Butler Lies ການຕົວະເພາະບໍ່ຢາກຕອບແຊັດ ບໍ່ຢາກຮັບໂທລະສັບ


ຫຼາຍຄົນຄົງເຄີຍ ເມື່ອບໍ່ຢາກຕອບຂໍ້ຄວາມກໍຕົວະໄປປະມານວ່າ

“ມັນບໍ່ແຈ້ງເຕືອນ”

“ເນັດໝົດເລີຍບໍ່ໄດ້ຕອບ”

“ຄາວຽກໝົດມື້ ບໍ່ໄດ້ຈັບໂທລະສັບເລີຍ”

“ລືມ…”

ແລະອີກຄຳຕົວະຕ່າງໆນານາທີ່ເອົາມາອ້າງ ທັ້ງໆທີ່ເຫດຜົນທີ່ແທ້ຈິງຄື ບໍ່ຢາກຕອບ, ບໍ່ຢາກລົມ.

ສຳລັບຫຼາຍຄົນ ກໍຄົງຈະເຄີຍມີອາການລຳຄານສຽງແຈ້ງເຕືອນໃນໂທລະສັບດ້ວຍຫຼາຍເຫດຜົນ ບາງຄັ້ງເມື່ອເຮົາປິດການແຈ້ງເຕືອນໄປເລີຍກໍຈະເຮັດໃຫ້ເຮົາພາດຂໍ້ຄວາມທີ່ສຳຄັນ ຫຼື ສາຍທີ່ສຳຄັນໄປ, ຢາກຈະບອກໄປກົງໆວ່າລຳຄານ, ບໍ່ຢາກຕອບ, ບໍ່ຢາກຮັບສາຍກໍຢ້ານອີກຝ່າຍເສຍຄວາມຮູ້ສຶກ ຫຼື ເຂົ້າໃຈຜິດຫຍັງໄປ ຈຶ່ງເຮັດໃຫ້ພວກເຮົາຫຼາຍຄົນເລືອກການຕົວະ ໂດຍການຍົກເຫດຕ່າງໆເພື່ອຫຼີກເວັ້ນການຕອບຂໍ້ຄວາມ ຫຼື ຮັບໂທລະສັບ.

ການຕົວະໃນລັກສະນະນີ້ ເອີ້ນວ່າ Butler Lies ເຊິ່ງເປັນການຕົວະເພາະບໍ່ຢາກໂຕ້ຕອບ, ບໍ່ຢາກສົນທະນາທາງຂໍ້ຄວາມ ການໂທ ລວມທັງການວິດີໂອຄອລ, ໂດຍແບ່ງອອກເປັນ 3 ປະເພດຫຼັກຄື:

  1. ບໍ່ຢາກເລີ່ມບົດສົນທະນາໃໝ່ ບາງຄັ້ງເມື່ອຢາກຫຼີກເວັ້ນບົດສົນທະນາ, ບໍ່ຢາກລົມ ເຮົາກໍມັກຈະຕົວະໄປວ່າ “ບໍ່ວ່າງ”, “ບໍ່ສະດວກລົມ” ອ້າງວ່າຄາວຽກນັ້ນວຽກນີ້ ທັ້ງໆທີ່ຄວາມຈິງວ່າງ ພຽງແຕ່ບໍ່ຢາກລົມ ແລະ ບໍ່ຢາກເລີ່ມບົດສົນທະນາຫຍັງເລີຍ.
  2. ຢາກຈົບບົດສົນທະນາ ເມື່ອບົດສົນທະນາມາເຖິງຈຸດທີ່ບໍ່ຢາກຈະດຳເນີນຕໍ່ ປະໂຫຍກທີ່ເຮົາມັກເວົ້າ ແລະມັກໄດ້ຍິນກໍປະມານວ່າ “ຕອນນີ້ຄາວຽກ ເອົາາໄວ້ເທົ່ານີ້ເດີ້ ໄວ້ລົມກັນໃໝ່”, “ຂໍວາງກ່ອນເດີ້ ມີສາຍໂທເຂົ້າ”… ບາງເທື່ອຄົນທີ່ເວົ້າແບບນີ້ ອາດຈະບໍ່ໄດ້ຄາວຽກຄືທີ່ວ່າ ພຽງແຕ່ບໍ່ຢາກລົມຕໍ່ເທົ່ານັ້ນ.
  3. ຕັ້ງມີນິດໄສບໍ່ມັກຕອບແຊັດ/ບໍ່ມັກຮັບໂທລະສັບ ສຳລັບບາງຄົນການຕອບຂໍ້ຄວາມຊ້າ ຫຼື ບໍ່ຕອບເລີຍ ອາດເປັນເລື່ອງປົກກະຕິທີ່ພວກເຂົາເຮັດ ໃນເມື່ອຂໍ້ຄວາມບໍ່ໄດ້ສຳຄັນ, ບົດສົນທະນາບໍ່ແມ່ນເລື່ອງທີ່ສົນໃຈ, ແຊັດ ຫຼື ສາຍໂທເຂົ້າຈາກຄົນທີ່ບໍ່ຄ່ອຍສຳຄັນ ພວກເຂົາກໍຈະບໍ່ຕອບ ແລ້ວກໍຕົວະວ່າ “ບໍ່ເຫັນຂໍ້ຄວາມ” “ບໍ່ເຫັນແຈ້ງເຕືອນ” ”ຄາວຽກຈົນບໍ່ໄດ້ຈັບໂທລະສັບ” ແຕ່ຄວາມຈິງຕັ້ງບໍ່ຢາກຕອບ.

ການຕົວະແບບນີ້ ຟັງເບິ່ງຄືເປັນພຶດຕິກຳດ້ານລົບ ແຕ່ເບິ່ງໃນອີກດ້ານໜຶ່ງການຕົວະນີ້ກໍເປັນການຮັກສາຄວາມສຳພັນລະຫວ່າງບຸກຄົນໄວ້ໄດ້ ເພາະບາງຄັ້ງການເວົ້າຄວາມຈິງອາດເປັນການທຳຮ້າຍຄວາມຮູ້ສຶກຂອງອີກຝ່າຍ ແລະ ເປັນການທຳລາຍຄວາມສຳພັນໄດ້ອີກ.

ແຕ່ເຖິງຈະເປັນແນວນັ້ນ ເຮົາກໍຄວນເຂົ້າໃຈວ່າທຸກຄົນໃຊ້ຊີວິດຂອງໃຜລາວ ບໍ່ມີໃຜຈະມານັ່ງຕອບຂໍ້ຄວາມ ຫຼື ລົມໂທລະສັບກັບເຮົາຕະຫຼອດເວລາ ເຮົາກໍຄວນມີມາລະຍາດ ແລະ ເຄົາລົບຄົນອື່ນ ຢ່າສົ່ງຂໍ້ຄວາມຫຼາຍກວ່າ 5 ຂໍ້ຄວາມ ແລ ະບໍ່ຄວນໂທຕິດຕໍ່ກັນເກີນ 2 ສາຍ ເພາະຖ້າພວກເຂົາບໍ່ຕອບ ຫຼື ບໍ່ຮັບສາຍໃນທັນທີ ພວກເຂົາອາດຈະບໍ່ວ່າງແທ້ ແລະ ຖ້າພວກເຂົາເຫັນວ່າມັນສຳຄັນ ພວກເຂົາກໍຈະຕອບກັບແນ່ນອນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/