Clubhouse ໃນລະບົບ Android ສາມາດດາວໂຫຼດໄດ້ແລ້ວ


ມາຮອດມື້ນີ້ ຄົງຈະບໍ່ມີໃຜບໍ່ຮູ້ຈັກ Clubhouse ແອັບພິເຄຊັນເຄືອຂ່າຍສັງຄົມທີ່ເນັ້ນການນຳໃຊ້ສຽງເພື່ອສົນທະນາກັນ ເຊິ່ງເປັນທີ່ນິຍົມກັນມາກ່ອນແລ້ວ ໃນລະບົບຂອງ iOS ຂອງ ໄອໂຟນ (iPhone) ຫຼື ໄອແພັດ (iPad) ເທົ່ານັ້ນ ແລະ ໄດ້ມີຂ່າວກະແສວ່າຈະມີໃຫ້ດາວໂຫຼດໃນລະບົບ Android ມາຕະຫຼອດ.

ຫຼ້າສຸດ ໃນວັນທີ 21 ພຶດສະພາ 2021 ນີ້ ແອັບພິເຄຊັນ Clubhouse ໄດ້ເປີດໃຫ້ດາວໂຫຼດແລ້ວ ໃນລະບົບ Android ໂດຍເລີ່ມຈາກປະເທດສະຫະລັດອາເມຣິກາ ແລະ ສຸດທ້າຍກໍຂະຫຍາຍໄປທົ່ວໂລກ.

ທີ່ມາ: https://www.sanook.com/hitech/1531473/

ພາບ:  Android Police, Metime Tech, FIPP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/