Beosound Explore ລຳໂພງແບັດທົນທານ 27 ຊົ່ວໂມງ ແລະ ກັນນ້ຳ IP67


Beosound Explore ເປັນລຳໂພງ Bluetooth ທີ່ມີຂະໜາດນ້ອຍ ແລະ ຂຶ້ນຊື່ດ້ານຄວາມທົນຂອງ ແບັດເຕີຣີ່ ເຊິ່ງສາມາດນຳໃຊ້ຕິດຕໍ່ກັນໄດ້ດົນເຖິງ 27 ຊົ່ວໂມງ ສຳລັບການສາກເຕັມ 1 ເທື່ອ, ຖືກຜະລິດຂຶ້ນໂດຍບໍລິສັດ Bang and Olufsen ຫຼື ອີກຊື່ໜຶ່ງແມ່ນ B&O.

Beosound Explore ມີຂະໜາດພຽງ 5 x 3 x 3 ນິ້ວ ແຕ່ຮອງຮັບຄວາມຈຸຂອງແບັດເຕີຣີ່ເຖິງ 2400mAh ເຊິ່ງຖືວ່າມີຂະໜາດໃຫຍ່ຫຼາຍ ເມື່ອທຽບກັບລຳໂພງບຣູທູດຂະໜາດເທົ່ານີ້, ຕົວລຳໂພງຮອງຮັບເທັກໂນໂລຢີ Bluetooth 5,2 ເຊິ່ງນີ້ກໍອາດຈະເປັນເຫດຜົນໜຶ່ງ ທີ່ເຮັດໃຫ້ປະຢັດພະລັງງານຂຶ້ນ.

ນອກຈາກນີ້ຍັງຜ່ານການຮັບຮອງມາດຕະຖານ IP67 ສາມາດທົນນ້ຳທົນຝຸ່ນ ເຊິ່ງສາມາດພົກພາ ແລະ ນຳໄປເປີດໄດ້ເກືອບທຸກສະຖານທີ່, ແລະ ຍັງສາມາດເຊື່ອມຕໍ່ກັບອຸປະກອນອື່ນໆຜ່ານລະບົບ Fast Pair ຂອງ Apple, Google ແລະ Microsoft. ຮູສາກທີ່ໃຫ້ມາຈະເປັນ USB-Type C ໃຊ້ເວລາສາກປະມານ 2 ຊົ່ວໂມງກໍເຕັມແລ້ວ.

Beosound Explore ມີໃຫ້ເລືອກ ຢູ່ 2 ສີຄື: ສີດຳ ແລະ ສີຂຽວ ໃນລາຄາ 199$.

ຂອບໃຈຂໍ້ມູນຈາກ :
https://bit.ly/3vaSCW2
https://bit.ly/3oB2lm5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/