Tesla ເລີ່ມຍິງໂຄສະນາເປັນຄັ້ງທຳອິດໃນປະຫວັດສາດ 20 ປີຂອງບໍລິສັດ ສະທ້ອນການແຂ່ງຂັນໃນຕະຫຼາດລົດ EV ທີ່ເພີ່ມສູງຂຶ້ນ


Tesla Inc ບໍລິສັດທີ່ມີມູນຄ່າໃນຕະຫຼາດ 790 ຕື້ໂດລາສະຫະລັດ ດຳເນີນທຸລະກິດ ມາແລ້ວ 20 ກວ່າປີ ໂດຍທີ່ບໍ່ມີການຍິງໂຄສະນາໃນອິນເຕີເນັດເລີຍ. ແຕ່ຫຼ້າສຸດ ທ່າມກາງການແຂ່ງຂັນໃນຕະຫຼາດ ລົດ EV ທີ່ເພີ່ມສູງຂຶ້ນ ທາງບໍລິສັດໄດ້ເລີ່ມຍິງໂຄສະນາ ຜ່ານ Google Ads ເປັນຄັ້ງທຳອິດແລ້ວ ຫຼັງການປະກາດຂອງ ອີລອນ ມາກ ຜູ້ບໍລິຫານຂອງ Tesla ເມື່ອປະມານ 1 ເດືອນທີ່ຜ່ານມາ. ຢ້ອນກັບໄປເມື່ອປະມານ 1 ເດືອນທີ່ຜ່ານມາ ອີລອນ ມາກ ປະກາດປັບປ່ຽນຍຸດທະສາດ ຈາກທີ່ບໍລິສັດຈະບໍ່ໂຄສະນາແບບເກົ່າໆ ເພື່ອນຳເງິນໄປພັດທະນາຜະລິດຕະພັນ ມາເປັນ ຈະເລີ່ມເຮັດໂຄສະນາຜ່ານທາງ ສື່ສັງຄົມອອນລາຍ ເພື່ອຮັບມືກັບການແຂ່ງຂັນໃນຕະຫຼາດລົດ EV ທີ່ເພີ່ມຂຶ້ນ ໂດຍ ອີລອນ ມາກ ກ່າວໃນກອງປະຊຸມວ່າ: “ເຮົາຈະເລີ່ມເຮັດໂຄສະນາ ເລັກໜ້ອຍ ແລະ ມາເບິ່ງກັນວ່າມັນຈະເປັນແນວໃດ”.

ໂດຍທີ່ຜ່ານມາ ບັນດານັກລົງທຶນ ແລະ ຜູ້ຖືຮຸ້ນ ຕ່າງກໍໄດ້ຮຽກຮ້ອງໃຫ້ CEO ຄົນນີ້ ພະຍາຍາມເຮັດໂຄສະນາເພື່ອຜະລິດຕະພັນມາຕະຫຼອດ ເຊັ່ນການໂຄສະນາໃຫ້ຮູ້ເຖິງຈຸດເດັ່ນຂອງລົດ Tesla ຫຼື ຂໍ້ດີອັນພົ້ນເດັ່ນຂອງລົດໄຟຟ້າ.

ຈົນມາຮອດປັດຈຸບັນນີ້ ເຮົາໄດ້ເລີ່ມເຫັນໂຄສະນາຂອງ Tesla ແບບຊັດເຈນຂຶ້ນແລ້ວ ໂດຍມີຜູ້ໃຊ້ງານ Google ບາງຄົນໄດ້ເລີ່ມສັງເກດເຫັນໂຄສະນາຂອງ Tesla ຜ່ານການຄົ້ນຫາໃນ Google. ໂດຍໂຄສະນາຂອງ Tesla ເບິ່ງຄືຈະຂຶ້ນໃຫ້ສະເພາະຜູ້ໃຊ້ງານ ໃນປະເທດອັງກິດ.

ນັບເປັນການເລີ່ມຕົ້ນໂຄສະນາຂອງບໍລິສັດ ທີ່ບໍ່ເຄີຍເຫັນການໂຄສະນາໃດໆ ຜ່ານແພລັດຟອມໃດໆມາກ່ອນ ເຊິ່ງຕໍ່ໄປຫຼາຍຝ່າຍກໍເບິ່ງວ່າ Tesla ອາດປັບປຸງງົບການໂຄສະນາ ຄ້າຍຄືກັບບໍລິສັດອື່ນໆ ໃນຕະຫຼາດລົດ EV ເພື່ອຮັບມືກັບການແຂ່ງຂັນທີ່ສູງຂຶ້ນ.

ໃນອະນາຄົດ ຫຼາຍຝ່າຍເບິ່ງວ່າ Tesla ຈະເຮັດໂຄສະນາໃນຮູບແບບການໃຫ້ຄວາມຮູ້ກ່ຽວກັບ ຄວາມສາມາດ ຜົນປະໂຫຍດ ຫຼື ຂໍ້ດີຂອງລົດ Tesla ຫຼື ລົດໄຟຟ້າ ເຊິ່ງສອດຄ່ອງກັບຄວາມຕ້ອງການຂອງນັກລົງທຶນ ທີ່ມັກຈະສະແດງຄວາມບໍ່ພໍໃຈຕໍ່ຄວາມຈິງກ່ຽວກັບຂໍ້ມູນຂອງຜະລິດຕະພັນ ທີ່ຜູ້ໃຊ້ງານບໍ່ຮູ້ເຖິງຂໍ້ດີຂອງຜະລິດຕະພັນ ແລະ ຢາກໃຫ້ທາງບໍລິສັດຜະລິດໂຄສະນາກ່ຽວກັບຜະລິດຕະພັນອອກມາ.

ໃນໄລຍະທີ່ຜ່ານມາ Tesla ຖືບໍລິສັດລົດໄຟຟ້າ ອັນດັບ 1 ​ຂອງໂລກມາຕະຫຼອດ ໂດຍບໍ່ເສຍຄ່າໂຄສະນາເລີຍແມ່ນແຕ່ 1 ໂດລາ ໂດຍເປັນການໃຊ້ກົນລະຍຸດ Silence Marketing ຫຼື ເປັນການເຮັດການໂຄສະນາສິນຄ້າ ໂດຍຕົວມັນເອງ, ການໂຄສະນາແບບປາກຕໍ່ປາກ ຫຼື ແມ່ນແຕ່ການໂຄສະນາຜ່ານຕົວຜູ້ບໍລິຫານຢ່າງ ອີລອນ ມາກ ເອງ ຫຼື ທີ່ຄົນມັກເອີ້ນກັນວ່າ CEO Marketing.

ແຕ່ດ້ວຍສະຖານະການຕະຫຼາດທີ່ຖືກກະທົບ ແລະ ປ່ຽນໄປ ມີການແຂ່ງຂັນທີ່ສູງຂຶ້ນ ອາດຕ້ອງເຮັດໃຫ້ ອີລອນ ມາກ ຕ້ອງກືນນໍ້າລາຍຕົນເອງ ຫັນມາເຮັດໂຄສະນາຫຼາຍຂຶ້ນ ຈາກທີ່ເມື່ອກ່ອນອອກຕົວຢ່າງແຮງວ່າ ຕົນເປັນຄົນທີ່ຊັງການໂຄສະນາທີ່ສຸດ.

ຂອບໃຈຂໍ້ມູນຈາກ: electrek, marketthink, teslarati

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/