YG Entertainment ຍັງບໍ່ມີແຜນໃຫ້ BABYMONSTER ປາກົດຕົວໃນລາຍການເພງ


BABYMONSTER ວົງນ້ອງໃໝ່ຈາກຄ້າຍ YG Entertainment ທີ່ມີກະແສມາຕັ້ງແຕ່ຍັງບໍ່ໄດ້ເດບິວ ຈົນຫຼ້າສຸດເພງ “Batter Up” ກໍສາມາດສ້າງສະຖິຕິໃໝ່ໃຫ້ແກ່ວົງ BABYMONSTER ໂດຍການເປັນສິລະປິນທີ່ເປີດຕົວດ້ວຍຍອດວິວສູງເຖິງ 21,42 ລ້ານວິວ ພາຍໃນ 24 ຊົ່ວໂມງ.

ດ້ວຍກະແສອັນໂດ່ງດັງແບບນີ້ແຟນໆຫຼາຍຄົນຕ່າງກໍຄາດຫວັງວ່າຈະເຫັນ BABYMONSTER ໃນເວທີ ຫຼື ລາຍການເພງຕ່າງໆ ແຕ່ທາງຕົ້ນສັງກັດຢ່າງ YG Entertainment  ໄດ້ອອກມາບອກວ່າຕອນນີ້ຍັງບໍ່ມີແຜນຕາຕະລາງທີ່ຈະຂຶ້ນໃນລາຍການເພງ ພ້ອມບອກວ່າຖ້າຫາກມີຈະປະກາດທັນທີ ແລະ ຕອນນີ້ຍັງຢູ່ລະຫວ່າງການກຽມເພງໃໝ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/