ຫຼາຍໆຄົນຄົງຈະມີຄວາມຊົງຈຳດີໆກັບລາຍການ Disney Club ລາຍການກາຕູນທີ່ເຮັດໃຫ້ເຊົ້າວັນເສົາ-ອາທິດ ຂອງເຮົາເຕັມໄປດ້ວຍສີສັນ.
Disney Club ເປັນລາຍກາຕູນທີ່ອອກສາຍຢູ່ທາງຊ່ອງ 7 ຂອງສະຖານີໂທລະພາບແຫ່ງຊາດໄທ ໄດ້ອອກສາຍມາແລ້ວເປັນເວລາດົນເຖິງ 29 ປີ, ເປັນລາຍການທີ່ນຳເອົາກາຕູນຈາກ Disney ມາສາຍເປັນພາກໄທໃຫ້ເຮົາໄດ້ເບິ່ງ.

ນອກຈາກກາຕູນແລ້ວຍັງມີສາລະຕ່າງໆກ່ຽວກັບໄວໜຸ່ມ ແລະ ເດັກນ້ອຍທີ່ທາງພິທີກອນນຳມາສະເໝີໃຫ້ເຮົາໄດ້ຮູ້ນຳ, ເຊິ່ງທາງຜູ້ຜະລິດລາຍການດັ່ງກ່າວໄດ້ອອກມາປະກາດວ່າ 2 ເທບສຸດທ້າຍຈະໄດ້ອອກອາດໃນວັນເສົາ ແລະ ວັນອາທິດທີ 26 – 27 ມິຖຸນາ 2021 ນີ້.
ເຖິງລາຍການຈະປິດຕົວໄປ ແຕ່ຄວາມຊົງຈຳ ແລະ ໄລຍະເວລາດີໆທີ່ມີຕໍ່ລາຍການຈະເປັນເວລາທີ່ສວຍງາມສະເໝີ.

ຂອບໃຈຂໍ້ມູນຈາກ: https://bit.ly/2Sok4l5
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/