ລາຄາ Bitcoin (BTC) ໄດ້ດິ່ງລົງສູ່ລະດັບຕ່ຳສຸດນັບຕັ້ງແຕ່ເດືອນກຸມພາທີ່ຜ່ານມາ ຫຼັງຈາກຖືກກະແສເງິນທຶນໄຫຼອອກໄປສູ່ຕະຫຼາດຮຸ້ນ ແລະ ການຈອງຮຸ້ນໃໝ່ (IPO) ຟອມຍັກ, ເຊິ່ງອາດສົ່ງຜົນໃຫ້ເກີດແຮງເທຂາຍຢ່າງຮຸນແຮງຕື່ມອີກ ຫາກ BTC ບໍ່ສາມາດຮັກສາແນວຮັບທີ່ສຳຄັນໃນຮອບນີ້ໄວ້ໄດ້.
ການຫຼຸດລົງຂອງ BTC ມາຢູ່ທີ່ລະດັບ 65,385 ໂດລາ ຫຼື ຫຼຸດລົງ 2.3% ໃນຄັ້ງນີ້ ເປັນຜົນມາຈາກປາກົດການເຄື່ອນຍ້າຍສະພາບຄ່ອງ (Liquidity Rotation) ໂດຍນັກລົງທຶນທັງໃນກຸ່ມຄຣິບໂຕດັ້ງເດີມ ແລະ ຜູ້ຈັດການກອງທຶນທົ່ວໄປ ຕ່າງພາກັນຖອນທຶນອອກຈາກ BTC ເພື່ອໄປສະແຫວງຫາກຳໄລໃນຕະຫຼາດຮຸ້ນທີ່ພວມສ້າງສະຖິຕິສູງສຸດເປັນປະຫວັດສາດ ລວມເຖິງການກຽມສະພາບຄ່ອງໄວ້ເພື່ອເຂົ້າຊື້ຮຸ້ນ IPO ທີ່ທົ່ວໂລກພວມຈັບຕາມອງ ເຊັ່ນ SpaceX, OpenAI ແລະ Anthropic.
ສະຖານະການດັ່ງກ່າວເຮັດໃຫ້ BTC ພວມຜະເຊີນກັບຄວາມກົດດັນຢ່າງໜັກ ເຊິ່ງບັນດານັກວິເຄາະດ້ານເຕັກນິກເຕືອນວ່າ ລະດັບ 65,000 ໂດລາ ຖືເປັນປ້ອມປ້ອງກັນສຸດທ້າຍ ທີ່ BTC ຈະຕ້ອງຢືນໃຫ້ຢູ່ ເພາະຫາກຫຼຸດແນວຮັບນີ້ໄປ ກໍມີໂອກາດສູງທີ່ຈະຫຼຸດລົງໄປທົດສອບແນວຮັບຖັດໄປທີ່ລະດັບ 63,000 ຫາ 64,000 ໂດລາ ແລະ ອາດດິ່ງລົງເລິກເຖິງລະດັບຈິດວິທະຍາທີ່ 60,000 ໂດລາ ເຊິ່ງອາດຈະເປັນລະດັບຕ່ຳສຸດຂອງປີນີ້.
#LaoXperts #Bitcoin #BTC #Crypto #Finance #Liquidity #Investment


