ເຊກອງ ມີລາຍໄດ້ຈາກການສົ່ງອອກ ຜະລິດຕະພັນກະສິກໍາ ກວ່າ 25 ລ້ານໂດລາ


ໃນປີ 2023​ ແຂວງເຊກອງ ທີ່ຕັ້ງຢູ່ທາງພາກໃຕ້ຂອງ ສປປ ລາວ ມີລາຍໄດ້ຈາກການສົ່ງອອກຜະລິດຕະພັນກະສິກໍາ ກວ່າ 25 ລ້ານໂດລາ ໂດຍມີ ມັນຕົ້ນເປັນຜະລິດຕະພັນຫຼັກໃນການສົ່ງອອກ.

ຕາມການລາຍງານຂອງ ທ່ານ ຄໍາພັນ ພະສະແຫວງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ເມື່ອບໍ່ດົນນີ້ວ່າ: ໃນປີ 2023 ແຂວງເຊກອງ ສາມາດສົ່ງອອກຜະລິດຕະພັນກະສິກໍາ ມີມູນຄ່າທັງໝົດ 25,3 ລ້ານໂດລາ. ໃນນີ້, ມັນຕົ້ນແຫ້ງ 1.587 ໂຕນ ມູນຄ່າ 251.260 ໂດລາ; ແປ້ງມັນຕົ້ນ 29.886 ໂຕນ ມູນຄ່າ 13.684.757 ໂດລາ; ກາກມັນຕົ້ນ 2.814 ໂຕນ ມູນຄ່າ 259.720 ໂດລາ; ກາເຟ 1.620 ໂຕນ ມູນຄ່າ 3.897.600 ໂດລາ; ຢາງພາລາກ້ອນ 4.460 ໂຕນ ມູນຄ່າ 5.136.238 ໂດລາ; ມັນຝຣັ່ງ 230 ໂຕນ ມູນຄ່າ 92.000 ໂດລາ; ມັນດ້າງ 0,5 ໂຕນ ມູນຄ່າ 850 ໂດລາ ແລະ ຜະລິດຕະພັນໄມ້ແປຮູບ 8.142 ແມັດກ້ອນ ມູນຄ່າ 1.802.367 ໂດລາ.

ໃນປີ 2023 ທົ່ວແຂວງມີເນື້ອທີ່ປູກເຂົ້າທັງໝົດ 11.224 ເຮັກຕາ, ເນື້ອທີ່ເກັບກ່ຽວ 11.171 ເຮັກຕາ, ຜົນຜະລິດລວມ 45.457 ໂຕນ; ເນື້ອທີ່ປູກພືດສະບຽງອາຫານ 5.747 ເຮັກຕາ, ເນື້ອທີ່ເກັບກ່ຽວ 5.229 ເຮັກຕາ, ຜົນຜະລິດໄດ້ 44.364 ໂຕນ ແລະ ເນື້ອທີ່ປູກພືດເປັນສິນຄ້າ 30.485 ເຮັກຕາ, ເນື້ອທີ່ເກັບກ່ຽວ 28.576 ເຮັກຕາ, ຜົນຜະລິດ 377.510 ໂຕນ. ໃນນີ້, ເນື້ອທີ່ປູກກາເຟ 10.907 ເຮັກຕາ, ເນື້ອທີ່ໃຫ້ໝາກ 9.750 ເຮັກຕາ, ຜົນຜະລິດ 41.324 ໂຕນ; ໝາກແໜ່ງ 561 ເຮັກຕາ, ຜົນຜະລິດ 662 ໂຕນ; ມັນຕົ້ນທາດແປ້ງ 13.820 ເຮັກຕາ, ຜົນຜະລິດ 267.597 ໂຕນ; ສາລີ 141 ເຮັກຕາ, ຜົນຜະລິດ 819 ໂຕນ; ກ້ວຍ 633 ເຮັກຕາ, ຜົນຜະລິດ 10.676 ໂຕນ; ໂສມ 314 ເຮັກຕາ, ຜົນຜະລິດ 650 ໂຕນ ແລະ ຜັກກະລໍ່າປີ 548 ໂຕນ, ຜົນຜະລິດ 31.634 ໂຕນ.

https://www.facebook.com/permalink.php?story_fbid=pfbid04h9syocPzge3G7uFTg4SGxiEmhvYeEmWX2B7jP1eYLijyCGehFu5gYwtBzuDEa4Kl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/