Elon Musk ຂາຍຮຸ້ນ Tesla 22 ລ້ານຮຸ້ນ ມູນຄ່າ 3.580 ລ້ານໂດລາ ນັບເປັນການຂາຍຄັ້ງທີ 2 ຫຼັງຈາກເຂົ້າຊື້ກິດຈະການ Twitter

elon-musk-ຂາຍຮຸ້ນ-tesla

ເມື່ອວັນທີ 15 ທັນວາ BBC ລາຍງານວ່າ Elon Musk ມະຫາເສດຖີອັນດັບຕົ້ນໆຂອງໂລກ ໄດ້ເຮັດການເທຂາຍຮຸ້ນຂອງບໍລິສັດລົດໄຟຟ້າ Tesla ຈຳນວນ 22 ລ້ານຫຸ້ນ ລວມມູນຄ່າແມ່ນ 3.580 ລ້ານໂດລາ  ແລະການຂາຍຮຸ້ນໃນຄັ້ງນີ້ກໍຖືເປັນຄັ້ງທີສອງນັບຕັ້ງແຕ່ Elon Musk ເຂົ້າຊື້ກິດຈະການ Twitter ເຊິ່ງສົ່ງຜົນໃຫ້ປີນີ້ມູນຄ່າຮຸ້ນ Tesla ລົດລົງກວ່າ 60% ໂດຍເປັນຮຸ້ນທີ່ໃຫ້ຜົນຕອບແທນທີ່ຕ່ຳທີ່ສຸດໃນກຸ່ມເທັກໂນໂລຢີ ແລະ ລົດ.

elon-musk-ຂາຍຮຸ້ນ-tesla

ຂໍ້ມູນຈາກໜ່ວຍງານກຳກັບດູແລທາງການເງິນສະຫະລັດ (US financial regulator) ເປີດເຜີຍວ່າ ຮຸ້ນ Tesla ຖືກຂາຍໄປເມື່ອວັນ ຈັນ, ອັງຄານ ແລະ ພຸດ ໃນອາທິດນີ້ ເຮັດໃຫ້ປີນີ້ Elon Musk ຂາຍຮຸ້ນ Tesla ໄປແລ້ວທັງໝົດປະມານ 40.000 ລ້ານໂດລາ ສ່ວນສາເຫດຂອງການຂາຍຄັ້ງຫຼ້າສຸດນັ້ນ ແມ່ນຍັງບໍ່ໄດ້ຮັບການເປີດເຜີຍ.

elon-musk-ຂາຍຮຸ້ນ-tesla

ແລະເມື່ອອາທິດທີ່ຜ່ານມາ Elon Musk ກໍໄດ້ປະກາດຂາຍຮຸ້ນເທສລາ 19,5 ລ້ານຫຸ້ນ ມູນຄ່າ 3.950 ໂດລາ ຫຼັງຈາກທີ່ບັນລຸຂໍ້ຕົກລົງການເຂົ້າຊື້ກິດຈະການ Twitter ທີ່ມີມູນຄ່າ 44.000 ລ້ານໂດລາ ແຕ່ເຖິງຢ່າງນັ້ນຈາກຂໍ້ມູນຂອງ  Refinitiv ເຊິ່ງເປັນຜູ້ບໍລິການຂໍ້ມູນຕະຫຼາດການເງິນໄດ້ອອກມາເປີຍວ່າ ເຖິງ Musk ຈະຂາຍຮຸ້ນໄປເປັນຈຳນວນຫຼາຍແຕ່ Musk ກໍຍັງເປັນຜູ້ຖືຮຸ້ນລາຍໃຫຍ່ຂອງ Tesla ຢູ່ໂດຍມີສັດສ່ວນຢູ່ທີ່ 13,4%.

ເມື່ອວັນພຸດທີ 14 ທັນວາທີ່ຜ່ານມາ ມູນຄ່າຮຸ້ນ Tesla ໃນດັດຊະນີແນສແດັກ (Nasdaq) ໃນຕະຫຼາດຮຸ້ນນິວຢອກ ປິດຕໍ່າກວ່າ 500 ລ້ານໂດລາ ເຊິ່ງນັບເປັນຄັ້ງທຳອິດຕັ້ງແຕ່ປີ 2020 ແລະເຮັດໃຫ້ຮຸ້ນ Tesla ກາຍເປັນຮຸ້ນທີ່ຜົນຕອບຮັບທີ່ບໍ່ດີທີ່ສຸດໃນກຸ່ມບໍລິສັດຜູ້ຜະລິດລົດຍັກໃຫຍ່ໃນປີນີ້ ເນື່ອງຈາກນັກລົງທຶນກັງວົນວ່າການເຂົ້າຊື້ Twitter ເຮັດໃຫ້ Musk ມີຄວາມລັງເລຄວາມສົນໃຈຈາກ Tesla.

elon-musk-ຂາຍຮຸ້ນ-tesla

ນອກຈາກນີ້ນັກລົງທຶນຍັງກັງວົນວ່າ ຄວມຕ້ອງການລົດໄຟຟ້າ Tesla ອາດຕໍ່າລົງ ເນື່ອງຈາກພາວະເສດຖະກິດທີ່ຖົດຖອຍ ຕົ້ນທຶນກູ້ຢືມສູງ ແລະບໍລິສັດລົດອື່ນໆ ແມ່ນເລີ່ມເລັ່ງຜະລິດພະລັງງານໄຟຟ້າເຊັ່ນກັນ ພ້ອມຍັງໄດ້ຮັບຜົນກະທົບຈາກການເອີ້ນລົດໄຟຟ້າຄືນມາຈຳນວນຫຼາຍອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/