DC Comics ສຳນັກພິມປຶ້ມກາຕູນຄ້າຍໃຫຍ່ຂອງອາເມຣິກາ ໄດ້ອອກມາປະກາດວ່າ ຕົວລະຄອນ Superman ຄົນຫຼ້າສຸດມີຊື່ວ່າ ຈອນ ເຄນທ໌ (Jon Kent) ມີຣົດສະນິຍົມທາງເພດແບບ Bisexual ຫຼື ມັກໄດ້ທັງຍິງແລະຊາຍ.

ໂດຍປຶ້ມກາຕູນເຫຼັ້ມໃໝ່ ທີ່ຈະວາງຈຳໜ່າຍໃນເດືອນພະຈິກນີ້ ແມ່ນຈະເປັນເລື່ອງລາວຄວາມສຳພັນລະຫວ່າງ ຈອນ ແລະໝູ່ຂອງລາວ ເຈ ນາກາມູຣະ (Jay Nakamura) ຕົວລະຄອນທີ່ເປັນນັກຂ່າວທີ່ມີຜົມສີບົວ ແລະ ໃສ່ແວ່ນຕາ ເຊິ່ງທັງ 2 ຄົນ ຈະຄ່ອຍໆພັດທະນາຄວາມສຳພັນຈາກໝູ່ຈົນກາຍເປັນຄູ່ຮັກໂຣແມນຕິກ ຫຼັງຈາກທີ່ Superman ເລີ່ມຮູ້ສຶກອິດເມື່ອຍຈາກການຕໍ່ສູ້ ແລະ ຊ່ວຍເຫຼືອຄົນ.
ເນື້ອເລື່ອງນີ້ເປັນສ່ວນໜຶ່ງຂອງຊີຣີ້ປຶ້ມກາຕູນ “Superman: Son of Kal-El” ເຊິ່ງເປັນເລື່ອງລາວຂອງ ຈອນ ເຄນທ໌ ທີ່ຕ້ອງມາຮັບໜ້າທີ່ເປັນ Superman ຕໍ່ຈາກ ຄລາກ ເຄນທ໌ (Clark Kent) ຜູ້ເປັນພໍ່.
ການເປີດເຜີຍຣົດສະນິຍົມທາງເພດຂອງ Superman ຄົນໃໝ່ນີ້ ເກີດຂຶ້ນໃນວັນທີ 11 ຕຸລາ ເຊິ່ງຖືເປັນວັນສະເຫຼີມສະຫຼອງການເປີດເຜີຍອັດຕະລັກແຫ່ງຊາດ (National Coming Out Day) ຂອງອາເມຣິກາ ເພື່ອໃຫ້ສັງຄົມຄຳນຶງເຖິງການດຳລົງຢູ່ຂອງກຸ່ມຫຼາກຫຼາຍທາງເພດ ຫຼື LGBTQ.

Tom Taylor ຜູ້ຂຽນຊີຣີ້ເລື່ອງນີ້ໃຫ້ສໍາພາດກັບສໍານັກຂ່າວ ບີບີຊີ ວ່າ ເຖິງແມ່ນວ່າຈະມີກະແສຕໍ່ຕ້ານຈາກສັງຄົມອອນລາຍຢູ່ບໍ່ໜ້ອຍ ແຕ່ກະແສຕອບຮັບໃນພາບລວມກໍຍັງເປັນທາງບວກ. ນອກຈາກນີ້ມີແຟນຄລັບໄດ້ບອກກັບລາວວ່າ ພວກເຂົາໄດ້ອ່ານຂ່າວນີ້ແລະນ້ຳຕາກໍໄຫຼອອກມາ ເພາະວ່າດີໃຈ ແລະ ບໍ່ເຄີຍຄິດມາກ່ອນວ່າຈະແນມເຫັນຕົນເອງໃນ Superman, ພວກເຂົາກໍຍັງບອກອີກວ່າ Superman ເປັນຮີໂຣ່ທີ່ແຂງແກ່ນທີ່ສຸດໃນໂລກຂອງກາຕູນ.
ຂອບໃຈຂໍ້ມູນຈາກ :
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/