Elon Musk ກຽມລາອອກຈາກຕຳແໜ່ງຜູ້ບໍລິຫານຂອງ Twitter ເຮັດໃຫ້ຮຸ້ນຂອງ Tesla ເພີ່ມຂຶ້ນ 2%


ວັນທີ 11 ພຶດສະພາ ອີລອນ ມາກສ (Elon Musk) ມະຫາເສດຖີຊື່ດັງ ແລະ ເຈົ້າຂອງ Twitter ປະກາດວ່າ ຕົນເອງນັ້ນກຽມອອກຈາກຕໍາແໜ່ງຜູ້ບໍລິຫານ ຫຼື CEO ຂອງ Twitter ເພື່ອໃຫ້ຄົນອື່ນມາແທນ ສ່ວນຕົນເອງ ຈະຍ້າຍໄປເບິ່ງແຍງດ້ານຜະລິດຕະພັນ ແລະ ດ້ານເທັກນິກແທນ ເຮັດໃຫ້ຮຸ້ນຂອງ Tesla ເພີ່ມຂຶ້ນ 2% ສະແດງເຖິງຄວາມພໍໃຈໃນຂ່າວນີ້ຂອງນັກລົງທຶນ.

ໂດຍ ອີລອນ ເປີດເຜີຍຜ່ານທາງບັນຊີສ່ວນຕົວວ່າ ປະທານເຈົ້າໜ້າທີ່ບໍລິຫານຄົນໃໝ່ຈະເລີ່ມປະຕິບັດງານໃນອີກ 6 ອາທິດທາງໜ້າ ແຕ່ຍັງບໍ່ເປີດເຜີຍຊື່ຂອງຜູ້ບໍລິຫານໃໝ່ຄົນນັ້ນ ບອກພຽງແຕ່ວ່າເປັນແມ່ຍິງ.

ນອກຈາກນີ້ ອີລອນ ຍັງກ່າວອີກວ່າ ລາວຈະກ້າວຂຶ້ນໄປໃນຕຳແໜ່ງ ປະທານກຳມະການບໍລິຫານ ແລະ ປະທານ ເຈົ້າໜ້າທີ່ຝ່າຍເທັກໂນໂລຢີ ເຊິ່ງຈະຮັບຜິດຊອບດ້ານຜະລິດຕະພັນ ຊອຟແວ ແລະ ການປະຕິບັດການດ້ານລະບົບ.

ໂດຍກ່ອນໜ້ານີ້ ມີລາຍງານວ່າ ນັກລົງທຶນຫຼາຍຄົນຂອງບໍລິສັດ Tesla ກັງວົນວ່າ ອີລອນ ຈະໃຫ້ຄວາມສົນໃຈກັບ Twitter ຈົນກະທົບກັບການບໍລິຫານ Tesla ແລະ ເບິ່ງວ່າ ອີລອນ ຄວນກັບມາເບິ່ງແຍງ ແລະ ເອົາໃຈໃສ່ພັດທະນາໃຫ້ບໍລິສັດຜະລິດລົດໄຟຟ້າດີກວ່າ ເຊິ່ງລາວດຳລົງຕໍາແໜ່ງປະທານເຈົ້າໜ້າທີ່ບໍລິຫານຢູ່ຂະນະນີ້.

ແຕ່ພາຍຫຼັງການປະກາດດັ່ງກ່າວຂອງ ອີລອນ ເຮັດໃຫ້ລາຄາຮຸ້ນຂອງ ບໍລິສັດ Tesla Inc ດີດຕົວຂຶ້ນທັນທີ 2,10% ຈາກ 169,55 ໂດລາຕໍ່ຮຸ້ນ ມາເປັນ 172,08 ຕໍ່ຮຸ້ນ ສະແດງເຖິງຄວາມພໍໃຈໃນຂ່າວນີ້ຂອງນັກລົງທຶນ.

ແຕ່ຢ່າງໃດກໍຕາມ ການທີ່ Twitter ຈະມີ CEO ຄົນໃໝ່ ເຂົ້າມາແທນ ອີລອນ ມາກສ ກໍບໍ່ແມ່ນເລື່ອງແປກແຕ່ຢ່າງໃດ ເພາະກ່ອນໜ້ານີ້ ອີລອນ ມາກສ ກໍເຄີຍບອກວ່າ ລາວຈະລົງຈາກຕຳແໜ່ງ CEO ຖ້າຫາກມີຄົນເຂົ້າມາຮັບໜ້າທີ່ດັ່ງກ່າວຕໍ່ຈາກລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/