ຫຼາຍບໍລິສັດໃນອັງກິດ ທົດລອງໃຫ້ພະນັກງານເຮັດວຽກ 4 ມື້ຕໍ່ອາທິດ ພົບວ່າ ຄຸນະພາບຊີວິດ ແລະ ປະສິດທິພາບໃນການເຮັດວຽກດີຂຶ້ນ

ຫຼາຍບໍລິສັດໃນອັງກິດ

ໃນປັດຈຸບັນ ພະນັກງານທົ່ວໄປ ໃນປະເທດລາວເຮົາ ຕ້ອງໃຊ້ເວລາ 5 ຫາ 6 ມື້ ຕໍ່ອາທິດ ໄປກັບການເຮັດວຽກ ເອີ້ນໄດ້ວ່າໃນໜຶ່ງອາທິດ ເກືອບຈະບໍ່ມີເວລາໃຫ້ກັບຕົນເອງ ແລະ ໄດ້ໃຊ້ຊີວິດຕາມທີ່ຕົນເອງຕ້ອງການເລີຍ ແລະ ມັນຈະດີປານໃດ ຖ້າວ່າເຮົາສາມາດລົດຈຳນວນມື້ເຮັດວຽກໄດ້ ແລ້ວເອົາເວລາທີ່ເຫຼືອ ໄປໃຊ້ຊີວິດໃນແບບທີ່ເຮົາຕ້ອງການ.

ຫຼ້າສຸດເລື່ອງດັ່ງກ່າວ ໄດ້ຖືກທົດລອງ ແລະ ໄດ້ຮັບການພິສູດແລ້ວ ເມື່ອຫຼາຍບໍລິສັດ ໃນປະເທດອັງກິດ ໄດ້ທົດລອງໃຫ້ພະນັກງານເຮັດວຽກ 4 ມື້ຕໍ່ອາທິດ ແລະ ພົບວ່າ ຄຸນະພາບຊີວິດ ຫຼື work-life balance ບວກກັບປະສິດທິພາບໃນການເຮັດວຽກ ດີຂຶ້ນ.

ໂດຍການທົດລອງດັ່ງກ່າວ ເປັນການທົດລອງລົດຈຳນວນມື້ເຮັດວຽກເຫຼືອພຽງ 4 ມື້ຕໍ່ອາທິດ ຂອງ 61 ບໍລິສັດ ໃນປະເທດອັງກິດ ໂດຍມີພະນັກງານຈຳນວນ 2.900 ຄົນເຂົ້າຮ່ວມ ໂດຍການທົດລອງໄດ້ເລີ່ມຕັ້ງແຕ່ເດືອນມິຖຸນາ 2022 ມາຮອດທ້າຍເດືອນທັນວາ 2022 ທີ່ຜ່ານມານີ້ ລວມໄລຍະເວລາ 6 ເດືອນ.

ຫຼາຍບໍລິສັດໃນອັງກິດ

ຜົນປາກົດວ່າ ທັງພະນັກງານ ແລະ ບໍລິສັດ ມີຄວາມພໍໃຈເປັນຢ່າງຍິ່ງກັບນະໂຍບາຍນີ້ ໂດຍມີບໍລິສັດທັງໝົດ 56 ແຫ່ງ ໄດ້ປະກາດວ່າພວກເຂົາຈະສືບຕໍ່ນະໂຍບາຍເຮັດວຽກ 4 ມື້ຕໍ່ອາທິດ ຕໍ່ໄປ. ​ໃນ​ນັ້ນມີ 18 ບໍລິສັດ​ໄດ້​ປະກາດວ່າ​ພວກເຂົາຈະດຳເນີນນະໂຍບາຍເຮັດວຽກ 4 ມື້ຕໍ່ອາທິດນີ້ ແລະ ບໍ່ໄດ້ກັບໄປເຮັດວຽກອີກ 5 ມື້ຕໍ່ອາທິດ ອີກຕໍ່ໄປ.

ໂຈ ຣາຍ (Joe Ryle) ຜູ້ອໍານວຍການ ແລະ ຜູ້ດໍາເນີນນະໂຍບາຍການທົດລອງຄັ້ງນີ້ກ່າວວ່າ: “ການທົດລອງເຮັດວຽກ 4 ມື້ແມ່ນເປັນປະໂຫຍດຕໍ່ທັງພະນັກງານ ແລະ ບໍລິສັດ ຄຸ​ນະ​ພາບ​ຊີ​ວິດ​ ແລະ ​ສະ​ຫວັດ​ດີ​ການ​ຂອງ​ພະ​ນັກ​ງານ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຫຼວງ​ຫຼາຍ ໃນຂະນະທີ່ ປະສິດທິພາບຂອງບໍລິສັດ ຍັງຖືກຮັກສາໄວ້ຄືເກົ່າ ແລະ ມີພັດທະນາການຫຼາຍຂຶ້ນໃນເກືອບທຸກກໍລະນີ.”

ການສຶກສາພົບວ່າ ​ໃນ​ຈຳນວນ​ພະນັກງານ 2.900 ຄົນ, ຫຼາຍກວ່າ 39% ​ເວົ້າ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມກົດດັນ​ໜ້ອຍ​ລົງຈາກການເຮັດວຽກ, ​ໃນ​ຂະນະ​ທີ່ 40% ​ເວົ້າ​ວ່າ ​ເຂົາ​ເຈົ້າ​ມີ​ຄຸນ​ະພາ​ບການ​ນອນ​ຫຼັບ​ທີ່​ດີຂຶ້ນ ​ແລະ ທີ່ເຫຼືອກ່າວ​ວ່າ​ເຂົາ​ເຈົ້າ​ແບ່ງປັນ​ວຽກ​ງານ ​ແລະ ​ຄວາມ​ຮັບຜິດຊອບ​ໃນ​ບ້ານ​ໄດ້​ດີ​ຂຶ້ນ.

ຫຼາຍບໍລິສັດໃນອັງກິດ

ປົກກະຕິແລ້ວການເຮັດ 5 ມື້ຕໍ່ອາທິດ ຖືເປັນປະເດັນທີ່ສັງຄົມເວົ້າເຖິງຢູ່ຕະຫຼອດມາເປັນເວລາດົນນານແລ້ວ ແຕ່ແນວຄິດນີ້ ເລີ່ມກັບມາເປັນກະແສ ແລະ ຖືກສະໜັບສະໜູນອີກເທື່ອໜຶ່ງ ໃນຍຸກທີ່ຫຼາຍໆຄົນຄິດຫາຄຸນະພາບຊີວິດ ແລະ ສຸຂະພາບກາຍ-ຈິດ ທີ່ດີຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/