ສະພາບອາກາດປ່ຽນແປງເຮັດໃຫ້ນ້ຳທະເລຮ້ອນຂຶ້ນ ທຽບເທົ່າລະເບີດປະລະມະນູ 10 ລູກໃນ 1 ວິນາທີ!!!


ການວິໄຈໃໝ່ພົບວ່າ ສະພາບພູມອາກາດທີ່ປ່ຽນແປງຕະຫຼອດ ເຮັດໃຫ້ນ້ຳທະເລດູດຊຶມເອົາຄວາມຮ້ອນເຖິງ 20 Sextillion ຈູນ ຫຼື 20,000,000,000,000,000,000,000 (ສູນ 22 ໂຕ) ທຽບເທົ່າກັບການປ່ອຍລະເບີດປະລະມະນູທີ່ຮິໂຣຊິມາ 10 ລູກໃນທຸກໆ 1 ວິນາທີ ໃນໜຶ່ງປີ.

Kevin Trenberth ຈາກສູນການວິໄຈ US National Center for Atmospheric Research ຜູ່ທີ່ເຮັດການວິໄຈນີ້ ບອກວ່າ ມະຫາສະໝຸດດູດຊຶມພະລັງງານແສງອາທິດຫຼາຍກວ່າ 90% ທີ່ຖືກກັກເກັບໄວ້ໃນຊັ້ນບັນຍາກາດຂອງໂລກ.

ລາວຍັງເຜີຍວ່າ ມັນບໍ່ໜ້າແປກໃຈເລີຍ ຍ້ອນວ່າຕັ້ງແຕ່ຊ່ວງຍຸກ 1990 ມະຫາສະໝຸດກໍຮ້ອນຂຶ້ນຢ່າງຕໍ່ເນື່ອງມາຕະຫຼອດ, ການວິໄຈດັ່ງກ່າວໄດ້ຖືກເຜີຍແຜ່ໃນຂະດຽວກັນກັບທີ່ນັກວິທະຍາສາດສັນນິຖານວ່າ ໂລກຂອງເຮົາໃນປີ 2020 ຮ້ອນເທົ່າກັບປີ 2016 ເຊິ່ງເປັນປີທີ່ຮ້ອນທີ່ສຸດເທົ່າທີ່ໂລກເຄີຍບັນທຶກມາ ແລະ ອອສເຕເລຍກໍພົບກັບອຸນຫະພູມທີ່ສູງເປັນອັນດັບ 4 ຂອງໂລກ.

ນັກວິຊາການ Bernadette Sloyan ຈາກອົງການ CSIRO ກ່າວວ່າ ມະຫາສະໝຸດເປັນເຫດທີ່ເຮັດໃຫ້ອອສເຕເລຍຮ້ອນ ເພາະວ່າເປັນຕົວຄວບຄຸມສະພາບພູມອາກາດຂອງອອສເຕເລຍ, ຍິ່ງມະຫາສະໝຸດຮ້ອນຂຶ້ນ ສະພາບອາກາດກໍຍິ່ງຮຸນແຮງຂຶ້ນໄປນຳ ນັ້ນຍ້ອນມະຫາສະໝຸດມີຄວາມຮ້ອນ ແລະ ຈະຄ່ອຍໆຄາຍຄວາມຮ້ອນກັບຄືນສູ່ຊັ້ນບັນຍາກາດ ຈາກນັ້ນອາດຈະກໍ່ໃຫ້ເກີດໄພພິບັດທີ່ຮຸນແຮງໄດ້.

ນອກຈາກໄພທາງທຳມະຊາດທີ່ຈະຕາມມາແລ້ວ ການທີ່ນ້ຳໃນມະຫາສະໝຸດຮ້ອນຂຶ້ນກໍມີຜົນຕໍ່ລະບົບນິເວດໃຕ້ນ້ຳ ແລະ ປະກາລັງໃຕ້ນ້ຳ, ຖ້າອຸນຫະພູມສູງຂຶ້ນເລື້ອຍໆ ຈະເຮັດໃຫ້ປະກາລັງຟອກຂາວ ແລະ ຕາຍໄດ້.

ຂອບໃຈຂໍ້ມູນຈາກ:

https://www.abc.net.au/news/2021-01-18/ocean-temperatures-reached-record-high-in-2020-study-finds/13062628?fbclid=IwAR3MeCsvlJMaOetdZ0QQzy8b1fHP9s3JvL4S3VwL3QOqP-Pl9bmgMItxMeA

https://www.facebook.com/environman.th/posts/3375781982550225