ບົດລາຍງານສະບັບໃໝ່ຈາກ ADB ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, (ສຄອຊ) ຮຽກຮ້ອງໃຫ້ມີການເລັ່ງປະຕິຮູບສະພາບແວດລ້ອມການລົງທຶນ ເພື່ອອູ້ມຊູທຸລະກິດ SME ໃນລາວ ຫຼັງພົບວ່າພາກທຸລະກິດຍັງປະເຊີນອຸປະສັກໃຫຍ່ໃນການຈົດທະບຽນ, ການປະຕິບັດຕາມລະບຽບການ ແລະ ການເຂົ້າເຖິງແຫຼ່ງທຶນທີ່ຫຼຸດລົງຢ່າງໜ້າເປັນຫ່ວງ.
ຂໍ້ມູນດັ່ງກ່າວໄດ້ຖືກເປີດເຜີຍໃນງານເປີດຕົວບົດລາຍງານດັດສະນີການອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ (ProFIT) ສະບັບທີ 3 ເຊິ່ງສ້າງຂຶ້ນຈາກການສຳຫຼວດວິສາຫະກິດເຖິງ 1.386 ແຫ່ງໃນ 17 ແຂວງ ແລະ ນະຄອນຫຼວງວຽງຈັນ.
ເຖິງແມ່ນວ່າການປະເມີນຄັ້ງນີ້ຈະສະແດງໃຫ້ເຫັນເຖິງບາດກ້າວທີ່ດີຂຶ້ນໃນດ້ານຄວາມໂປ່ງໃສ ແລະ ຄວາມພະຍາຍາມໃນການຫຼຸດຜ່ອນຄ່າໃຊ້ຈ່າຍນອກລະບົບກໍຕາມ, ແຕ່ຜູ້ປະກອບການກໍຍັງຄົງປະເຊີນກັບອຸປະສັກຫຼາຍຢ່າງໃນການເລີ່ມຕົ້ນ ແລະ ການດຳເນີນທຸລະກິດ ໃນຂະນະທີ່ການຈັດຕັ້ງປະຕິບັດນະໂຍບາຍປະຕິຮູບໃນແຕ່ລະແຂວງກໍຍັງມີຄວາມແຕກໂຕນກັນ.
ເປັນທີ່ຮູ້ກັນດີວ່າ SME ແມ່ນກະດູກສັນຫຼັງຂອງເສດຖະກິດລາວ ໂດຍກວມເອົາເຖິງ 99% ຂອງທຸລະກິດທີ່ຈົດທະບຽນ ແລະ ສ້າງວຽກເຮັດງານທຳໃນລະບົບເຖິງ 94%. ແຕ່ສິ່ງທີ່ໜ້າກັງວົນຄື ສັດສ່ວນສິນເຊື່ອທະນາຄານທີ່ປ່ອຍໃຫ້ແກ່ SME ພັດຫຼຸດລົງຈາກ 30,9% ໃນປີ 2015 ເຫຼືອພຽງ 12% ໃນປີ 2022 ເຊິ່ງເປັນການຕັດໂອກາດໃນການຂະຫຍາຍຕົວ ແລະ ການສ້າງວຽກເຮັດງານທຳຢ່າງຊັດເຈນ.
ນອກຈາກນີ້, ວິສາຫະກິດທີ່ນຳພາໂດຍແມ່ຍິງຍັງຕ້ອງປະເຊີນກັບສິ່ງທ້າທາຍເພີ່ມເຕີມໃນການເຂົ້າເຖິງຂໍ້ມູນ ແລະ ແຫຼ່ງທຶນ, ພ້ອມທັງຍັງມີບັນຫາການຂາດແຄນແຮງງານມີສີມື ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນທີ່ຍັງຕໍ່າ ເຊັ່ນ: ມີພຽງ 10% ຂອງທຸລະກິດທີ່ສຳຫຼວດເທົ່ານັ້ນທີ່ມີການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW).
ທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ທ່ານນາງ ຊານນີ ແຄມເບວ ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳລາວ ໄດ້ເນັ້ນຢໍ້າໃນທິດທາງດຽວກັນວ່າ ບົດລາຍງານສະບັບນີ້ຄືແວ່ນແຍງທີ່ສະທ້ອນໃຫ້ເຫັນສຽງຂອງພາກທຸລະກິດຢ່າງແທ້ຈິງ ເພື່ອເປັນແນວທາງໃນການແກ້ໄຂບັນຫາໃຫ້ຖືກຈຸດ. ການເຮັດໃຫ້ຂັ້ນຕອນຕ່າງໆງ່າຍຂຶ້ນ, ມີຄວາມໂປ່ງໃສ ແລະ ຊ່ວຍໃຫ້ທຸລະກິດເຂົ້າເຖິງແຫຼ່ງທຶນໄດ້ດີຂຶ້ນ ຈະເປັນກຸນແຈສຳຄັນໃນການຊ່ວຍໃຫ້ຜູ້ປະກອບການເຕີບໂຕ.
ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ, ບົດລາຍງານໄດ້ສະເໜີໃຫ້ມີການຂະຫຍາຍໂຄງການຄໍ້າປະກັນສິນເຊື່ອ, ເຮັດໃຫ້ຂັ້ນຕອນການອະນຸມັດເງິນກູ້ງ່າຍຂຶ້ນ, ຫັນການຈົດທະບຽນ ແລະ ການເສຍອາກອນເປັນລະບົບດິຈິຕອນຢ່າງເຕັມຮູບແບບ, ພ້ອມທັງສົ່ງເສີມການນຳໃຊ້ຊັບສິນເຄື່ອນທີ່ເປັນຫຼັກຊັບຄໍ້າປະກັນ. ການຍົກລະດັບສະຖາບັນຂັ້ນແຂວງຜ່ານລະບົບການບໍລິຫານລັດແບບເອເລັກໂຕຣນິກ (E-governance) ຈະຊ່ວຍຫຼຸດຕົ້ນທຶນການດຳເນີນທຸລະກິດ, ສ້າງຄວາມໝັ້ນໃຈ ແລະ ຊຸກຍູ້ໃຫ້ເສດຖະກິດລາວເຕີບໂຕໄດ້ຢ່າງເຂັ້ມແຂງ ແລະ ຍືນຍົງ.
#LaoXperts #SMEລາວ #ເສດຖະກິດລາວ #ທຸລະກິດລາວ #ADB #LNCCI #ProFITLaos #ການລົງທຶນໃນລາວ


