ຈາກໝາປ່າສູ່ໝາລ້ຽງ! ໝາໄຊບີຣຽນ ບໍ່ສາມາດເປັນຍາມທີ່ດີໄດ້ ແຕ່ເຮັດໃຫ້ມະນຸດຫຼົງຮັກໄດ້ ເພາະຄວາມຕະຫຼົກ ແລະ ເປັນມິດ


ນ້ອງໝາສາຍພັນໄຊບີຣຽນຮັສກີ້ ເປັນອີກສາຍພັນໜຶ່ງທີ່ຄົນນິຍົມລ້ຽງ ບາງຄົນທີ່ບໍ່ໄດ້ລ້ຽງກໍສຳຜັດໄດ້ຈາກວິດີໂອຈາກທາງໂຊຊຽວຕ່າງໆ ເຊິ່ງໃຜເຫັນກໍພ້ອມພຽງກັນອອກສຽງວ່າ ເປັນໝາທີ່ໜ້າຮັກອີກພັນໜຶ່ງ ພ້ອມທັງມີຄວາມຕະຫຼົກ ມີສະເໜ່ສະເພາະຕົວ ຫຼື ເບິ່ງອີກຢ່າງໜຶ່ງກໍຄືເປັນໝາທີ່ເປັນມິດທີ່ສຸດ.

ບາງຄັ້ງໝາສາຍພັນນີ້ ກໍຮ້ອງຢ່າງກະຕືລືລົ້ນ ເຫົ່າຫອນຄືຈະຮ້ອງເພງໃຫ້ມະນຸດຟັງ ຫຼື ບາງຄັ້ງກໍທຳລາຍເຄື່ອງຂອງໃຫ້ຄົນລ້ຽງເມືື່ອຍໃຈ ເປັນຄວາມປັ່ນປວນເຮັດໃຫ້ຄົນລ້ຽງເຈັບຫົວ ເຖິງຈະເປັນແບບນີ້ມັນກໍໄດ້ສ້າງຄວາມສຸກຄວາມມ່ວນໃຫ້ແກ່ຄົນອ້ອມຂ້າງ ຫຼື ຄົນທີ່ພົບເຫັນ ໂດຍສະເພາະໃນວິດີໂອໃດໜຶ່ງ.

ເປັນຫຍັງໝາສາຍພັນນີ້ ຈຶ່ງມີຄວາມດື້ຢ ເປັນຫຍັງຄືສຽງດັງ ຫຼື ເປັນຫຍັງຄືແປກ? ຄຳຖາມເຫຼົ່ານີ້ມັກປາກົດຂຶ້ນຢູ່ສະເໝີີກັບຫຼາຍໆຄົນເມື່ອພົບເຫັນນ້ອງໄຊບີຣຽນ ຖ້າຢາກຮູ້ຕອນທີ່ມັນງຽບສະຫງົບກໍຄົງແມ່ນຕອນທີ່ມັນຫຼັບ ກາລັນຕີຈາກຄົນລ້ຽງໄດ້. ໄຊບີຣຽນຮັສກີ້ ເປັນສາຍພັນທີ່ມີຄວາມກະຕືລືລົ້ນຫຼາຍ ມີຄວາມສະຫຼາດຄ່ອງແຄ້ວ ເປັນອິດສະຫຼະ ດື້ ແລະ ຕິດຕະຫຼົກ. ພວກມັນຈະເປັນມິດທີ່ດີຕໍ່ໝາສາຍພັນອື່ນ ແລະ ສັດລ້ຽງສາຍພັນອື່ນໆ, ເຂົ້າກັບຄົນແປກໜ້າໄດ້, ມັກຄົນທຸກເພດທຸກໄວ, ມີຄວາມແຂງແຮງ. ແຕ່ດ້ວຍນິດໄສເຫຼົ່ານັ້ນ ຈຶ່ງເຮັດໃຫ້ມັນເປັນໝາເຝົ້າຍາມທີ່ດີບໍ່ໄດ້ ແລະ ທີ່ສຳຄັນ ຮັສກີ້ ມັກທີ່ຈະໃຊ້ເວລາຢູ່ກັບເຈົ້າຂອງ ເລີຍເຮັດໃຫ້ພຶດຕິກຳຂອງເຮົາມີຜົນຕໍ່ພຶດຕິກຳຂອງມັນເຊັ່ນດຽວກັນ.

ຜູ້ຊ່ຽວຊານຫຼາຍຄົນກ່າວວ່າ ການທີ່ນ້ອງໄຊເຫົ່າຫອນນັ້ນ ເປັນເພາະຄົນຢອກເລີຍສົ່ງສຽງ ຫຼື ເສົ້າ ເປັນເພາະການໃຫ້ຮາງວັນແກ່ໝາໂດຍບໍ່ຮູ້ເມື່ອ ເຮັດໃຫ້ພວກມັນມີທ່າອ່ຽງວ່າຈະສ້າງພຶດຕິກຳນັ້ນຕະຫຼອດ. ສາຍພັນນີ້ ຕ້ອງເຝິກໃຫ້ມັນສ້າງຄວາມສຳພັນ ພວກມັນບໍ່ຕ້ອງການຖືກຖິ້ມໃຫ້ຢູ່ໂດດດ່ຽວເປັນເວລາດົນນານ ການໄດ້ຮັບຄວາມຮັກ, ເວລາ ແລະ ການເອົາໃຈໃສ່ຈະຊ່ວຍໃຫ້ພວກມັນມີຄວາມສຸກ.

ຂໍ້ມູນຈາກ:

https://bit.ly/3Met59a
https://bit.ly/3nPHOOC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/