ສານໃນປະເທດເຢຍລະມັນສັ່ງໃຫ້ລັດເພີ່ມທະວີແຜນການລົດໂລກຮ້ອນ ເພື່ອປົກປ້ອງອະນາຄົດຂອງເຍົາວະຊົນຄົນຮຸ່ນຫຼັງ


ໂລກເປັນຂອງທຸກຄົນ ເປັນອະນາຄົດຂອງຄົນຮຸ່ນຕໍ່ໆໄປອີກ ເປັນເລື່ອງທຳມະດາຖ້າພວກເຂົາຈະລຸກຂຶ້ນມາປົກປ້ອງໂລກ ຫຼືກໍຄືອະນາຄົດຂອງພວກເຂົານັ້ນເອງ. ໃນປະເທດເຢຍລະມັນໄດ້ມີກຸ່ມນັກເຄື່ອນໄຫວທາງດ້ານສິ່ງແວດລ້ອມເຊິ່ງສ່ວນໃຫຍ່ເປັນໄວໜຸ່ມ ລຸກຂຶ້ນມາປະທ້ວງ ແລະ ຟ້ອງຮ້ອງລັດຖະບານທີ່ບໍ່ເອົາໃຈໃສ່ຕໍ່ການແກ້ໄຂບັນຫາສິ່ງແວດລ້ອມຢ່າງຈິງຈັງ ຈົນນຳມາເຊິ່ງການປ່ຽນແປງກົດໝາຍຄັ້ງປະຫວັດສາດອີກເທື່ອໜຶ່ງຂອງປະເທດ.

ສານລັດຖະທຳມະນູນເຢຍລະມັນໄດ້ຕັດສິນວ່າ ມາດຕະການໃນການແກ້ໄຂບັນຫາສະພາບພູມອາກາດຍັງບໍ່ພຽງພໍຕໍ່ການປົກປ້ອງອະນາຄົດຂອງເຍົາວະຊົນ!!! ໂດຍທາງສານໄດ້ສັ່ງໃຫ້ລັດຖະບານຕ້ອງປັບປຸງເຂັ້ມງວດດ້ານສະພາບພູມອາກາດປ່ຽນແປງພາຍໃນທ້າຍປີ 2022 ແລະ ໃຫ້ແນ່ໃຈວ່າສາມາດລົດແກ໊ສເຮືອນແກ້ວໄດ້ແທ້ພາຍໃນປີ 2030.

ຄະດີດັ່ງກ່າວ ລັດຖະບານໄດ້ຖືກຟ້ອງຮ້ອງຈາກຜູ້ໄດ້ຮັບຜົນກະທົບຈາກສະພາບພູມອາກາດປ່ຽນແປງເຊັ່ນ: ນ້ຳທະເລສູງຂຶ້ນ, ຄື້ນຄວາມຮ້ອນສູງຂຶ້ນ… ເຍົາວະຊົນກຸ່ມທີ່ເປັນນັກເຄື່ອນໄຫວທາງສິ່ງແວດລ້ອມກຸ່ມ Fridays for Future, ອົງກອນ Greenpeace ແລະ NGOs ໄດ້ເຜີຍຄວາມຍິນດີຕໍ່ການຕັດສິນດັ່ງກ່າວ ອາດນຳໄປສູ່ການປ່ຽນແປງໃນອະນາຄົດ.

ເປົ້າໝາຍໃນການລົດການປ່ອຍແກ໊ສເຮືອນແກ້ວໃນປີ 2030 ນັ້ນຕ້ອງຕ່ຳກວ່າ 55% ຈາກລະດັບປີ 1990 ລວມເຖິງເປົ້າໝາຍລົດຄາບອນໃຫ້ເປັນສູນໃນປີ 2050 ເຊິ່ງທາງລັດຖະມົນຕີເອງກໍໄດ້ຮັບຊາບ ແລະ ກຳລັງເລັ່ງຮ່າງມາດຕະການເພີ່ມຕື່ມໃນໄວໆນີ້.

ຂອບໃຈຂໍ້ມູນຈາກ:
https://bit.ly/3oCUVP4
https://reut.rs/3u5q52R

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/