫຼົ່ານີ້ມີຊື່ເອີ້ນກັນວ່າ “Food Coma” ເຊິ່ງເປັນຊື່ເອີ້ນຂອງອາການເຫງົານອນຫຼັງຈາກຮັບປະທານອາຫານ ແລະ ໃນພາສາທາງການແພດເອີ້ນວ່າ Postprandial Somnolence ອາການນີ້ມັກຈະເກີດຂຶ້ນຫຼັງຈາກອາຫານທ່ຽງ ແລະ ຖ້າຫາກວ່າຍິ່ງເປັນຄາບເຂົ້າທີ່ມີອາຫານຫຼາກຫຼາຍ ທັງອາຫານຄາວ ແລະ ຂອງຫວານ ອາການເຫງົານອນຍິ່ງເພີ່ມຫຼາຍຂຶ້ນ.

ອາການ Food Coma ເກີດຂຶ້ນໄດ້ກັບທຸກຄົນ ແຕ່ສ່ວນຫຼາຍແລ້ວຈະແມ່ນໄວໜຸ່ມ ຫຼື ໄວເຮັດວຽກ ດ້ວຍຄວາມທີ່ເຮັດວຽກໜັກຈາກຕອນເຊົ້າແລ້ວອາຫານທ່ຽງຫຼາກຫຼາຍເມນູ ພ້ອມກັບຣົດຊາດອາຫານແຊບໆກໍຄົງຈະແມ່ນອີກໜຶ່ງວິທີທີ່ສ້າງຄວາມສຸກໄດ້, ດ້ວຍຄວາມສ້າງສັນຂອງເມນູ, ຣົດຊາດອາຫານທັງຂອງຄາວ ແລະ ຈົບທ້າຍດ້ວຍຂອງຫວານທີ່ອຸດົມໄປດ້ວຍຄາໂບໄຮເດດ, ໂປຣຕີນ ແລະ ໄຂມັນ.

ເມື່ອອາຫານທ່ຽງນີ້ເຂົ້າສູ່ຂະບວນການຍ່ອຍອາຫານ. ນອກຈາກຈະກາຍເປັນນ້ຳຕານແລ້ວ ມັນຍັງເປັນອາຊິດອະມິໂນ (amino) ທີ່ເອີ້ນວ່າ: ທຣິບໂຕເຟນ (Tryptophan) ເຊິ່ງອາຊິດອະມິໂນນີ້ມີຜົນຕໍ່ການລົດຜ່ອນຄວາມຕຶງຄຽດ, ຊ່ວຍໃຫ້ນອນຫຼັບສະບາຍ ເມື່ອສະໝອງ ແລະ ຮ່າງກາຍຮູ້ສຶກຜ່ອນຄາຍ ຈຶ່ງເກີດອາການເຫງົານອນນັ້ນເອງ.

ນອກຈາກອາຊິດອະມິໂນແລ້ວ ນໍ້າຕານທີ່ໄດ້ຮັບຈາກການຍ່ອຍອາຫານເມື່ອເຂົ້າສູ່ກະແສເລືອດແລ້ວ ກໍສາມາດເຮັດໃຫ້ເຫງົານອນໄດ້ ເພາະໃນຄາບອາຫານທີ່ໃຫຍ່ (ອາຫານຫຼາຍເມນູ, ຫຼາຍຣົດຊາດ) ລະດັບນໍ້າຕານໃນເລືອດຈະເພີ່ມຂຶ້ນຫຼາຍ ເມື່ອເປັນແນວນັ້ນຮ່າງກາຍຈະຫຼັ່ງຮໍໂມນອິນຊູລິນ (Insulin) ອອກມາເພື່ອລົດລະດັບນໍ້າຕານໃນເລືອດໃຫ້ເປັນປົກກະຕິ (ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ) ຂະບວນການນີ້ເຮັດໃຫ້ຮ່າງກາຍຫຼັ່ງເຊໂຣໂທນິນ (Serotonin) ແລະ ເມລາໂທນິນ (Melatonin) ອອກມາເຊິ່ງເປັນສານແຫ່ງການນອນຫຼັບ. 

ນອກ​ຈາກ​ Food Coma ຈະເກີດຈາກການກິນອາຫານຫຼາຍເກີນໄປແລ້ວ ທາງດ້ານຂະໜາດ ແລະ ປະເພດອາຫານທີ່ບໍລິໂພກຍັງມີສ່ວນອີກດ້ວຍ ເຊັ່ນ: ຊີ້ນ, ໄຂ່ແດງ, ໜັງ ແລະ ໄຂມັນຕິດຊີ້ນສັດ ມັນໃຊ້ເວລາດົນໃນການຍ່ອຍອາຫານ ສົ່ງຜົນໃຫ້ລະບົບການເຜົາຜານຂອງຮ່າງກາຍຊ້າລົງ.

ແຕ່ນອກເໜືອໄປກວ່ານີ້ ການນອນບໍ່ຫຼັບ, ພັກຜ່ອນບໍ່ພຽງພໍ  ຫຼື ເຮັດວຽກຫຼາຍເກີນໄປ ເປັນເຫດສົ່ງຜົນໃຫ້ເກີດອາການເມື່ອຍລ້າໃນລະຫວ່າງມື້  ​ແລະ​ ເກີດອາການ Food Coma ຫຼາຍ​ຂຶ້ນ.

ກ່າວໄດ້ວ່າ  Food Coma ເປັນອີກອຸປະສັກໜຶ່ງສໍາລັບໄວເຮັດວຽກ. ມື້ນີ້, ພວກເຮົາໄດ້ນຳເອົາວິທີ 6 ແກ້ອາການ Food Coma ມາຝາກຜູ້ອ່ານທຸກຄົນ

1. ນອນພັກຜ່ອນໃຫ້ພຽງພໍ ໃນໄລຍະເວລາປະມານ 7-8 ຊົ່ວໂມງຕໍ່ຄືນ.

2. ຫຼີກເວັ້ນການປະຊຸມໃນຕອນບ່າຍປ່ຽນເປັນປະຊຸມໃນຕອນເຊົ້າແທນ ເພາະຕອນເຊົ້າສະໝອງຈະປອດໂປ່ງ ແລະ ເຮັດວຽກໄດ້ດີທີ່ສຸດ.

3. ຈັດຕາຕະລາງວຽກທີ່ສໍາຄັນໄວ້ຕອນເຊົ້າ ແລະ ວຽກເບົາໄວ້ຕອນບ່າຍ.

4. ກິນອາຫານແຕ່ພໍດີ ແລະ ຫຼີກເວັ້ນອາຫານທີ່ມີຄາໂບໄຮເດດ, ທາດໂປຣຕີນ ແລະ ໄຂມັນ.

5. ດື່ມນ້ຳບໍ່ຕໍ່າກວ່າ 8 ຈອກຕໍ່ມື້.

6.ບໍ່ນັ່ງດົນເກີນໄປ ພະຍາຍາມລຸກຂຶ້ນ ແລະ ຍ່າງເຄື່ອນໄຫວຮ່າງກາຍທຸກໆ 30 ນາທີ  ຫຼື 1 ຊົ່ວໂມງ ເພື່ອບໍ່ໃຫ້ຮ່າງກາຍເມື່ອຍລ້າ.

ສຸດທ້າຍແລ້ວ, ເພື່ອບໍ່ໃຫ້ເກີດອາການ Food coma ໃນລະຫວ່າງມື້ ທ່ານເອງກໍຕ້ອງພະຍາຍາມເລືອກກິນອາຫານທີ່ເປັນປະໂຫຍດ, ພັກຜ່ອນໃຫ້ພຽງພໍ ແລະ ຈັດສັນເວລາການເຮັດວຽກໃຫ້ເໝາະສົມ ເພື່ອໃຫ້ກິດຈະວັດປະຈຳວັນດຳເນີນໄປຢ່າງມີປະສິດທິພາບ.

ອ້າງອີງແຫຼ່ງທີ່ມາ:

https://cutt.ly/xwyOiRM3

https://cutt.ly/UwyOoeUa

https://cutt.ly/GwyOolrR

https://cutt.ly/AwyOoAVP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/