ສາວອິນໂດເນເຊຍ ປອບໃຈແຟນໜຸ່ມທີ່ສູນເສຍແມ່ໄປ ດ້ວຍການສະເໜີຕົວແຕ່ງງານກັບພໍ່ແຟນ


ເລື່ອງລາວທີ່ສຸດແສນຈະມຶນງົງນີ້ເກີດຂຶ້ນທີ່ປະເທດອິນໂດເນເຊຍ ໂດຍທາງເວັບໄຊ world of buzz ໄດ້ອ້າງອີງຂໍ້ມູນຈາກສື່ທ້ອງຖິ່ນຂອງອິນໂດເນເຊຍ Suara.com ເຊິ່ງໄດ້ນຳສະເໜີຂ່າວຂອງຍິງສາວຄົນໜຶ່ງ ທີ່ຖືກແຊຣ໌ຕໍ່ໆກັນໃນ TikTok ເປັນຈຳນວນຫຼາຍໝື່ນຄັ້ງ ກັບກໍລະນີຂອງຍິງສາວອິນໂດເນເຊຍ ທີ່ຢາກປອບໃຈແຟນໜຸ່ມຈາກການສູນເສຍແມ່ ດ້ວຍການສະເໜີຕົວຈະແຕ່ງງານກັບພໍ່ຂອງແຟນເພື່ອທົດແທນແມ່ທີ່ເສຍໄປ.

ໃນວິດີໂອທີ່ຍິງສາວຄົນນີ້ໂພສລົງໃນ TikTok ລາວໄດ້ບອກວ່າ ລາວຈະເຮັດທຸກຢ່າງ ບໍ່ວ່າຈະຕ້ອງເຮັດດ້ວຍວິທີໃດ ເພື່ອຈະຊ່ວຍບັນເທົາຄວາມໂສກເສົ້າຂອງແຟນໜຸ່ມທີ່ລາວຮັກ ທີ່ທຸກທໍລະມານຈາກການສູນເສຍແມ່, ດັ່ງນັ້ນ ລາວຈຶ່ງຕັດສິນໃຈໃນແບບທີ່ບໍ່ມີໃຜຄາດຄິດມາກ່ອນ ນັ້ນກໍຄືການ ‘’ແຕ່ງງານກັບພໍ່ຂອງແຟນ’’.

ໃນວິດີໂອລາວຍັງບອກເຫດຜົນໃນການແຕ່ງງານດັ່ງກ່າວໄວ້ວ່າ “ແມ່ຂອງແຟນຂ້ອຍຫາກໍເສຍໄປ ຂ້ອຍບໍ່ຢາກໃຫ້ລາວຕ້ອງເສຍໃຈ ຂ້ອຍເລີຍຕັດສິນໃຈແຕ່ງງານກັບພໍ່ຂອງລາວ ແລະ ລາວກໍຈະມີແມ່ອີກຄັ້ງ”.

ໃນຂະນະທີ່ວິດີໂອໄດ້ເຜີຍແຜ່ອອກໄປ ເຮັດໃຫ້ວິດີໂອດັ່ງກ່າວມີຍອດຮັບຊົມກວ່າ 8.8 ລ້ານເທື່ອ ແລະ ຍອດໄລ້ກວ່າ 1 ລ້ານໄລ້ ພ້ອມດ້ວຍຄອມເມັ້ນໄປຕ່າງໆນານາ ຫຼາຍໆຄົນກໍບອກວ່ານີ້ຄືການເສຍສະຫຼະຄັ້ງຍິ່ງໃຫຍ່ ໃນຂະນະທີ່ອີກຫຼາຍສຽງກໍຄອມເມັ້ນສຽດສີປະຊົດວ່າ ການທີ່ຍິງສາວເຮັດແບບນີ້ບໍ່ຮູ້ວ່າລາວເຮັດເພື່ອໃຜກັນແທ້.

ຮັບຊົມວິດີໂອໄດ້ທີ່ລິ້ງລຸ່ມນີ້:

https://www.tiktok.com/@ys.amri/video/7008502541856115995?_d=secCgYIASAHKAESPgo8PlqyOc9L0YQprgOwDFVm%2FoxFXP4r1sUQ2hKnrK%2Bc7XxmItcdWcgmBukqx2d5QE85SCXXs8CO3M7UI%2FoqGgA%3D&checksum=bb04b4d7c39b62dee640b52b97f72e9589120205e1303014903843c24570e5ba&language=en&mid=6972739009533479682&preview_pb=0&region=LA&sec_user_id=MS4wLjABAAAAyhFpa8adODEJ4NRruoK5YsUGWsY89bn7oh4IV4aIJq74AdtBeI_gZPzFbGj8qeEr&share_app_id=1180&share_item_id=7008502541856115995&share_link_id=32BC4B26-0B32-4E2B-8D48-47ACD60D069C&source=h5_t&timestamp=1634001338&tt_from=copy&u_code=d00mg2mhh3312m&user_id=6553413141018394626&utm_campaign=client_share&utm_medium=ios&utm_source=copy&_r=1

ແລ້ວທ່ານຄິດແນວໃດກັບການເສຍສະຫຼະຂອງລາວເພື່ອຄວາມສຸກຂອງຄົນທີ່ລາວຮັກທີ່ສຸດ? ຟັງເບິ່ງແລ້ວມັນເກີນກວ່າຈະເປັນເລື່ອງແທ້ແມ່ນບໍ?

ແຕ່ເຖິງຢ່າງໃດກໍຕາມ ທາງເວັບໄຊ world of buzz ແລະ Suara.com ບໍ່ໄດ້ບອກຫຼືຢືນຢັນວ່າເຫດກນນີ້ເປັນເລື່ອງແທ້ຫຼືບໍ່ ຫຼືເປັນພຽງການເຮັດຫຼິ້ນໆໃນສັງຄົມອອນລາຍເທົ່ານັ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/