Bruno Mars ສິນລະປິນທີ່ມີຊື່ສຽງດັງກ້ອງໄປໄກ ເຮັດຜົນງານເພງໃດກໍຕິດຫູຕິດໃຈຄົນຟັງ ແຖມປະສົບຜົນສຳເລັດຫຼາຍດ້ານ!


ອອນຊອນຄວາມສາມາດຂອງນັກຮ້ອງຊື່ດັງລະດັບໂລກຢ່າງ Bruno Mars ທີ່ຫຼາຍຄົນກໍຮູ້ຈັກກັນດີ ໃນບົດເພງຕ່າງໆທີ່ມ່ວນຊື່ນຕິດຫູຕິດໃຈ ຟັງແລ້ວບໍ່ເບື່ອບໍ່ວ່າເວລາຈະຜ່ານໄປຫຼາຍປີບົດເພງກໍຍັງໂດດເດັ່ນຢູ່ສະເໝີ. ສ່ວນຮາງວັນທີ່ໄດ້ມາເພາະຄວາມສາມາດຂອງລາວນັ້ນ ລ້ວນແຕ່ເປັນຮາງວັນທີ່ຍິ່ງໃຫຍ່ ແລະ ໜ້າຊື່ນຊົມ ສົມແລ້ວທີ່ໄດ້ເປັນເຈົ້າຂອງຮາງວັນດັງໆຕ່າງໆ, ໂດຍສະເພາະໃນປີ 2018 ຄວ້າ 6 ຮາງວັນ ຈາກງານ Grammy Awards  ກັນໄປເລີຍ. ໃນຄວາມສາມາດນັ້ນກໍມີຫຼາຍດ້ານ ທັງແຕ່ງເພງ, ອອກແບບທ່າເຕັ້ນ ແລະ ໂປຣດິວເຊີ ລວມທັງຄວາມສຳເລັດໃນດ້ານອື່ນໆໃນຖານະສິລະປິນ.

Bruno Mars ເປັນພຽງຊື່ທີ່ໃຊ້ໃນວົງການ ຖ້າໃຜໄດ້ຕິດຕາມກໍຄົງຮັບຮູ້ດີວ່າຊື່ແທ້ຂອງລາວນັ້ນແມ່ນ Peter Gene Bayot Hernandez, ສ່ວນຊື່ Bruno Mars ນັ້ນ ເປັນຊື່ທີ່ພໍ່ເອີ້ນຕັ້ງແຕ່ຕອນຍັງນ້ອຍ ເພາະຕອນຍັງນ້ອຍເປັນຄົນທີ່ມີຮູບຮ່າງຄ້າຍຄືນັກມວຍປ້ຳຄົນໜຶ່ງທີ່ຊື່ ບຣູໂນ້ ຊາມາຕິໂນ້, ໃນເວລານັ້ນພໍ່ຈຶ່ງໄດ້ເອີ້ນ Bruno ສ່ວນຄຳວ່າ Mars ແມ່ນເອີ້ນຕາມຊື່ດາວອັງຄານ. ນັ້ນເປັນພຽງຈຸດເລີ່ມຕົ້ນ ແຕ່ເປັນການເລີ່ມຕົ້ນຊື່ທີ່ໜ້າຮັກ ແລະ ມີຄວາມໝາຍທີ່ເລິກເຊິ່ງຫຼາຍໆ.

Bruno Mars ມີໄອດໍ້ ທີ່ເປັນແບບຢ່າງ ແລະ ນຳມາເປັນແຮງບັນດານໃຈ ນັ້ນກໍຄື: Michael Jackson ແລະ Elvis Presley ນັກຮ້ອງທີ່ມີຊືສຽງດັງລະດັບໂລກ ເປັນຍຸກບຸກເບີກວົງການເພງໃນຕຳນານກໍວ່າໄດ້ ແລະ ນັກຮ້ອງຫຼາຍໆຄົນຕ່າງກໍນັບຖືໃນຄວາມສາມາດຂອງພວກເຂົາ, Bruno Mars ກໍເຊັ່ນກັນ. ດັ່ງນັ້ນ ລາວຈຶ່ງເອົາສິລະປິນທີ່ມັກມາເປັນແຮງບັນດານໃຈໃຫ້ກັບຕົນເອງຕັ້ງແຕ່ຍັງນ້ອຍ. ຕອນ Bruno ອາຍຸ 3 ປີ ເຄີຍຮຽນແບບ Elvis Presley ເພື່ອໄປສະແດງຄວາມສາມາດເທິງເວທີກັບລຸງ, ມາຮອດອາຍຸ 4 ປີ ກໍໄດ້ເຂົ້າຮ່ວມເປັນໜຶ່ງໃນສະມາຊິກວົງດົນຕີຂອງຄອບຄົວ The Love Note ເປັນວົງທີ່ມີຊື່ສຽງໃນຮາວາຍ. ຈົນມາຮອດ ອາຍຸໄດ້ 7 ປີ ຄວາມສາມາດຂອງ Bruno Mars ກໍໂດດເດັ່ນເຂົ້າຕາຜູ້ໃຫຍ່ຫຼາຍຄົນ ເປັນທີ່ຈັບຕາຂອງຜູ້ກຳກັບຮູບເງົາ ແລ້ວກໍໄດ້ຖືກພາເຂົ້າສູ່ວົງການບັນເທີງ.

Bruno Mars ມີພອນສະຫວັນການແຕ່ງເພງມາຕັ້ງແຕ່ອາຍຸ 4 ປີ, ໃນຕອນນັ້ນລາວໄດ້ແຕ່ງເພງໃຫ້ກັບແມ່ຂອງລາວ ທີ່ເປັນບຸກຄົນສຳຄັນທີ່ສຸດຂອງລາວ ເພື່ອອຸທິດໃຫ້ກັບດວງວິນຍານຂອງເພິ່ນ. ນອກຈາກນີ້ ຍັງມີຄັ້ງໜຶ່ງທີ່ໄດ້ໃຫ້ສຳພາດກັບນັກຂ່າວວ່າ ຕົນເອງຮ້ອງເພງໄດ້ຕັ້ງແຕ່ເລີ່ມຮຽນເວົ້າ ລວມທັງຫຼິ້ນເປຍໂນຕັ້ງແຕ່ອາຍຸ 2 ປີ.

Bruno Mars ມີເອື້ອຍນ້ອງທັງໝົດ 6 ຄົນ. ໃນນັ້ນ 4 ຄົນ ມີຄວາມສາມາດທາງດ້ານດົນຕີ ແລະ ມີວົງດົນຕີເປັນຂອງຕົນເອງພ້ອມ. ວົງດົນຕີແມ່ນຕັ້ງຂຶ້ນໃນປີ 2013, ມີຫຼາຍເພງທີ່ມ່ວນ ແລະ ຕິດຫູ ຫຼາຍເພງພໍສົມຄວນ. ສ່ວນພໍ່ຂອງລາວກໍເປັນນັກດົນຕີ ແມ່ກໍເປັນນັກເຕັ້ນຮູລ່າ. ທີ່ສຳຄັນ Bruno ຍັງຫຼິ້ນໄດ້ທັງກີຕ້າ ທັງຄີບອດ, ຊົມເຊີຍໃນຄວາມເກັ່ງ ແລະ ເກີດເປັນນັກດົນຕີທີ່ແທ້ຈິງ.

Bruno ໄດ້ແຕ່ງເພງໃຫ້ກັບສິລະປິນນັກຮ້ອງທີ່ມີຊື່ສຽງໂດ່ງດັງຫຼາຍຄົນ ມີສ່ວນຮ່ວມໃນການແຕ່ງເພງໃຫ້ກັບ Jay_Z ແລະ Kanye West ເຊິ່ງມີເພງທີ່ເຄີຍໄດ້ຍິນຜ່ານຫູຈົນຕິດໃຈເຊັ່ນ: Lift Off, Never Close Our Eyes, All Ask ແລະ Right Round. ສຳຜັດໄດ້ເລີຍວ່າ ເພງທີ່ແຕ່ງມາໃຫ້ນັຮ້ອງດັງໆນັ້ນ ລ້ວນແຕ່ເປັນເພງທີ່ຮິດຮັອດເລີຍກໍວ່າໄດ້.

ຈາກທີ່ຫຼາຍຄົນສັງເກດວ່າ Bruno ອາດເບິ່ງເປັນຄົນທີ່ເຮັດເພງແບບສະບາຍໆ ຈົນຫຼາຍຄົນກໍອາດຄິດວ່າລາວກໍອາດເປັນຄົນງ່າຍໆເຊັ່ນດຽວກັນ. ແຕ່ໃນຄວາມຈິງ ບຣູໂນ້ ມີຄວາມເຈົ້າພໍ່ແຟຊັ່ນ, ຮັກໃນຄວາມສົມບູນແບບ, ເພື່ອນຮ່ວມງານຍັງໄດ້ບອກວ່າ ບໍ່ເຄີຍເຫັນໃຜເປັນຄົນລະອຽດແບບນີ້ມາກ່ອນ ປະກອບກັບການປັບປ່ຽນຫ້ອງສະຕູ ກໍຢ້ຳວ່າຕ້ອງອອກມາໃຫ້ສົມບູນແບບ ເພື່ອໃຫ້ເພງມີຄຸນະພາບທີ່ດີຍິ່ງຂຶ້ນໄປ ຈິງຈັງໃນການເຮັດວຽກແບບລະອຽດແທ້.

Bruno Mars ນອກຈາກປະສົບຜົນສຳເລັດໃນດ້ານດົນຕີແລ້ວ ຍັງປະສົບຜົນສຳເລັດໃນການເຮັດທຸລະກິດເຄື່ອງດື່ມອີກພ້ອມ. ການຜະລິດເຄື່ອງອຸດສາຫະກຳເຄື່ອງດື່ມກໍມີຊື່ສຽງດັງກ້ອງໄປໄກເຊັ່ນດຽວກັນ ເຊິ່ງເປັນເຄື່ອງດື່ມແອລກໍຮໍນັ້ນເອງ.

ຈາກເດັກນ້ອຍທີ່ມີພອນສະຫວັນມາແຕ່ຍັງນ້ອຍ ຝຶກຝົນຕົນເອງມາຕະຫຼອດ ໂດຍມີສິລະປິນເປັນແຮງບັນດານໃຈ ປັດຈຸບັນນີ້ Bruno Mars ກາຍເປັນໄອດໍ້ໃຫ້ກັບໃຜຫຼາຍໆຄົນ ແລະ ເປັນສິລະປິນລະດັບໂລກທີ່ຫຼາຍຄົນຍອມຮັບ, ເປັນການປະສົບຜົນສຳເລັດໃນຊີວິດເລີຍກໍວ່າໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/