ສາວໄທຢູ່ ອາເມຣິກາ ຣີວິວອາຊີບຮັບລ້ຽງນ້ອງໝາ ມີລາຍໄດ້ດີເກີນຄຳບັນຍາຍ


ການຫາລາຍໄດ້ ຫຼື ອາຊີບໃນສັງຄົມເຮົາລ້ວນມີຄວາມແຕກຕ່າງກັນອອກໄປ ແຕ່ອາຊີບສຸຈະລິດ ແລະ ລາຍໄດ້ດີນັ້ນກໍມີຫຼາກຫຼາຍອາຊີບ ເຊິ່ງການຮັບລ້ຽງນ້ອງໝາ ກໍເປັນອາຊີບໜຶ່ງທີ່ສ້າງລາຍໄດ້ດີພໍສົມຄວນ ແລະ ໄດ້ຮັບຮູ້ວ່າຫຼາຍຄົນທີ່ປະກອບອາຊີບນີ້ ຕ່າງກໍມີຄຳຄິດເຫັນທີ່ດີ ແລະ ພໍໃຈກັບອາຊີບນີ້ຢ່າງຫຼວງຫຼາຍ.

Jan Nilsonglod ຍິງໄທຄົນໜຶ່ງ ໄດ້ລະບຸໃນໂພສຂອງຕົນຜ່ານເຟສບຸກ ເຖິງການແນະນຳອາຊີບ Dog Sitter ຫຼື ຄົນຮັບຝາກລ້ຽງນ້ອງໝາ ເປັນອາຊີບທີ່ສະບາຍ ໄດ້ເງິນດີ ແຖມເຮັດແລ້ວມີຄວາມສຸກ.

ອາຊີບນີ້ເໝາະສຳລັບຄົນທີ່ຍ້າຍມາຮຽນທີ່ອາເມຣິກາແລ້ວມີເວລາວ່າງ ມີເວລາຢູ່ເຮືອນເປັນພິເສດ ເປັນຕົ້ນຄົນທີ່ມາຮຽນພາສາ, ແມ່ບ້ານ ຫຼື ພໍ່ບ້ານ, ຄົນທີ່ຖືວີຊ່າຕິດຕາມ ທີ່ສຳຄັນຕ້ອງເປັນຄົນທີ່ຮັກສັດ ແລະ ມີປະສົບການລ້ຽງໝາມາແລ້ວ.

ລາວບອກວ່າ ໃນການລ້ຽງໝາເທົ່າທີ່ລ້ຽງມາ ບັນຫາໃຫຍ່ທີ່ສຸດທີ່ເຄີຍພົບຈະແມ່ນ ນ້ອງໝາທີ່ຕິດຄົນຫຼາຍ ຫຼື ຕິດຄົນທີ່ລ້ຽງ ເຊິ່ງມັນຈະຢູ່ໂດຍໂຕເອງບໍ່ໄດ້ ຫຼື ເວລາອອກໄປມັນມັກຈະເຫົ່າຕະຫຼອດ ເຊິ່ງຢ້ານຄົນຢູ່ບໍລິເວນນັ້ນລຳຄານ, ບັນຫາຕໍ່ມາກໍຈະເປັນການຖ່າຍເບົາໃນເຮືອນ ເຊິ່ງຕ້ອງນຳເຊັດຖູຕະຫຼອດ.

ລາຍໄດ້ປະຈຳວັນແມ່ນປະມານ $30-$50 ຕໍ່ໂຕຕໍ່ມື້, ໃນໄລຍະເທສະການ ຫຼື ໄລຍະລະດູຮ້ອນ ຈະມີຄົນນິຍົມໃຫ້ຄົນລ້ຽງຫຼາຍ ສູງສຸດແມ່ນລ້ຽງ 7 ໂຕພ້ອມກັນ ບໍ່ວ່າຈະລຸກໄປໃສນ້ອງໝາກໍຍ່າງນຳຫຼັງຕະຫຼອດ.

ນອກຈາກນີ້ ກໍຍັງມີການບໍລິການລ້ຽງໝາອີກຫຼາກຫຼາຍຢ່າງ, ມີທັງພານ້ອງໄປຍ່າງຫຼິ້ນ, ຮັບອາບນ້ຳ, ຕັດແຕ່ງຂົນ ແລະ ຮັບຝາກນ້ອງໝາສະເພາະກາງເວັນບໍ່ຄ້າງຄືນ ຫຼື ໄປນອນເບິ່ງແຍງນ້ອງໝາທີ່ເຮືອນເຈົ້າຂອງເລີຍກໍມີ. ສຳລັບໃຜທີ່ຮັກສັດຢູ່ແລ້ວ ຖືວ່າອາຊີບນີ້ເປັນອາຊີບທີ່ມີທັງລາຍໄດ້ ແລະ ໄດ້ມອບຄວາມຮັກໃຫ້ແກ່ນ້ອງໝາຢ່າງເຕັມທີ່.

ຂອບໃຈຂໍ້ມູນຈາກ:
https://bit.ly/2Sg6srm
https://bit.ly/3ysbQsf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/