Elon Musk ຢືນຢັນວ່າທາງ ບໍລິສັດ Tesla ບໍ່ໄດ້ຂາຍ Bitcoin ອອກ ພ້ອມບອກຈະກັບມາໃຊ້ Bitcoin ໃນການຊື້ຂາຍຖ້າສາມາດຂຸດໂດຍໃຊ້ພະລັງງານສະອາດໄດ້ 50%


ໃນຕອນກາງຄືນທີ່ຜ່ານມາ ບັນຊີທະວິດເຕີຊື່ Cointelegraph ໄດ້ອອກມາລາຍງານວ່າ Magda Wierzycka ຜູ້ບໍລິຫານຂອງບໍລິສັດ Sygnia ໄດ້ອອກມາກ່າວໂຈມຕີ Elon Musk ວ່າເປັນຜູ້ປັ່ນລາຄາ Bitcoin.

ພາຍໃນເວລາບໍ່ພໍເທົ່າໃດຊົ່ວໂມງ Elon Musk ກໍໄດ້ອອກມາທະວິດຂໍ້ຄວາມຕອບກັບບັນຊີທະວິດເຕີດັ່ງກ່າວ ວ່າ:

“ສິ່ງທີ່ກ່າວມານັ້ນບໍ່ແມ່ນຄວາມຈິງແຕ່ຢ່າງໃດ ເພາະທາງ Tesla ໄດ້ຂາຍ Bitcoin ອອກໄປພຽງແຕ່ 10% ຈາກທີ່ມີ, ເພື່ອເປັນການທົດສອບຄວາມຄ່ອງຕົວຂອງລະບົບພຽງເທົ່ານັ້ນ ບໍ່ໄດ້ສົ່ງຜົ່ນຕໍ່ຕະຫຼາດແຕ່ຢ່າງໃດ.”

ແລະຍັງໄດ້ກ່າວເພີ່ມຕື່ມອີກວ່າ ” Tesla ຈະກັບມາຮັບ Bitcoin ເປັນການຊຳລະຄ່າໃຊ້ຈ່າຍຕ່າງໆ ຫາກພຽງສາມາດເຮັດໃຫ້ການຂຸດເໝືອງ Bitcoin ສາມາດເຮັດໄດ້ດ້ວຍພະລັງງານສະອາດພຽງ 50%”.

ກ່ອນການທະວິດຂໍ້ຄວາມໂຕ້ຕອບດັ່ງກ່າວ ຕະຫຼາດ Cryptocurrency ກໍໄດ້ມີການປັບຕົວຂຶ້ນອີກ.

– Bitcoin +9.7%
– Ethereum +4.5%
– Binance Coin +5.7%
– Cardano +4.8%
– Dogecoin +3.6%
– XRP +5.3%

ຂອບໃຈຂໍ້ມູນຈາກ:
https://bit.ly/2RQRJTZ
https://bit.ly/3cHn0jD
https://bit.ly/3cEPdHK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/