Adobe ເປີດຕົວຟີເຈີໃໝ່ Generative Recolor ທີ່ຂັບເຄື່ອນດ້ວຍພະລັງ AI Firefly ເພື່ອຍົກລະດັບຄວາມ Creative ໄປອີກຂັ້ນ


Adobe ໄດ້ເປີດຕົວຄຸນສົມບັດໃໝ່ຊື່ວ່າ Generative Recolor (Beta) ອອກມາໃຫ້ເຫຼົ່າບັນດາ creators ໃນ Illustrator ຜູ້ທີ່ມີຄວາມຄິດສ້າງສັນທັງຫຼາຍບໍ່ວ່າຈະເປັນ ການອອກແບບກຣາຟຟິກສໍາລັບການໂຄສະນາ, ຄອນເທັນອອນລາຍ ຫຼື packaging ໃນໂທນສີຕ່າງໆໄດ້ຢ່າງງ່າຍດາຍ ໂດຍໃຊ້ພະລັງຂອງ AI ຈາກ Firefly. ທ່ານສາມາດເພີດເພີນໄປກັບການທົດລອງໃຊ້ສີສັນຕ່າງໆໄດ້ຢ່າງວ່ອງໄວ ພຽງເເຕ່ໃສ່ Prompt ກໍສາມາດປ່ຽນສີທັງຜົນງານໄດ້ໃນພິບຕາ.

ໂດຍຄຸນສົມບັດຂອງ Generative Recolor ຮຸ່ນ Beta ໃນ Illustrator ມີຫຼັກການເຮັດວຽກງ່າຍໆ ທີ່ຈະມາຊ່ວຍເເບ່ງເບົາພາລະຂອງ creators ທີ່ກຳລັງປະເຊີນກັບບັນຫາໃນການອອກແບບ vector ສີຕ່າງໆ. ໂດຍ creators ພຽງເເຕ່ເລືອກ vector ທີ່ອອກເເບບເອົາໄວ້ເເລ້ວກົດເຂົ້າ Generative Recolor, ພ້ອມກັບ Prompt ທີ່ຕ້ອງການໃຫ້ AI ໃສ່ສີໂດຍອັດຕະໂນມັດ. ເຊິ່ງຜົນທີ່ໄດ້ຮັບຈາກການໃຊ້ຄຸນສົມບັດດັ່ງກ່າວ, ຈະຊ່ວຍໃຫ້ creators ປະຢັດເວລາໄດ້ຫຼາຍ ເເລະ ມີເວລາຫຼາຍຂຶ້ນສໍາລັບວຽກງານອື່ນໆທີ່ຕ້ອງໃຊ້ຄວາມຄິດສ້າງສັນ.

  • ຄຸນສົມບັດເບື້ອງຕົນຂອງ Generative Recolor (Beta)
  • ກວດຫາສີໄດ້ໄວຂຶ້ນ: ປະຢັດເວລາໂດຍການປ່ຽນສີກຣາຟຟິກໄດ້ໄວ ແລະ ອັດສະລິຍະ ດ້ວຍການໃຊ້ຂໍ້ຄວາມຄໍາສັ່ງງ່າຍດາຍ
  • ຊອກຫາ ແລະ ປ່ຽນສີ: ທົດລອງໃຊ້ສີຕ່າງໆ, palettes ແລະ themes ໄດ້ຢ່າງງ່າຍດາຍເພື່ອໃຫ້ໄດ້ຮູບຊົງທີ່ເໝາະສົມກັບງານສິລະປະຂອງເຮົາ.
  • ສ້າງຊຸດສີທີ່ຫຼາກຫຼາຍເເບບ: ສ້າງສີສັນຕ່າງໆທີ່ຫຼາກຫຼາຍຈາກໄຟລ໌ສິລະປະໄຟລ໌ດຽວ. ສໍາລັບການນໍາໃຊ້ໃນ social media, ການສັ່ງພິມ ແລະ ເວັບໄຊ.

ທີ່ມາ:

https://cutt.ly/NwyLJkQX

https://cutt.ly/0wyLJRN2

https://cutt.ly/3wyLJS9l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/