ນັກຮຽນລາວເຮົາບໍ່ທຳມະດາ! ຊະນະໃນການແຂ່ງຂັນລາຍການ The Kid Bright Thai-Lao Competition 2021


ຊົມເຊີຍ! ນັກຮຽນລາວເຮົາທີ່ມີຄວາມສາມາດ ຄວ້າໄຊຊະນະໃນການແຂ່ງຂັນລາຍການ The Kid Bright Thai-Lao Competition 2021 ‘’Mekong Science Project Contest’’ ເປັນໂຄງການວິທະຍາສາດຂອງແມ່ນ້ຳຂອງ ພາຍໃຕ້ຫົວຂໍ້ ‘’ຮັກແມ່ນ້ຳຂອງ’’.

ສຳລັບປະເທດລາວເຮົາໄດ້ຮາງວັນມີດັ່ງນີ້:

  • ຮາງວັນຊະນະເລີດແມ່ນ: ໂຮງຮຽນນານາຊາດລາວ ໃນຫົວຂໍ້: An Intelligent Boat for a Better River, ເງິນຮາງວັນ 6,000,000 ກີບ.
  • ຮາງວັນຮອງຊະນະເລີດອັນດັບໜຶ່ງ: ໂຮງຮຽນນານາຊາດ ກຽດຕິສັກ ໃນຫົວຂໍ້: ເຄື່ອງກັ່ນຕອງ ແລະ ປັ່ນນ້ຳ, ໄດ້ເງິນຮາງວັນ 4,000,000 ກີບ.
  • ຮາງວັນຮອງຊະນະເລີດອັນດັບສອງ: ໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ໃນຫົວຂໍ້: ​ອຸປະກອນບຳບັດນ້ຳເປື້ອນ, ໄດ້ເງິນຮາງວັນ 1,000,000 ກີບ.
  • ຮາງວັນຊົມເຊີຍ: ໂຮງຮຽນ ມ.ສ ວຽງຈັນ ໃນຫົວຂໍ້: ບຳບັດນ້ຳເປື້ອນ ໂດຍການຫົດນ້ຳປະຢັດແຮງຄົນ, ໄດ້ເງິນຮາງວັນ 700,00 ກີບ.
  • ຮາງວັນຊົມເຊີຍ: ໂຮງຮຽນນາໆຊາດ ກຽດຕິສັກ ໃນຫົວຂໍ້: Operator X Filtration, ໄດ້ເງິນຮາງວັນ 700,000 ກີບ.

ສ່ວນຮາງວັນຊະນະເລີດ ໂດຍຜົນງານຂອງທີມ Kaibar ຈາກໂຮງຮຽນນານາຊາດລາວ ມີຊື່ວ່າ Kaibar Boat ພວກເຂົາໄດ້ສ້າງຕົ້ນແບບເຮືອອັດສະລິຍະ ທີ່ມີຄວາມສາມາດເກັບຂີ້ເຫຍື້ອອັດຕະໂນມັດ.

ເປັນອີກໂຄງການວິທະຍາສາດໜຶ່ງ ທີ່ສົ່ງເສີມໄວໜຸ່ມທັງໄທ ແລະ ລາວ ໃຫ້ມີການຮ່ວມແຂ່ງຂັນ ສະແດງທັກສະຄວາມສາມາດໃຫ້ຫຼາຍຄົນໄດ້ຮັບຮູ້ ແລະ ຜົນງານ ທີ່ຄົ້ນຄິດຂຶ້ນມາເອງ. ໃນການແຂ່ງຂັນຄັ້ງນີ້ກໍເປັນຮູບແບບອອນໄລນ໌ ທີ່ສຳຄັນໄປກວ່ານັ້ນ ມີນັກຮຽນລາວເຮົາຊະນະການແຂ່ງຂັນໃນຄັ້ງນີ້ພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/