ສິງກະໂປ ແລະ ຟິລິບປິນ ມີທັກສະພາສາອັງກິດທີ່ດີ ເປັນອັນດັບຕົ້ນໆຂອງອາຊຽນ


EF EPI ໜຶ່ງໃນຕົວຊີ້ວັດຄວາມສາມາດທາງພາສາອັງກິດ ທີ່ໄດ້ຮັບການຍອມຮັບທົ່ວໂລກ ຈັດອັນດັບທັກສາພາສາອັງກິດ ໃນ 113 ປະເທດ ໃນນັ້ນບໍ່ມີລາວກັບບຣູໄນ ທີ່ຖືກຈັດອັນດັບ. ສຳລັບອາຊຽນ ສິງກະໂປຕິດອັນດັບ 1 ຂອງອາຊຽນ ແລະ ອັນດັບ 2 ຂອງໂລກ, ຕາມມາດ້ວຍ ຟິລິບປິນ ອັນດັບ 2 ຂອງອາຊຽນ ອັນດັບ 20 ຂອງໂລກ, ມາເລເຊຍອັນດັບ 3 ຂອງອາຊຽນ ອັນດັບ 25 ຂອງໂລກ, ຫວຽດນາມ ອັນດັບ 4 ຂອງອາຊຽນ ອັນດັບ 58 ຂອງໂລກ, ອິນໂດເນເຊຍ ອັນດັບ 5 ຂອງອາຊຽນ ອັນດັບ 79 ຂອງໂລກ, ມຽນມາ ອັນດັບ 6 ຂອງອາຊຽນ ອັນດັບ 90 ຂອງໂລກ, ກຳປູເຈຍ ອັນດັບ 7 ຂອງອາຊຽນ ອັນດັບ 98 ຂອງໂລກ ແລະ ໄທ ອັນດັບ 8 ຂອງອາຊຽນ ອັນດັບ 101 ຂອງໂລກ.

ຂໍ້ມູນຈາກ: EF EPI

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/