Jason Brown ນັກກິລາ American football ປ່ຽນອາຊີບມາເຮັດກະສິກຳ ເພາະຢາກຢູ່ກັບຄອບຄົວແບບມີຄວາມສຸກ


ເຈສັນ ບຣາວ (Jason W. Brown) ອະດີດນັກກິລາ American football ເມື່ອກ່ອນເປັນນັກກິລາທີ່ມີການຫຼິ້ນທີ່ໂດດເດັ່ນ ແລະ ເປັນເອກະລັກ, ເຊິ່ງເປັນນັກກິລາມາແຕ່ຍັງໜຸ່ມນ້ອຍຕາມລະດັບຂອງການຮ່ຳຮຽນສຶກສາ ບໍ່ວ່າຈະຊັ້ນມ.ຕົ້ນ, ມ.ປາຍ ແລະ ລະດັບມະຫາວິທະຍາໄລ ການເປັນນັກກິລາກໍຍັງເປັນມາຢ່າງສະໝ່ຳສະເໝີ, ຈົນຈົບການສຶກສາກໍໄດ້ເປັນນັກກິລາ American football ຢ່າງເຕັມຕົວໃຫ້ກັບປະເທດ.

ຫຼັງຈາກນັ້ນ ລາວໄດ້ມີຄອບຄົວ ແຕ່ໄດ້ແຍກທາງກັນຢູ່ ເພາະເຈສັນ ກໍມີໜ້າທີ່ໃນການເປັນນັກກິລາທີ່ຕ້ອງໄດ້ເຝິກຊ້ອມ ຫຼື ຕ້ອງໄດ້ໄປແຂ່ງໃນສະໜາມຕ່າງໆ, ເຊິ່ງບໍ່ໄດ້ຢູ່ຮ່ວມກັນແບບຄູ່ຮັກປົກກະຕິທົ່ວໄປ, ບາງຄັ້ງເຮັດໃຫ້ເຈສັນສັບສົນ ເພາະຕ້ອງໄດ້ເບິ່ງແຍງຄອບຄົວ ແລະ ກໍຕ້ອງໄດ້ເຮັດໜ້າທີ່ນັກກິລາໃຫ້ດີທີ່ສຸດ.

ຜ່ານໄປຫຼາຍປີ ການຕໍ່ສັນຍາເປັນນັກກິລາຂອງທີມ ເຣບເວັນ ກໍໄດ້ໝົດລົງ ເຈສັນ ກາຍເປັນຜູ້ຫຼິ້ນຟຣີເອເຢນ, ເຊິ່ງຕ້ອງໄດ້ເລືອກແລ້ວວ່າ ເຈສັນ ຄວນຈະເຮັດໜ້າທີ່ນັກກິລາໃຫ້ເຕັມທີ່ຕໍ່ ແລະ ເອົາເງິນຈຳນວນມະຫາສານມາໃຫ້ຄອບຄົວ ແຕ່ກໍຕ້ອງແລກໂດຍການບໍ່ໄດ້ຢູ່ກັບຄອບຄົວ ເພາະຕ້ອງໄດ້ຫ່າງໄກກັນ.

ຈາກນັ້ນ ມີທາງທີມໜຶ່ງໄດ້ສະເໜີໃຫ້ ເຈສັນ ຕໍ່ສັນຍາ 5 ປີ ກັບເງິນ 37.5 ລ້ານຫຼຽນ, ເຊິ່ງເປັນເງິນຈ້າງທີ່ຕ້ອງການໃຫ້ເຈສັນຫຼິ້ນໃຫ້ກັບທີມ, ເຈສັນ ກໍໄດ້ຕົກລົງ ເຮັດໃຫ້ເວລາທີ່ມີໃຫ້ຄອບຄົວລົດໜ້ອຍຖອຍລົງນັບມື້ ເພາະຕ້ອງໄດ້ຊ້ອມ ແລະ ສົນລະວົນກັບຄ່າແຮງຂອງຕົນເອງທີ່ສູງຂຶ້ນນັບມື້. ເຈສັນ ບໍ່ມີຄວາມສຸກທີ່ລູກໆທີ່ໄດ້ຮັບຄວາມໃສ່ໃຈໜ້ອຍລົງ ປະກອບກັບທາງທີມທີ່ເຄັ່ງຄັດ ແລະ ໃສ່ລະບຽບໃນການຊ້ອມ ເຮັດໃຫ້ເຈສັນ ກົດດັນເພີ່ມຂຶ້ນເປັນທະວີຄູນ.

ໃນທີ່ສຸດ ເຈສັນ ກໍໄດ້ຍົກເລີກສັນຍາ ໃນປີ 2011 ແລະ ໃນເມື່ອຫຼິ້ນໄດ້ບໍ່ດີພໍຄ່າເມື່ອຍ ເຈສັນ ກໍຍອມບໍ່ຕໍ່ສັນຍາ ເຖິງທາງຜູ້ບໍລິຫານທີມຈະຂໍໃຫ້ຢູ່ ແຕ່ກໍບໍ່ສາມາດຢຸດ ເຈສັນ ໄດ້ ເພາະລາວເລືອກເອົາຄອບຄົວເປັນຫຼັກ ແລະ ມາກ່ອນອາຊີບກິລາ.

ຈາກແຕ່ນີ້ເປັນຕົ້ນໄປ ເຈສັນ ຈຶ່ງໄດ້ນຳເອົາເງິນທີ່ຕົນເອງເກັບມາຕະຫຼອດຊີວິດ ມາລົງທຶນໃຫ້ກັບອາຊີບໃໝ່ນັ້ນກໍຄື: ອາຊີບກະສິກຳ, ເຊິ່ງເຈສັນ ໄດ້ວາງແຜນການໃນປູກຝັງ ສຶກສາຫາຄວາມຮູ້ກ່ຽວກັບກະສິກຳໂດຍກົງ ໂດຍສະເພາະເປັນການພິສູດໃຫ້ທາງຄອບຄົວໄດ້ຮູ້ນຳກັນວ່າຕົນສາມາດເຮັດໄດ້ ສາມາດເບິ່ງແຍງຄອບຄົວໃຫ້ມີຄວາມສຸກໄດ້.

ຈົນໃນທີ່ສຸດ ເຈສັນ ກໍໄດ້ປະສົບຜົນສຳເລັດ ຜົນຜະລິດໄດ້ດີເກີນຄາດ, ຂະຫຍາຍເຕີບໃຫຍ່ຕາມລຳດັບ, ຈາກນັ້ນ ເຈສັນ ກໍໃຊ້ຊີວິດກັບຄອບຄົວຢ່າງມີຄວາມສຸກ.

ຂໍ້ມູນຈາກ:

https://www.mainstand.co.th/catalog/1-FEATURE/614

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/