ວັນທີ 23 ມັງກອນ 2021 ທີ່ຜ່ານມາ ເວັບໄຊ The Guardian ລາຍງານວ່າ ບໍລິສັດໂບອິງ (Boeing) ຜູ້ຜະລິດຍົນສຳລັບການຄ້າລາຍໃຫຍ່ຂອງໂລກເປີດເຜີຍແຜນການສ້າງຍົນການຄ້າທີ່ສາມາດໃຊ້ເຊື້ອເພີງຊີວະພາບ 100% ໃຫ້ໄດ້ໃນພາຍໃນ 9 ປີຂ້າງໜ້າ ຫຼື ພາຍໃນປີ 2030.
ບໍລິສັດໂບອິງເປີດເຜີຍວ່າ ນີ້ເປັນສ່ວນໜຶ່ງຂອງຄວາມທ້າທາຍຂອງບໍລິສັດທີ່ຕ້ອງການລົດການປ່ອຍຄາບອນໃຫ້ໄດ້ 50% ພາຍໃນ 30 ປີຂ້າງໜ້າ. ເຊິ່ງປັດຈຸບັນອຸດສະຫະກຳການບິນປ່ອຍຄາບອນສູ່ຊັ້ນບັນຍາກາດ ຄິດເປັນ 2% ຂອງຈາກທັງໂລກ ແລະ ການຂົນສົ່ງໂດຍຍົນປ່ອຍຄາບອນອອກສູ່ຊັ້ນບັນຍາກາດຫຼາຍເຖິງ 12% ຂອງອຸດສາຫະກຳຂົນສົ່ງທັງໝົດ.

ໂດຍກ່ອນໜ້ານີ້ເມື່ອປີ 2018 ບໍລິສັດໂບອິງເຄີຍໃຊ້ເຊື້ອເພີງຊີວະພາບ 100% ເຕີມໃສ່ຍົນການຄ້າ ເຊິ່ງເປັນຍົນຂົນສົ່ງຂອງບໍລິສັດ FedEx ມາແລ້ວ ຂະນະທີ່ເຊື້ອເພີງຍົນໃນປັດຈຸບັນມີສ່ວນປະສົມຂອງເຊື້ອເພີງຊີວະພາບຢູ່ແລ້ວ 50%. ຢ່າງໃດກໍຕາມ ຜູ້ຊ່ຽວຊານລະບຸວ່າ ສິ່ງທີ່ໂບອິງຕ້ອງພິສູດໃຫ້ໄດ້ເປັນຢ່າງທຳອິດຄືຕ້ອງໃຫ້ໝັ້ນໃຈວ່າ ເຊື້ອເພີງຊີວະພາບທີ່ອາດຈະມາຈາກນ້ຳມັນພືດ ໄຂມັນສັດ ອ້ອຍ ຫຼື ຂີ້ເຫຍື້ອຕ່າງໆ ຈະສາມາດເຕີມໃສ່ຍົນການຄ້າ ແລະ ສາມາດບິນຢ່າງປອດໄພ.
ຄວາມເຄື່ອນໄຫວຫຼ້າສຸດຂອງບໍລິສັດໂບອິງ ເກີດຂຶ້ນລະຫວ່າງການຈັບຕາສະຖານະການທາງທຸລະກິດທີ່ກຳລັງໄດ້ຮັບຜົນກະທົບຢ່າງຫຼາຍ ຈາກໂຣກໂຄວິດ-19 ເນື່ອງຈາກໂຣກລະບາດເຮັດໃຫ້ສາຍການບິນຕ່າງໆບໍ່ສາມາດດຳເນີນການບິນໄດ້ ສົ່ງຜົນກະທົບຕໍ່ຍອດການສັ່ງຊື້ຍົນໂບອິງ. ຂະນະດຽວກັນ, ໂບອິງຍັງຢູ່ໃນວິກິດຄວາມໄວ້ວາງໃຈຈາກກໍລະນີຍົນທີ່ບໍລິສັດຜະລິດ ປະສົບອຸປະສັກຫຼາຍຄັ້ງໃນໄລຍະຫຼັງ.

ພາບ: airwaysmag.com, usa today
ຂອບໃຈຂໍ້ມູນຈາກ:
- https://www.theguardian.com/us-news/2021/jan/23/boeing-says-it-will-make-planes-able-to-fly-on-100-biofuel-by-2030?fbclid=IwAR1vpRhC41nftL1sp82l-uaW0cPu1kyfASz4Yfj4z2Ou15cq2i_ZfWhIEGU
- https://www.nasdaq.com/articles/boeing-says-its-fleet-will-be-able-to-fly-on-100-biofuel-by-2030-2021-01-22