Cherophobia ໂຣກທີ່ບໍ່ກ້າປ່ອຍໃຫ້ຕົນເອງມີຄວາມສຸກ ເພາະຢ້ານຈະເກີດເລື່ອງບໍ່ດີຂຶ້ນ


Cherophobia ເອີ້ນອີກຢ່າງໜຶ່ງວ່າ ໂຣກຢ້ານຄວາມສຸກ ເຊິ່ງເປັນອາການວິຕົກກັງວົນຊະນິດໜຶ່ງ ທີ່ຜູ້ປ່ວຍຮູ້ສຶກຢ້ານການມີຄວາມສຸກ ແຕ່ຍັງສາມາດເຫັນຄົນອື່ນມີຄວາມສຸກໄດ້ ແຕ່ຕົນເອງບໍ່ຢາກໄດ້ຮັບຄວາມຮູ້ສຶກນັ້ນ ເມື່ອຕົນເອງເລີ່ມມີຄວາມສຸກຈະຮູ້ສຶກວິຕົກກັງວົນ ແລະ ທໍລະມານຈິດໃຈ.

ແຕ່ການເປັນ Cherophobia ນັ້ນບໍ່ໄດ້ໝາຍຄວາມວ່າຈະເປັນຄົນທີ່ທຸກໃຈ ຫຼື ມີອາການຊຶມເສົ້າຢູ່ຕະຫຼອດເວລາ, ອາການຢ້ານຄວາມສຸກ ເປັນອາການທີ່ເກີດຂຶ້ນເມື່ອຮູ້ສຶກວ່າ ຕົນເອງກຳລັງຈະມີຄວາມສຸກ ເປັນອາລົມທີ່ເກີດຂຶ້ນຢ່າງໄຮ້ເຫດຜົນ ຜູ້ປ່ວຍອາດຈະບໍ່ສະແດງອາການໃດໆ ແຕ່ພວກເຂົາຈະພະຍາຍາມຫຼີກເວັ້ນສະຖານະການ ຫຼື ສະຖານທີ່ທີ່ຈະນຳພາຕົນເອງໄປສູ່ຄວາມສຸກ.

Healthline ອົງກອນທີ່ລວບລວມຂໍ້ມູນທາງການແພດຂອງສະຫະລັດລະບຸວ່າ ຜູ້ຊ່ຽວຊານດ້າານການແພດສ່ວນໃຫຍ່ຈັດອາການນີ້ຢູ່ໃນກຸ່ມອາການວິຕົກກັງວົນຊະນິດໜຶ່ງ ບໍ່ແມ່ນໂຣກທີ່ປ່ວຍທາງຈິດແຕ່ຢ່າງໃດ.

ບາງຄັ້ງພວກເຂົາກໍຄິດວ່າ ກຳລັງຈະເກີດເລື່ອງບໍ່ດີຂຶ້ນໃນຕອນທີ່ກຳລັງມີຄວາມສຸກ ການກຳຈັດຄວາມສຸກອອກໄປ ຈຶ່ງເປັນການຫຼີກເວັ້ນຄວາມທຸກທີ່ພວກເຂົາສາມາດຄຸມໄດ້. ຈິດຕະແພດ Carrie Baron ໄດ້ວິເຄາະເຖິງສາເຫດຂອງອາການແບບນີ້ ມັກຈະເກີດຂຶ້ນກັບຄົນທີ່ອາດຈະເຄີຍປະສົບເຫດການກະທົບກະເທືອນຮ່າງກາຍ ຫຼື ຈິດໃຈມາໃນອະດີດ ທີ່ເຮັດໃຫ້ພວກເຂົາຮູ້ສຶກເສຍໃຈ ໃຈຮ້າຍ ຫຼື ອັບອາຍ ໃນເວລາທີ່ກຳລັງມີຄວາມສຸກ ແລະ ເກີດຂຶ້ນຊ້ຳແລ້ວຊ້ຳອີກ ຈົນເກີດເປັນປົມໃນໃຈ ສົ່ງຜົນຕໍ່ສະພາວະອາລົມຈົນບໍ່ສາມາດແກ້ໄຂໄດ້.

ບໍ່ມີວິທີປິ່ນປົວໂຣກນີ້ແບບຕາຍຕົວ ແກ້ໄດ້ໂດຍການບຳບັດໄປເທື່ອລະໜ້ອຍ ເລີ່ມຈາກຄວາມຄິດຂອງຜູ້ປ່ວຍເອງ ທຳຄວາມເຂົ້າໃຈໂຣກນີ້ຈະຊ່ວຍໃຫ້ຜູ້ປ່ວຍຍອມຮັບເຖິງຄວາມຜິດປົກກະຕິຂອງຕົນເອງ ເລີ່ມທີ່ຈະປ່ຽນແປງຄວາມຄິດນັ້ນ. ກົນລະຍຸດການຜ່ອຍຄາຍສາມາດຊ່ວຍໄດ້ ເຊັ່ນ: ການອອກກຳລັງກາຍ, ການເຝິກຫາຍໃຈ, ການຫຼິ້ນໂຍຄະ, ລອຍນ້ຳ, ການສະກົດຈິດ ຫຼື ໃຊ້ຈິດຕະວິທະຍາເຊີງເລິກ ເພື່ອຊ່ວຍໃຫ້ຜູ້ປ່ວຍຄາຍປົມໃນໃຈ ແລະ ນຳໄປສູ່ການບຳບັດທີ່ງ່າຍຂຶ້ນ.


ບໍ່ແມ່ນວ່າຜູ້ປ່ວຍຈາກໂຣກນີ້ທຸກຄົນ ຈະຕ້ອງໄດ້ຮັບການບຳບັດ ເພາະບາງຄົນກໍມີຄວາມສຸກ ແລະ ປອດໄພຫຼາຍຂຶ້ນ ເມື່ອພວກເຂົາຫຼີກຈາກຄວາມສຸກ ຫຼື ອາການຂອງໂຣກບໍ່ໄດ້ສ້າງຜົນກະທົບໃນການໃຊ້ຊີວິດຫຼາຍ.

ທີ່ມາ:

innews

bangkokbiznews

thaiware

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/