ສະຫະລາຊະອານາຈັກ ທົດລອງສັກວັກຊີນໂດສທີ 3 ຕ້ານໂຄວິດສາຍພັນໃໝ່


ການທົດລອງສັກວັກຊີນໂດສທີ 3 ໃຫ້ປະຊາຊົນນີ້ ຈະເລີ່ມໃນສະຫະລາຊະອານາຈັກ ເດືອນມິຖຸນາທີ່ຈະມາເຖິງ, ເປັນການທົດລອງໃນປະຊາຊົນກຸ່ມໃຫຍ່ ຄັ້ງທຳອິດຂອງໂລກ, ປະຊາຊົນໄວເຮັດວຽກ ແລະ ກຸ່ມຜູ້ສູງອາຍຸ 75 ປີຂຶ້ນໄປທີ່ໄດ້ຮັບວັກຊີນຄົບ 2 ໂດສແລ້ວ ຈະໄດ້ຮັບການສັກວັກຊີນໂດສທີ 3 ເປັນກຸ່ມທຳອິດ.

ອາສາສະໝັກໃນໂຄງການສັກວັກຊີນໂດສທີ 3 ຫຼື CoV-Boost ນີ້ມີ 3,000 ຄົນ ມາຈາກ 18 ແຫຼ່ງທົ່ວປະເທດ. ຂໍ້ມູນທີ່ໄດ້ ຈະເປັນປະໂຫຍດຫຼາຍໃນການຊ່ວຍໃຫ້ລັດຖະບານຕັດສິນໃຈວ່າຈະສັກໂດສທີ 3 ເພື່ອເພີ່ມພູມຕ້ານທານໃຫ້ປະຊາຊົນ 20 ລ້ານຄົນທີ່ໄດ້ຮັບວັກຊີນຄົບ 2 ໂດສກ່ອນໜ້ານັ້ນ ຫຼື ບໍ່, ເພື່ອປ້ອງກັນການລະບາດຂອງໂຄວິດ-19 ໃນລະດູໜາວທ້າຍປີ ທີ່ກຳລັງຈະມາເຖິງອີກຄັ້ງ.

ການທົດລອງຄັ້ງນີ້ ມີວັກຊີນທີ່ທາງສະຫະລາຊະອານາຈັກໄດ້ຊື້ມາໃຊ້ແລ້ວ 7 ຊະນິດໄດ້ແກ່: AstraZeneca, Moderna, Pfizer, Novavax, Janssen, Valneva ແລະ CureVac.

ນັກວິທະຍາສາດປະຈຳໂຄງການໄດ້ກ່າວວ່າ ເຖິງວັກຊີນໂຄວິດ-19 ທີ່ນຳມາທົດລອງເປັນວັກຊີນທົ່ວໄປບໍ່ໄດ້ປັບແຕ່ງຫຍັງເພື່ອຕ້ານໄວຣັສສາຍພັນໃໝ່ ແຕ່ກໍຄາດວ່າວັກຊີນໂດສທີ 3 ນີ້ຈະຊ່ວຍກະຕຸ້ນການສ້າງແອນຕີ້ບໍດີ້ຂຶ້ນຫຼາຍພໍທີ່ຈະຕ້ານໄວຣັສກາຍພັນທີ່ລະບາດຢູ່ຕອນນີ້ໄດ້.

ຂອບໃຈຂໍ້ມູນຈາກ:

https://www.bbc.com/thai/international-57181395

https://www.khaosod.co.th/bbc-thai/news_6408903

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/