ໃນວັນທີ 26 ກັນຍາ 2022 ຕຳຫຼວດສາກົນ (Interpol) ໄດ້ປະກາດອອກໝາຍແດງນຳຈັບຕົວ ໂດ ຄວອນ ຜູ້ກໍ່ຕັ້ງ Terra ຫຼັງຈາກການຫຼົ້ມສະຫຼາຍຂອງລະບົບນິເວດ Terra ເມື່ອເດືອນພຶດສະພາ 2022 ທີ່ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍ ໃຫ້ຕະຫຼາດຄຣິບໂຕຢ່າງຫຼວງຫຼາຍ.

ເຊິ່ງຫຼ້າສຸດ ຫຼັງການອອກໝາຍຈັບໄດ້ພຽງມື້ດຽວ ໂດ ຄວອນ ທີ່ຕອນນີ້ຖືກລະບຸວ່າກຳລັງຫຼົບໜີຢູ່ ໄດ້ອອກມາໂພສຂໍ້ຄວາມລົງໃນໂລກອອກລາຍວ່າ: “ຂ້ອຍບໍ່ໄດ້ພະຍາຍາມໜີແຕ່ແນວໃດ ຕອນນີ້ກຳລັງນັ່ງຂຽນ Code ຢູ່ຫ້ອງນັ່ງຫຼິ້ນ”.

ໂດຍເມື່ອຖືກຖາມກ່ຽວກັບໝາຍແດງນຳຈັບທີ່ຖືກອອກໂດຍຕຳຫຼວດສາກົນ ຕາມຄຳຮ້ອງຂອງເກົາຫຼີໃຕ້ ໂດ ຄວອນ ກໍຍັງເຮັດຄືເສີຍໆ ແລະ ໄດ້ຕອບວ່າ “ຂ້ອຍບໍ່ພົບຫຍັງເລີຍ” ພ້ອມກັບໃສ່ລິ້ງເວັບໄຊຂອງຕຳຫຼວດສາກົນລົງໄປໃນ Twitter ສ່ວນຕົວອີກນຳ.
ແຕ່ກໍມີສະມາຊິກໃນຊຸມຊົນ ຄຣິບໂຕ ອອກມາໂຕ້ກັບຄືນວ່າ: “ປົກກະຕິແລ້ວ ປະກາດໝາຍແດງສ່ວນໃຫຍ່ບໍ່ໄດ້ເປີດເຜີຍຕໍ່ສາທາລະນະ ແລະ ຈຳກັດສະເພາະການບັງຄັບໃຊ້ທາງກົດໝາຍເທົ່ານັ້ນ” ແຕ່ ໂດ ຄວອນ ກໍໄດ້ບອກຕື່ມວ່າຂໍ້ມູນເຫຼົ່ານີ້ຄວນເປີດເຜີຍຕໍ່ສາທາລະນະຊົນ.

ຢ່າງໃດກໍຕາມ ໂດ ຄວອນ ກໍບໍ່ໄດ້ຕອບຄຳຖາມທີ່ວ່າ ປັດຈຸບັນລາວໄດ້ອາໄສຢູ່ປະເທດສິງກະໂປແທ້ຫຼືບໍ່ ແຕ່ລາວກໍຢືນຢັນມາຕະຫຼອດວ່າ ບໍ່ໄດ້ພະຍາຍາມໜີຈາກທາງການ ແຕ່ຢ່າງໃດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment