“Charlie Munger” ນັກລົງທຶນລະດັບຕຳນານມືຂວາຂອງ Warren Buffett ໄດ້ເສຍຊີວິດແລ້ວໃນໄວ 99 ປີ


Charles Thomas Munger, ນັກລົງທຶນທີ່ມີຊື່ສຽງລະດັບຕຳນານ ເຊິ່ງເປັນມືຂວາຂອງ Warren Buffett ແລະ ຮອງປະທານບໍລິສັດ Berkshire Hathaway, ໄດ້ເສຍຊີວິດໃນຕອນເຊົ້າຂອງວັນທີ 28 ພະຈິກ 2023 ໃນໄວອາຍຸ 99 ປີໃນໂຮງໝໍລັດຄາລິຟໍເນຍ.

Charles Munger ຖືວ່າເປັນໜຶ່ງໃນນັກລົງທຶນຊາວອາເມຣິກາທີ່ໄດ້ປະສົບຜົນສໍາເລັດຫຼາຍທີ່ສຸດໃນສະຕະວັດທີ່ຜ່ານມາ ແລະ ຕົວລາວເອງຍັງເປັນຄົນທີ່ມີອິດທິພົນຫຼາຍທີ່ສຸດໃນໂລກທາງດ້ານການເງິນ, ໂດຍລາວສາມາດປ່ຽນແປງ Berkshire Hathaway ຈາກບໍລິສັດຕັດຫຍິບທີ່ປະສົບຄວາມຫຍຸ້ງຍາກ ໃຫ້ສາມາດກາຍເປັນບໍລິສັດຮຸ້ນສ່ວນໃຫຍ່ທີ່ມີມູນຄ່າຫຼາຍກວ່າ 700 ຕື້ໂດລາ. ໃນຂະນະດຽວກັນ ລາວຍັງເປັນໜຶ່ງໃນນັກວິຈານ cryptocurrencies ທີ່ຮຸນແຮງທີ່ສຸດໃນໂລກທຸລະກິດ ແລະ ມັກເບິ່ງວ່າການລົງທຶນໃນ cryptocurrencies ນັ້ນແມ່ນການລົງທຶນທີ່ບໍ່ມີປະໂຫຍດຫຍັງ. ເຊິ່ງກ່ອນໜ້ານີ້ Charles Munger ເຄີຍກ່າວວ່າ “Bitcoin ແມ່ນການພະນັນ” ຫຼື ເວົ້າວ່າ “Crypto ແມ່ນທັງການສໍ້ໂກງ ແລະ ການຫຼອກລວງ”

ນອກຈາກນີ້, Charles Munger ຍັງມັກຈະວິພາກວິຈານແບບກົງໄປກົງມາກ່ຽວກັບກົນລະຍຸດໃນການການລົງທຶນແບບເກັງກຳໄລ. ໂດຍສະເພາະແມ່ນການລົງທຶນໃນສະກຸນເງິນດິຈິຕອນ.

ໃນມຸມມອງຂອງ Charles Munger, ການຫຼົ້ມສະຫຼາຍຂອງການແລກປ່ຽນຂະໜາດໃຫຍ່ເຊັ່ນ FTX ໃນປີ 2022 ພຽງແຕ່ເປັນການຢືນຢັນຄໍາເຕືອນຂອງລາວເທົ່ານັ້ນ. ເຖິງແມ່ນວ່າລາຄາ Bitcoin ແລະ Ethereum ຈະຟື້ນຕົວຂຶ້ນໃນຕົ້ນປີ 2023, Charles Munger ກໍຍັງຄົງຢືນຢັນໃນມຸມມອງທີ່ເຂົາແນມກັບສະກຸນເງິນດິຈິຕອນແບບເດີມ.

Charles Munger ມີຄວາມໂດດເດັ່ນທາງດ້ານກົດໝາຍ, ທຸລະກິດ, ການລົງທຶນ ແລະ ການກຸສົນ. ໂດຍຫຼັງຈາກທີ່ລາວເຂົ້າຮັບວຽກລັດຖະການໃນສົງຄາມໂລກຄັ້ງທີ 2 ແລະ ຮຽນຈົບຈາກໂຮງຮຽນກົດໝາຍ Harvard, ລາວກໍໄດ້ເຂົ້າເຮັດວຽກໃນດ້ານກົດໝາຍອະສັງຫາລິມະສັບໃນຄາລິຟໍເນຍ, ກ່ອນທີ່ຈະປ່ຽນຄວາມສົນໃຈຂອງລາວມາສູ່ການລົງທຶນ ແລະ ການຄຸ້ມຄອງທຸລະກິດໃນຊຸມປີ 1960.

ນັບຕັ້ງແຕ່ປີ 1962-1975, Charles Munger ດໍາເນີນທຸລະກິດຮຸ້ນສ່ວນດ້ານການລົງທຶນຈົນປະສົບຜົນສໍາເລັດ. ໂດຍລາວສາມາດສ້າງຜົນຕອບແທນໄດ້ເກືອບ 20% ຕໍ່ປີ, ເຊິ່ງແຊງໜ້າດັດຊະນີຕະຫຼາດຫຼາຍ. ແລະສິ່ງນີ້ໄດ້ດຶງດູດຄວາມສົນໃຈຂອງ Warren Buffett, ຈົນໄດ້ເຊື້ອເຊີນໃຫ້ Charles Munger ເຂົ້າມາຮ່ວມງານກັບ Berkshire Hathaway ໃນຕຳແໜ່ງຮອງປະທານ ແລະ ໃນປັດຈຸບັນບໍລິສັດດັ່ງກ່າວໄດ້ມີມູນຄ່າຫຼາຍກວ່າ 700 ຕື້ໂດລາ.

ເຖິງແມ່ນວ່າ Charles Munger ເປັນທີ່ຮູ້ຈັກດີທີ່ສຸດໃນນາມມືຂວາຂອງ Warren Buffett, ແຕ່ລາວກໍມີອາຊີບທີ່ໂດດເດັ່ນມາດົນນານກ່ອນທີ່ລາວຈະເປັນຄູ່ຮ່ວມງານທີ່ມີຊື່ສຽງ, ເມື່ອ Buffett ເວົ້າວ່າ Munger ສົມຄວນໄດ້ຮັບ “ເຄດິດທັງໝົດ” ສໍາລັບຄວາມສໍາເລັດຂອງບໍລິສັດ Berkshire, ແຕ່ນັ້ນກໍບໍ່ເກີນຄວາມເປັນຈິງ ເມື່ອພິຈາລະນາຈາກປະສົບການດ້ານທຸລະກິດ ແລະ ການລົງທຶນທີ່ຍາວນານຫຼາຍທົດສະວັດຂອງ Charles Munger.

ທີ່ມາ:

cryptoslate

reuters

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/