ມາເລເຊຍໄດ້ກຳນົດໃຫ້ມີການຫ້າມໃຊ້ຖົງພລາສຕິກທົ່ວປະເທດພາຍໃນປີ 2025 ເພື່ອຮັກສາສິ່ງແວດລ້ອມ


Nik Nazmi Nik Ahmad ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ກ່າວ​ວ່າ ລັດຖະບານ​ມາ​ເລ​ເຊຍ​ມີ​ເປົ້າ​ໝາຍ​ໃນການ​ຫ້າມໃຊ້​ຖົງ​ພລາສຕິກ​​ທົ່ວ​ທຸກພາກທຸລະ​ກິດ​ໃນ​ທົ່ວ​ປະ​ເທດ​ພາຍ​ໃນ​ປີ 2025. ໂດຍແຄັມເປນ “No Plastic Bags” ຈະຖືກປະຕິບັດໄປເປັນຂັ້ນໆ ເຊິ່ງຈະເລີ່ມຈາກສະຖານທີ່ຕັ້ງທຸລະກິດທີ່ແນ່ນອນເຊັ່ນ: ຮ້ານສັບພະສິນຄ້າ ແລະ ຮ້ານຄ້າບາງແຫ່ງ ແລ້ວຈະຂະຫຍາຍໄປສູ່ສະຖານທີ່ຕັ້ງທຸລະກິດອື່ນໆຫຼັງຈາກນຳໄປໃຊ້ໃນຮ້ານຄ້າທັງໝົດພາຍໃນປີ 2025.

ຄວາມຄິດລິເລິ່ມນີ້ນຳໂດຍລັດຖະບານຂອງລັດຕ່າງໆ ເຊິ່ງເປັນແຜນການໄລຍະຍາວເພື່ອກຳຈັດມົນລະພິດທີ່ເກີດຈາກພລາສຕິກທີ່ໃຊ້ເທື່ອດຽວແລ້ວຖິ້ມໃນມາເລເຊຍ, ໂດຍຈະເລີ່ມການເຄື່ອນໄຫວດັ່ງກ່າວທີ່ລັດ Selangor Penang Johor ແລະ Negri Sembilan.

ລັດຖະມົນຕີວ່າການກະຊວງໄດ້ລະບຸວ່າ ຄຳສັ່ງຫ້າມໃນປັດຈຸບັນມີຜົນບັງຄັບໃຊ້ສະເພາະກັບສະຖານປະກອບການເຊັ່ນ: ຮ້ານສັບພະສິນຄ້າ, ມິນິມາດ ແລະ ຮ້ານຂາຍເຄື່ອງຍ່ອຍ. ແລະ ໃນໄວໆນີ້ຈະຂະຫຍາຍອອກໄປຄອບຄຸມເຖິງຮ້ານຂາຍເຄື່ອງຕາມທາງ.

Nik Nazmi Nik Ahmad ໄດ້​ກ່າວ​ຄຳ​ປາ​ໄສໃນງານ Madani Reusable Bag and No Plastic Bag ວ່າ “ການຈັດການຂີ້ເຫຍື້ອພລາສຕິກແມ່ນບັນຫາໃຫຍ່. ໂດຍມາ​ເລ​ເຊຍ​ແມ່ນ​ໜຶ່ງ​ໃນ 10 ປະ​ເທດຊັ້ນນຳ​ທີ່​ປະສົບ​ກັບ​ບັນຫາ​ນີ້.

ອີງຕາມການລາຍງານຂອງກອງທຶນໂລກເພື່ອທໍາມະຊາດ (WWF), ມາເລເຊຍໄດ້ນໍາໃຊ້ພລາສຕິກ 148,000 ໂຕນ ສໍາລັບການຫຸ້ມຫໍ່ອາຫານພຽງຢ່າງດຽວໃນປີ 2020. ເຊິ່ງນີ້ບໍ່ແມ່ນສະຖິຕິທີ່ໜ້າພູມໃຈ”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/