ນັກກິລາແລ່ນ ທີ່ພິການທາງສາຍຕາ ຖືກແຟນໜຸ່ມຂໍແຕ່ງງານກາງສະໜາມ ຫຼັງຈາກແຂ່ງຂັນແລ້ວ!


ການແຂ່ງຂັນກິລາ Paralympics ເປັນການແຂ່ງຂັນທີ່ໜ້າສົນໃຈ ແລະ ໜ້າຕິດຕາມ, ເຮັດໃຫ້ໄດ້ເຫັນຄວາມສາມາດຂອງຄົນພິການທີ່ແຂ່ງຂັນກັນຢ່າງເຕັມທີ່ ແລະ ເຫັນເລື່ອງດີໆ ທີ່ເກີດຂຶ້ນໃນລະຫວ່າງການແຂ່ງຂັນ.

ສຳລັບການແຂ່ງຂັນປະເພດກິລາແລ່ນ, ໃນວັນທີ 2 ກັນຍາ 2021 ທີ່ຜ່ານມາ ກໍມີເລື່ອງໜ້າຍິນດີເກີດຂຶ້ນ, ໃນລະຫວ່າງທີ່ຈົບການແຂ່ງຂັນ ນັກກິລາທີມຊາດ ຈາກປະເທດກາບູວາເດ ຖືກແຟນໜຸ່ມຂໍແຕ່ງງານໃນກາງສະໜາມ, ເຖິງແມ່ນວ່າການແຂ່ງຂັນຈະບໍ່ໄດ້ຮັບໄຊຊະນະ ແລະ ບໍ່ໄດ້ຄວ້າຫຼຽນຄຳມາ ແຕ່ຍັງມີເລື່ອງທີ່ດີເກີດຂຶ້ນສຳລັບນັກກິລາຄົນເກັ່ງຄົນນີ້.

ແຟນໜຸ່ມທີ່ຂໍແຕ່ງງານແມ່ນໄດ້ຄົບຫາກັນມາໄດ້ 11 ປີແລ້ວ, ແຟນໜຸ່ມໄດ້ກ່າວວ່າ: “ມັນເຖິງເວລາແລ້ວທີ່ຂ້ອຍຈະຂໍເຈົ້າແຕ່ງງານ. ການທີ່ຂ້ອຍຂໍເຈົ້າແຕ່ງງານໃນສະໜາມກິລາມັນເປັນສິ່ງທີ່ພິເສດສຸດ ເພາະສະໜາມກິລາກໍຄືດັ່ງເຮືອນຫຼັງທີສອງຂອງເຈົ້າ ແລະ ມັນເຖິງເວລາແລ້ວທີ່ເຮົາຈະໃຊ້ຊີວິດຮ່ວມກັນ”. ໃນນາທີນັ້ນ ເຮັດໃຫ້ທັງສອງມີນ້ຳຕາໄຫຼອອກມາໂດຍບໍ່ຮູ້ຕົວ, ໝູ່ເພື່ອນທີ່ຮ່ວມແຂ່ງຂັນ ເຖິງເບິ່ງບໍ່ເຫັນແຕ່ກໍສຳຜັດໄດ້ເຖິງຄວາມຮັກຂອງທັງສອງ, ຫຼາຍຄົນທີ່ຢູ່ທີ່ນັ້ນ ຕ່າງກໍປະທັບໃຈໃນຄວາມຮັກທີ່ພວກເຂົາມີໃຫ້ກັນ.

ເລື່ອງດັ່ງກ່າວເຮັດໃຫ້ຫຼາຍໆຄົນກໍດີໃຈ ແລະ ຮ່ວມຍິນດີນຳເຂົາທັງສອງເຊັ່ນກັນ, ພ້ອມມີຄຳຄິດເຫັນທີ່ເປັນພະລັງບວກໃຫ້ແກ່ທັງສອງ ແລະ ຍ້ອງວ່າຄູ່ນີ້ສາມາດເປັນຕົ້ນແບບໃຫ້ກັບຄູ່ຊີວິດຄູ່ອື່ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/