ສາວນ້ອຍອາຍຸ 12 ປີ ປັດຈຸບັນເປັນນັກກິລາ Skateboard ແລະ ກຳລັງຈະໄດ້ໄປແຂ່ງຂັນກິລາໂອແລມປິກ 2020


ສະກາຍ ບຣາວ ສາວນ້ອຍອາຍຸ 12 ປີ ທີ່ກຳລັງຈະກ້າວໄປສູ່ໂອແລມປິກເກມ 2020 ໃນຖານະນັກກິລາທີມຊາດສະຫະລາຊະອານາຈັກ ທັ້ງໆທີ່ຜ່ານປະສົບການເກືອບຕາຍມາໄດ້ບໍ່ດົນ ແຕ່ໃນປັດຈຸບັນຕອນນີ້ແມ່ນຫາຍດີແລ້ວ.

ສາວນ້ອຍຄົນນີ້ເປັນເຍົາວະຊົນຄົນໜຸ່ມນ້ອຍ ທີ່ມີຄວາມສາມາດ ແລະ ເກັ່ງໃນດ້ານກິລາບໍ່ຕ່າງກັບຜູ້ຊາຍ ບາງຄັ້ງກໍໄດ້ຮັບຄຳຍ້ອງຍໍຈາກຫຼາຍໆຄົນ, ເປັນຕົ້ນແມ່ນ Tony Hawk ຕຳນານນັກກິລາ Skateboard ທີ່ຍົກໃຫ້ລາວເປັນເຖິງ ຢູນິຄອນ ແຫ່ງວົງການ.

ສາວນ້ອຍຄົນນີ້ ແມ່ນກຳລັງຈະກ້າວເຂົ້າສູ່ລະດັບການແຂ່ງຂັນໂອແລມປິກ ແລະ ອີກບໍ່ພໍເທົ່າໃດເດືອນກໍຈະໄດ້ແຂ່ງແລ້ວ ໂດຍເປັນຕົວແທນຮຸ່ນເຍົາວະຊົນ.

ສະກາຍ ບຣາວ ເກີດທີ່ປະເທດຍີ່ປຸ່ນ ເຊິ່ງແມ່ເປັນຄົນຍີ່ປຸ່ນ ແລະ ພໍ່ເປັນຄົນອັງກິດ, ສະກາຍ ເປັນຄົນມັກກິລາປະເພດນີ້ມາຕັ້ງແຕ່ນ້ອຍ ແລະ ມັກກິລາແບບຜູ້ຊາຍ ບາງຄັ້ງຢາກຈະເອົາຊະນະຕົນເອງ. ໄດ້ເລີ່ມຫຼິ້ນ Skateboard ຕອນອາຍຸ 3 ປີ ເຊິ່ງບໍ່ແປກເລີຍທີ່ ສະກາຍ ຈະເລີ່ມຕົ້ນໄວຂະໜາດນັ້ນ ເພາະຄອບຄົວຂອງລາວກໍຫຼິ້ນຈົນເກືອບທຸກມື້ ແລະ ຫຼິ້ນເປັນທຸກຄົນ.

ສະກາຍ ຮຽນຮູ້ Skateboard ມາຈາກຢູທູບ ຈົນມາຮອດອາຍຸ 8 ປີ ກໍໄດ້ສະໝັກແຂ່ງລາຍການ Vans Open Pro Series 2016 ເຊິ່ງເປັນນັກສະເກັດບອດຍິງອາຍຸນ້ອຍທີ່ສຸດໃນການແຂ່ງຂັນ. ແຕ່ຫຼິ້ນບໍ່ຄ່ອຍດີປານໃດ ແຕ່ກໍມີຄົນຍ້ອງ ເຊິ່ງຄຳຍ້ອງເຫຼົ່ານັ້ນ ເຮັດໃຫ້ລາວມີແຮງສູ້ຕໍ່ໄປ.

ມາໃນປີ​ 2017 ໄປແຂ່ງໃນລາຍການ Asian Continental Finals 2017 ເຮັດໃຫ້ໄດ້ອັນດັບສອງ. ປີ 2018 Vans US Open Pro Series ໄດ້ຮັບຕຳແໜ່ງ Top 10.  ຫຼັງຈາກນັ້ນ ກໍແຂ່ງຂັນມາເລື້ອຍໆ ຈົນມີຊື່ສຽງໂດ່ງດັງ.

ສະກາຍ ບຣາວ ເປັນຄົນທີ່ປະສົບຜົນສຳເລັດດ້ານການຫຼິ້ນ Skateboard ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະບໍ່ເຄີຍຜິດພາດເລີຍ. ໃນເດືອນ ມິຖຸນາ 2020 ລາວໄດ້ພາດເກີດອຸບັດຕິເຫດລະຫວ່າງເຝິກຊ້ອມ Skateboard ແລະ ຕົກຈາກຄວາມສູງ 4.5 ແມັດ ເຮັດໃຫ້ເກືອບເອົາຊີວິດບໍ່ລອດ. ພໍ່ແມ່ຂອງສະກາຍ ຢາກໃຫ້ລູກເຊົາຫຼິ້ນ Skateboard ແຕ່ ສະກາຍ ກໍເດີນໜ້າສູ່ເສັ້ນທາງນີ້ຕໍ່ໄປ.

ສະກາຍ ໄດ້ກ່າວເຖິງອຸບັດຕິເຫດຂອງລາວວ່າ:

“ບາງເທື່ອມັນກໍດີ ທີ່ເຮົາຈະລົ້ມ ເພາະຈະເຮັດໃຫ້ເຮົາເຂັ້ມແຂງຂຶ້ນ ແລະ ເຮັດວຽກໜັກກວ່າເກົ່າ”

“ຂ້ອຍຢາກໃຫ້ທຸກຄົນຮູ້ວ່າ ທຸກສິ່ງທີ່ເຮົາເຮັດໃນຊີວິດ ແມ່ນຕ້ອງເຮັດດ້ວຍຄວາມຮັກ ແລະ ຄວາມສຸກ”

ດ້ວຍຄວາມມັກໃນການຫຼິ້ນ Skateboard ເຮັດໃຫ້ສະກາຍລຸກຂຶ້ນມາສູ້ອີກຄັ້ງ ແລະ ອີກບໍ່ພໍເທົ່າໃດເດືອນ ສາວນ້ອຍຄົນນີ້ ກໍຈະໄດ້ໄປແຂ່ງໂອແລມປິກເກມ 2020 ແລ້ວ ດ້ວຍຖານະນັກກິລາທີ່ອາຍຸນ້ອຍທີ່ສຸດ ໃນປະຫວັດສາດຂອງສະຫະລາຊະອານາຈັກ.

“ຂ້ອຍຢາກລົງແຂ່ງຢູ່ທີ່ນັ້ນຕັ້ງແຕ່ຕອນຍັງນ້ອຍ ເພື່ອໃຫ້ທຸກຄົນໄດ້ຮັບຮູ້ວ່າ ເຖິງວ່າເຮົາຈະຍັງນ້ອຍ ແຕ່ເດັກຜູ້ຍິງກໍສາມາດເຮັດທຸກຢ່າງໄດ້ ໂດຍບໍ່ກ່ຽວກັບອາຍຸ” ສະກາຍກ່າວ.

ຂໍ້ມູນຈາກ:
https://bit.ly/3u5vGpT
https://bit.ly/3wvCnmJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/