ສປປ ລາວ ສືບຕໍ່ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາປະເທດຊາດ ແລະ ສ້າງສາຍພົວພັນກັບປະເທດຕ່າງໆໃນໂລກ

ສປປລາວ

ໃນວັນທີ 24 ກັນຍາ 2022 ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ທີ່ ນະຄອນນິວຢອກ, ໂດຍທ່ານໄດ້ຍົກໃຫ້ເຫັນບັນຫາສິ່ງທ້າທາຍຕ່າງໆທີ່ປະຊາຄົມໂລກພວມປະເຊີນໜ້າໃນປັດຈຸບັນ, ເຊິ່ງໃນນັ້ນ ຂອບການຮ່ວມມືຫຼາຍຝ່າຍ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການຮ່ວມມືເພື່ອການພັດທະນາ ພວມຖືກກົດໜ່ວງ, ໃນຂະນະທີ່ມາດຕະການຝ່າຍດຽວ ພັດຖືກນຳໃຊ້ຢ່າງກວ້າງຂວາງ ແຕ່ບໍ່ສາມາດຊ່ວຍແກ້ໄຂບັນຫາໃດໆໄດ້ໃນຕົວຈິງ, ໃນທາງກົງກັນຂ້າມໄດ້ສ້າງຄວາມອັບປະໂຫຍດມາສູ່ທຸກຝ່າຍ ແລະ ນຳເອົາຄວາມທຸກຍາກລຳບາກມາສູ່ປະຊາຊົນຜູ້ບໍລິສຸດ.

ສປປລາວ

ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ເພີ່ມທະວີຄວາມພະຍາຍາມໃນການແກ້ໄຂບັນຫາຕ່າງໆ ໂດຍສັນຕິວິທີບົນພື້ນຖານການຢຶດໝັ້ນໃນຫຼັກການຂອງກົດບັດສະຫະປະຊາຊາດ ແລະ ບົດບາດເປັນແກນກາງໃນການນຳພາຂອງອົງການ ສປຊ ຕາມທິດທາງການຮ່ວມມືຫຼາຍຝ່າຍ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຊິ່ງຈະເປັນວິທີທາງ ທີ່ຈະຊ່ວຍຫັນປ່ຽນສະພາບການໄດ້ຢ່າງມີປະສິດທິພາບ, ມີຄວາມຍືນຍົງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງຍຸກສະໄໝ ໂດຍສະເພາະເພື່ອແກ້ໄຂບັນຫາຂໍ້ຂັດແຍ້ງດ້ານກຳລັງອາວຸດ, ວິກິດການດ້ານສິ່ງແວດລ້ອມ, ເສດຖະກິດ ແລະ ພະລັງງານ ທີ່ພວມສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການພັດທະນາໃນທົ່ວໂລກ.

ສປປລາວ

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ ໃນລະດັບພາກພື້ນ, ອາຊຽນ ຍັງສືບຕໍ່ເປັນພາກພື້ນທີ່ມີສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ໃນຕະຫຼອດໄລຍະເວລາອັນຍາວນານ ເຊິ່ງເປັນພື້ນຖານສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ສຳລັບທຸກປະເທດສະມາຊິກອາຊຽນ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຕໍ່ບົດບາດຄວາມເປັນແກນກາງ, ຄວາມເປັນປຶກແຜ່ນ, ກວມລວມ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ເຊິ່ງເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ຂອບການຮ່ວມມືຂອງ ອາຊຽນ ທັງໝົດ.

ສປປ ລາວ ສືບຕໍ່ມີຄວາມໝາຍໝັ້ນອັນແຮງກ້າ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາຂອງສາກົນ ເຊິ່ງລວມທັງແຜນປະຕິບັດງານສໍາລັບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ຂອບການຮ່ວມມືເພື່ອການພັດທະນາຂອງອົງການ ສປຊ, ພ້ອມທັງສະໜັບສະໜູນມາດຕະການແກ້ໄຂບັນຫາ ແລະ ຂໍ້ຂັດແຍ້ງດ້ວຍສັນຕິວິທີ ບົນພື້ນຖານກົດບັດ ສະຫະປະຊາຊາດ ແລະ ກົດໝາຍສາກົນ ແລະ ການຮ່ວມມືເພື່ອການພັດທະນາ ທີ່ມີເປົ້າໝາຍຮ່ວມກັນ ແລະ ເພື່ອຜົນປະໂຫຍດລວມຂອງທຸກໆປະເທດ ຕ້ອງສືບຕໍ່ຢຶດຖືເປັນແກນກາງຂອງການພົວພັນສາກົນ. ເພື່ອສາມາດປະຕິບັດຢ່າງເປັນຈິງໄດ້, ພວກເຮົາຕ້ອງນຳໃຊ້ວິທີທາງເພື່ອແກ້ໄຂບັນຫາ ໂດຍສຸມໃສ່ພຶດຕິກຳຕົວຈິງ ແລະ ບໍ່ສວຍໃຊ້ເພື່ອຫັນປ່ຽນເປັນບັນຫາການເມືອງ.

ສປປລາວ

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄຳໝາຍໝັ້ນຕໍ່ສະມັດຊາໃຫຍ່ ສປຊ ວ່າ ສປປ ລາວ ຈະສືບຕໍ່ຮ່ວມມືກັບບັນດາປະເທດຕ່າງໆໃນໂລກ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ສາກົນ ເພື່ອສ້າງເງື່ອນໄຂອັນເອື້ອອໍານວຍໃຫ້ແກ່ການພັດທະນາ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແນໃສ່ເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນໃນທົ່ວໂລກ. ໃນຕອນທ້າຍ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອົງການ ສປຊ ທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການລົງສະໝັກເປັນສະມາຊິກສະພາເສດຖະກິດ-ສັງຄົມ ຂອງສະຫະປະຊາຊາດ ສໍາລັບສົກປີ 2023-2025 ພ້ອມທັງສະແດງຄວາມກຽມພ້ອມ ໃນການຈະປະຕິບັດໜ້າທີ່ຢ່າງຫ້າວຫັນ ແລະ ປະກອບສ່ວນຢ່າງເໝາະສົມ.

ຮອງນາຍຍົກ ສປປລາວ

ໃນໂອກາດ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມ ກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆຢ່າງຫ້າວຫັນ ແລະ ມີຜົນສຳເລັດເປັນຢ່າງດີ ພ້ອມທັງໄດ້ພົບປະກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນອີກຈຳນວນໜຶ່ງ ເຊິ່ງປະກອບສ່ວນສຳຄັນ ໃນການເສີມຂະຫຍາຍການພົວພັນຮ່ວມມືສາກົນ ທັງເປັນການຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີສາກົນ.

ຂໍ້ມູນຈາກ: https://cutt.ly/sVAOVsj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ