Binance, crypto exchange ທີ່ໃຫຍ່ທີ່ສຸດໃນໂລກ ປະກາດເປີດຕົວຄຸນສົມບັດໃໝ່ “Multiple Deposit Address” ທີ່ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດຮັບທີ່ຢູ່ໃນການຝາກເງິນຫຼາຍລາຍການໃຫ້ກາຍເປັນລາຍການດຽວໄດ້. ໂດຍຄຸນລັກສະນະໃໝ່ນີ້ມາພ້ອມກັບຟັງຊັນປຶ້ມທີ່ຢູ່ບັນຊີເງິນຝາກ (deposit address book) ທີ່ຖືກສ້າງຂຶ້ນມາ ເພື່ອຊ່ວຍໃຫ້ຜູ້ໃຊ້ສາມາດຈັດການທີ່ຢູ່ເງິນຝາກຂອງ Binance ຫຼາຍລາຍການໃຫ້ຢູ່ໃນ address ດຽວ ເພື່ອໃຫ້ສະດວກຕໍ່ການໃຊ້ງານ ມີປະສິດທິພາບຫຼາຍຂຶ້ນ.

ກ່ອນໜ້ານີ້, ຜູ້ໃຊ້ Binance ຖືກຈໍາກັດໃຫ້ມີທີ່ຢູ່ເງິນຝາກພຽງເເຕ່ເເຫ່ງດຽວຕໍ່ເຄືອຂ່າຍ, ສິ່ງນີ້ເຮັດໃຫ້ເກີດຄວາມທ້າທາຍໃນແງ່ຂອງການຕິດຕາມເງິນທຶນ. ຢ່າງໃດກໍຕາມ, ດ້ວຍຄຸນສົມບັດໃໝ່ນີ້ ຜູ້ໃຊ້ສາມາດສ້າງທີ່ຢູ່ເງິນຝາກໄດ້ຫຼາຍລາຍການສຳລັບເເຕ່ລະເຄືອຂ່າຍ ເຊິ່ງໝາຍຄວາມວ່າຜູ້ໃຊ້ທີ່ມີສ່ວນຮ່ວມໃນການຊື້ຂາຍ cryptocurrency ໃນ Binance ສາມາດກຳນົດທີ່ຢູ່ເງິນຝາກແຍກຕ່າງຫາກສໍາລັບ cryptocurrency ທີ່ເຂົາເຈົ້າກຳລັງຈັດການຢູ່.
ໃນໄລຍະທຳອິດຜູ້ໃຊ້ງານຈະສາມາດສ້າງທີ່ຢູ່ “Multiple deposit addresses” ໃໝ່ນີ້ໄດ້ໃນເຄືອຂ່າຍ Ethereum (ERC20) ແລະ ເຄືອຂ່າຍ L2 ຂອງ Ethereum ເຊັ່ນ Arbitrum One ຫຼື BNB Smart Chain ເທົ່ານັ້ນ. ໂດຍຜູ້ໃຊ້ສາມາດສ້າງທີ່ຢູ່ເງິນຝາກໄດ້ສູງສຸດ 20 Address ຕໍ່ 1 ເຄືອຂ່າຍ.
- ວິທີການຝາກເງິນຢູ່ທີ່ຢູ່ເງິນຝາກ
- ເຂົ້າໄປທີ່ໜ້າ “Deposit Crypto” ຫຼື ເຂົ້າສູ່ລະບົບບັນຊີຂອງທ່ານໃນແອັບພິເຄຊັນມືຖື Binance ແລະ ກົດເຂົ້າ “Deposit”.
- ເລືອກເຄືອຂ່າຍເພື່ອເບິ່ງລາຍຊື່ທີ່ຢູ່ເງິນຝາກ ແລະ ກົດຮັບ address ຫຼື ແກ້ໄຂທີ່ຢູ່ເງິນຝາກໃໝ່
- ເລືອກທີ່ຢູ່ເງິນຝາກທີ່ຕ້ອງການ ແລະ ດຳເນີນການຝາກເງິນ

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/