ທ່ານ ຄຳຜອງ ຄຳມະນີວົງ ເລຂາບໍລິຫານງານພັກເມືອງລ້ອງແຈ້ງ ໄດ້ອອກມາຊີ້ແຈງປະຕິເສດຂ່າວລືໃນສື່ສັງຄົມອອນລາຍເລື່ອງການລັກລອບຂຸດຄົ້ນຄຳ, ໂດຍຢືນຢັນວ່າບໍ່ມີ ເໝືອງຄຳ ຫຼື ການເຂົ້າມາຂຸດຄົ້ນຂະໜາດໃຫຍ່ຈາກຊາວຕ່າງຊາດ, ແຕ່ເປັນພຽງການຊອກຫາລ້ຽງຊີບແບບຫັດຕະກຳພື້ນບ້ານຂອງປະຊາຊົນເທົ່ານັ້ນ

ຕໍ່ກັບກະແສຂ່າວທີ່ເກີດຂຶ້ນໃນສື່ສັງຄົມອອນລາຍທັງພາຍໃນ ແລະ ຕ່າງປະເທດ ທີ່ອາດສ້າງຄວາມເຂົ້າໃຈຜິດຕໍ່ການນຳພາຂອງພັກ ແລະ ລັດຖະບານນັ້ນ, ທ່ານ ຄຳຜອງ ຄຳມະນີວົງ ໄດ້ໃຫ້ສຳພາດກັບວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍ ອະທິບາຍຢ່າງຈະແຈ້ງວ່າ ພັກແລະລັດຖະບານແມ່ນບໍ່ໄດ້ນິ້ງນອນໃຈ ແລະ ບໍ່ມີການນຳເອົາກົນຈັກຂະໜາດໃຫຍ່ເຂົ້າມາຂຸດຄົ້ນໂດຍນາຍທຶນຈີນ ຫຼື ຊາວຕ່າງຊາດຕາມທີ່ຖືກກ່າວອ້າງແຕ່ຢ່າງໃດ.

ທ່ານໄດ້ກ່າວເນັ້ນໜັກເຖິງສະພາບການຕົວຈິງວ່າ: “ອັນນີ້ນິມັນບໍ່ແມ່ນການຂຸດຄົ້ນ ເຮົາເຂົ້າໃຈຄວາມໝາຍແລະນິຍາມຄຳວ່າຂຸດຄົ້ນ ມັນຕ້ອງມີກົນຈັກ… ອັນນີ້ມັນເອົາຈົກເອົາສຽມໄປຂຸດຊື່ໆ ແບບຫັດຕະກຳພື້ນບ້ານ ລັກສະນະໄປຊອກຢູ່ຫາກິນ”

ພ້ອມດຽວກັນນີ້, ທາງພາກສ່ວນກ່ຽວຂ້ອງຍັງໄດ້ເອົາໃຈໃສ່ຢ່າງໃກ້ຊິດໃນການປົກປັກຮັກສາສິ່ງແວດລ້ອມ ໂດຍໄດ້ລະດົມໃຫ້ທຸກພາກສ່ວນ ທັງພໍ່ແມ່ປະຊາຊົນ ແລະ ບໍລິສັດຕ່າງໆ ຮ່ວມກັນປົກປັກຮັກສາທຳມະຊາດເພື່ອການນຳໃຊ້ທີ່ຍືນຍົງ ແລະ ຫຼີກລ່ຽງການກະທົບທີ່ຈະກາຍເປັນໄພພິບັດທາງທຳມະຊາດໃນອະນາຄົດ.

ຄຳເວົ້າດັ່ງກ່າວ ສອດຄ່ອງກັບ ຄຳເວົ້າຂອງທັງ 5 ຄົນທີ່ອອກຈາກຖໍ້າມາໄດ້ ໂດຍຍອມຮັບວ່າເຂົ້າໄປຊອກຂຸດທອງແທ້ ແຕ່ບໍ່ມີໃຜຈ້າງເຂົ້າໄປ.

ຕົວແທນຂອງກຸ່ມຜູ້ລອດຊີວິດທັງ 5 ຄົນໄດ້ຕັດສິນໃຈອອກມາເປີດເຜີຍຄວາມຈິງ ເພື່ອແກ້ໄຂຄວາມຄາໃຈຂອງສັງຄົມ ພວກເຂົາລະບຸວ່າ ສາເຫດທີ່ແທ້ຈິງໃນການເຂົ້າໄປໃນຖ້ຳຄັ້ງນີ້ ແມ່ນເພື່ອໄປຊອກຫາຄຳ ຫຼັງຈາກທີ່ເຫັນກຸ່ມອື່ນໆເຂົ້າໄປຂຸດດິນແລ້ວໄດ້ຄຳອອກມາແທ້.

ພວກເຂົາຢືນຢັນຢ່າງໜັກແໜ້ນວ່າ ການກະທຳດັ່ງກ່າວແມ່ນມາຈາກຄວາມທຸກຍາກ ແລະ ຄວາມຕ້ອງການເງິນເພື່ອມາຊື້ຢູ່ຊື້ກິນລ້ຽງຊີບໃນເຂດຊົນນະບົດເທົ່ານັ້ນ ໂດຍປະຕິເສດຢ່າງສິ້ນເຊີງຕໍ່ຂ່າວລືທີ່ວ່າມີນາຍທຶນຈ້າງວານໃຫ້ພວກເຂົາເຂົ້າໄປ

ນອກຈາກການຊີ້ແຈງຂໍ້ເທັດຈິງແລ້ວ, ທ່ານຍັງໄດ້ສະແດງຄວາມເປັນຫ່ວງຕໍ່ກັບການນຳສະເໜີຂ່າວສານໃນຍຸກປັດຈຸບັນ ໂດຍຮຽກຮ້ອງໃຫ້ຜູ້ທີ່ລົງຂ່າວມີການກັ່ນຕອງຂໍ້ມູນຢ່າງຄັກແນ່ ແລະ ບໍ່ສ້າງຂ່າວບິດເບືອນພຽງເພື່ອຫວັງຍອດວິວ ເຊິ່ງເປັນການກະທຳທີ່ຜິດກົດໝາຍ ແລະ ອາດສ້າງຄວາມບໍ່ສະຫງົບ ກາຍເປັນບັນຫາທາງການເມືອງແລະຄວາມໝັ້ນຄົງໄດ້.

.

#LaoX #ເມືອງລ້ອງແຈ້ງ #ແຂວງໄຊສົມບູນ #ຂ່າວປອມ #ສື່ສັງຄົມອອນລາຍ #ເມືອງທອງຄຳ #ຂ່າວສານລາວ #ແຈ້ງການທາງການ

Comments are disabled