ໃນປີ 2018 ລັດແຄລິຟໍເນຍ ປະເທດສະຫະລັດອາເມຣິກາ ກຳນົດໃຫ້ຄະນະກຳມະການບໍລິສັດມະຫາຊົນ ຕ້ອງມີຜູ້ຍິງນັ່ງຕຳແໜ່ງ ຢ່າງໜ້ອຍ 1 ຄົນ.
ຫຼ້າສຸດໃນປີ 2020 ທີ່ຜ່ານມາ ແຄລິຟໍເນຍໄດ້ອອກກົດໝາຍໃໝ່ອີກສະບັບ ກຳນົດໃຫ້ຄະນະກຳມະການບໍລິສັດມະຫາຊົນ ຕ້ອງມີຄົນຈາກກຸ່ມ “Underrepresented Groups” ຫຼື ກຸ່ມຄົນທາງເຊື້ອຊາດ ຊາດພັນ ແລະ ເພດສະພາວະ ທີ່ໄດ້ຮັບໂອກາດໜ້ອຍກວ່າກຸ່ມຫຼັກ ເຊິ່ງໄດ້ແກ່ ຄົນຂາວ, ເພດຍິງ, ເພດຊາຍ.
ໂດຍກົດໝາຍສະບັບໃໝ່ນີ້ ໄດ້ມີການລະບຸເອົາໄວ້ເລີຍວ່າໄດ້ໝາຍເຖິງກຸ່ມໃດແດ່ ເຊິ່ງມີ:
- ທາງດ້ານເຊື້ອຊາດແລະຊາດພັນ “Underrepresented Groups” ໝາຍເຖິງຄົນດຳ, ຄົນເຊື້ອສາຍອາຟຣິກາອາເມຣິກາ, ຄົນເຊື້ອສາຍຮິສແປນິກ, ຄົນເຊື້ອສາຍລາຕິໂນ, ຄົນເຊື້ອສາຍອາຊີ, ຊາວໝູ່ເກາະປາຊີຟິກ, ຄົນພື້ນເມືອງອາເມຣິກາ, ຄົນພື້ນເມືອງຮາວາຍ ແລະ ຄົນພື້ນເມືອງອາລາສກາ
- ສ່ວນດ້ານເພດສະພາວະ “Underrepresented Groups” ໝາຍເຖິງຜູ້ທີ່ລະບຸຕົວເອງວ່າເປັນເກ, ເລສບຽນ, ໄບເຊັກຊວລ ແລະ ທຣານເຈນເດີ

ແລະ ກົດໝາຍນີ້ຈະເລີ່ມບັງຄັບໃຊ້ໃນປີ 2021 ນີ້ ໂດຍຄະນະກຳມະການບໍລິສັດມະຫາຊົນທຸກບໍລິສັດ ຈະຕ້ອງມີກຳມະການຈາກກຸ່ມນີ້ ຢ່າງໜ້ອຍ 1 ຄົນ ແລະ ໃນປີ 2022 ຈະຕ້ອງມີ 2-3 ຄົນ ຂຶ້ນຢູ່ກັບຂະໜາດຂອງຄະນະກຳມະການ.
ພາບ: wallpaperflare.com
ທີ່ມາ:
- https://web.facebook.com/114090136627856/posts/431617191541814/?d=n&_rdc=1&_rdr
- https://edition.cnn.com/2020/09/30/success/board-diversity-california-law/index.html?fbclid=IwAR2EKiNz4tmL-4Ghe1ZGxOy5ft5V_95geRxNyHF68_tRV8F0P0D6WKRuqsY