ອິນທະວົງ ອິນສີຊຽງໃໝ່ ໜຸ່ມນ້ອຍທີ່ມີຄວາມສາມາດເດາະບານລະດັບເທບ


ອິນທະວົງ ອິນສີຊຽງໃໝ່ (ອ໋ອບ) ຫຼື ເອີ້ນອີກຊື່ໜຶ່ງວ່າ R9, ອາຍຸ 10 ປີ, ຢູ່ໂຮງຮຽນປະຖົມສົມບູນໜອງພະຍາ ຊັ້ນ ປ.5, ສັງກັດຢູ່ໃນສະໂມສອນ ທີເອັນເຄ ເອັຟຊີ ເຊິ່ງເຄີຍໄດ້ເປັນແຊ້ມການເດາະບານທີ່ມີອາຍຸຍັງໜຸ່ມນ້ອຍ ລະດັບການເດາະເຖິງລະດັບເທບກໍວ່າໄດ້, ຈຸດປະສົງໃນການເອີ້ນ Ronaldo9 ຫຼື R9 ກໍເປັນເພາະວ່າ ອ໋ອບ ມັກໃນການເຕະບານຂອງ Ronaldo ນັກເຕະຊື່ດັງລະດັບໂລກ ທີມຊາດບຣາຊິວ, ພ້ອມໄດ້ນຳເອົາຮູບແບບການຫຼິ້ນຕ່າງໆ ມາປະກອບສ່ວນໃນການເດາະບານ ຫຼື ເຕະບານ.

ນອກຈາກນີ້ ກໍຍັງໄດ້ຕັດຜົມທີ່ຄືກັບ Ronaldo ນັກເຕະທີມຊາດບຣາຊິວ ທີ່ໂດ່ງດັງໃນປີ 2020 ອີກດ້ວຍ. ພ້ອມດຽວກັນ ອ໋ອບ ຍັງໄດ້ປະກວດໃນງານຕ່າງໆ ຫຼື ໂຊລີລາການເດາະບານໃນຫຼາຍລາຍການຕື່ມອີກ, ເປັນຕົ້ນແມ່ນ ການເດາະບານໂຊຂັ້ນລາຍການເຕະບານຟຸດຊໍ ໃນມື້ຊິງແຊ້ມອີກດ້ວຍ. ສ່ວນການເຝິກຊ້ອມເດາະບານກໍຊ້ອມຢ່າງສະໝ່ຳສະເໝີ.

ພ້ອມດຽວກັນນີ້, ອ໋ອບ ຍັງໄດ້ຕິດຕາມຂ່າວກິລາ ແລະ ຍັງໄດ້ເຂົ້າຮ່ວມເບິ່ງເຕະບານຢູ່ຕະຫຼອດ. ຖືໄດ້ວ່າເປັນຄົນໜຸ່ມນ້ອຍ ທີ່ມັກຫາປະສົບການຢູ່ເລື້ອຍໆ ບໍ່ຈະມີການແຂ່ງຂັນຢູ່ໃສ, ການປະກວດລາຍໃດ ກໍໄປຮ່ວມກິດຈະກຳແບບບໍ່ເຫີນຫ່າງ.

ຮຽບຮຽງໂດຍ: Cat_Meo_ManU

ທີ່ມາ ຫຼື ຂໍ້ມູນ ເພີ່ມຕື່ມ: https://bit.ly/3gmZ1s9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/