ກວດພົບຜູ້ປ່ວຍມາລາເຣຍຄັ້ງທຳອິດ ໃນຮອບ 20 ປີ ໃນສະຫະລັດອາເມຣິກາ


ນັບເປັນຄັ້ງທຳອິດໃນຮອບ 20 ປີທີ່ມີການຢືນຢັນວ່າມີຜູ້ປ່ວຍຕິດເຊື້ອມາລາເຣຍໃນພື້ນທີ່ຂອງ ສະຫະລັດອາເມຣິກາ ເຮັດໃຫ້ໜ່ວຍງານດ້ານສຸຂະພາບຂອງລັດຖະບານກາງ ອອກມາເຕືອນປະຊາຊົນໃຫ້ລົດຄວາມສ່ຽງການແຜ່ກະຈາຍໂຣກເຊັ່ນ ການພົກສະເປກັນຍຸງ ແລະ ທຳລາຍພື້ນທີ່ທີ່ມີນ້ຳຂັງ ເປັນຕົ້ນ.

ວັນທີ 27 ມິຖຸນາ 2023 ສຳນັກຂ່າວຕ່າງປະເທດລາຍງານວ່າ ສູນຄວບຄຸມ ແລະ ປ້ອງກັນໂຣກຂອງສະຫະລັດອາເມຣິກາ (US CDC) ໄດ້ກວດພົບຜູ້ປ່ວຍເປັນໄຂ້ມາລາເຣຍກຸ່ມທຳອິດໃນຮອບ 20 ປີ ໂດຍມີຈຳນວນທັງໝົດ 5 ຄົນ ໂດຍທີ່ 4 ຄົນອາໄສຢູ່ໃນລັດຟໍລິດາ ແລະ ອີກ 1 ຄົນອາໄສຢູ່ໃນລັດເທັກຊັດ.

ຜູ້ປ່ວຍທັງ 5 ໄດ້ຮັບການບົ່ງມະຕິໂຣກວ່າໄດ້ຮັບເຊື້ອ P. vivax ຈາກຍຸງກົ້ນປ່ອງ ເຊິ່ງເປັນເຊື້ອທີ່ກໍ່ໃຫ້ເກີດຄວາມຮຸນແຮງຂອງໂຣກໄດ້ໜ້ອຍ ແຕ່ຫາກຜູ້ປ່ວຍບໍ່ໄດ້ຮັບການປິ່ນປົວກໍສ່ຽງມີອາການທີ່ຮຸນແຮງໄດ້ ໂດຍໄຂ້ມາລາເຣຍເປັນໜຶ່ງໃນໂຣກທີ່ມີຍຸງເປັນພາຫະນຳໂຣກ ແລະ ອາດຈະມີຄວາມສ່ຽງທີ່ຈະເສຍຊີວິດໄດ້ໃນກຸ່ມຜູ້ປ່ວຍທີ່ມີອາການຮຸນແຮງ. ທາງ US CDC ກໍໄດ້ອອກປະກາດເຕືອນວ່າ ການກວດພົບຜູ້ປ່ວຍມາລາເຣຍເປັນເຫດສຸກເສີນທາງການແພດ ບຸກຄົນໃດມີອາການຜິດປົກກະຕິ ຫຼື ສົງໄສວ່າຈະເປັນໄຂ້ມາລາເຣຍໃຫ້ເຂົ້າພົບແພດຢ່າງຮີບດ່ວນ.

ໂຣກມາລາເຣຍເກີດຈາກປໍລະສິດ 5 ສາຍພັນທີ່ມັກຈະຢູ່ໃນຍຸງເພດແມ່ທີ່ເປັນພາຫະນຳໂຣກ ໂດຍຜູ້ປ່ວຍຈະມີການຕ່າງໆເຊັ່ນ ມີໄຂ້, ອາການໜາວສັ່ນ, ເຈັບຫົວ ແລະ ປວດກ້າມຊີ້ນ ຮູ້ສຶກອ່ອນລ້າ, ອ່ອນເພຍ ພ້ອມກັບອາການປວດຮາກ ຜູ້ປ່ວຍບາງຄົນອາດຈະມີພາວະໝາກໄຂ່ຫຼັງອ່ອນເພຍ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດ.

ແຕ່ເຖິງຢ່າງໃດ US CDC ກໍໄດ້ລະບຸວ່າ ຄວາມສ່ຽງຕໍ່ໂຣກມາລາເຣຍຍັງຄົງຕ່ຳຫຼາຍໃນອາເມຣິກາ ແລະ ຜູ້ປ່ວຍສ່ວນໃຫຍ່ທີ່ກວດພົບມັກມີປະຫວັດທີ່ເດີນທາງອອກນອກປະເທດ ໂດຍ 95% ຂອງຜູ້ປ່ວຍມັກກວດພົບໃນປະເທດແຖບອາຟຣິກາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/