Binance ປະກາດການຖອນຕົວອອກຈາກຣັດເຊຍ ແລະ ຍຸຕິຄູ່ເທຣດຣູເບິນຣັດເຊຍ (RUB) ໃນແພລັດຟອມຂອງຕົນ ຫຼັງ​ຈາກ​ທີ່​ໄດ້​ຖືກ​ສືບ​ສວນ​ໂດຍ OFAC


Binance ເວັບເທຣດ Crypto ທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ປະກາດຢຸດການສະໜັບສະໜູນຄູ່ເທຣດຂອງຣູເບິນຣັດເຊຍ (RUB) ໃນແພລັດຟອມຂອງຕົນ. ໂດຍຈະເລີ່ມແຕ່ວັນທີ 31 ມັງກອນ 2024 ເປັນຕົ້ນໄປ, ເຊິ່ງການຕັດສິນໃຈໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງແຜນການຂອງ Binance ທີ່ຈະຖອນຕົວອອກຈາກຕະຫຼາດຣັດເຊຍ ຫຼັງຈາກທີ່ໄດ້ຂາຍທຸລະກິດໃນຣັດເຊຍໃຫ້ກັບ CommEX.

ໃນຕົ້ນປີ 2023 ທີ່ຜ່ານມາ, Binance ໄດ້ຂາຍເວັບເທຣດຂອງຕົນໃຫ້ກັບບໍລິສັດທ້ອງຖິ່ນ CommEX ຫຼັງຈາກທີ່ຖືກສືບສວນໂດຍສຳນັກງານຄວບຄຸມຊັບສິນຕ່າງປະເທດຂອງກະຊວງການເງິນສະຫະລັດ (OFAC) ໄດ້ເຂົ້າມາກວດສອບຈາກກໍລະນີ້ທີ່ຖືກກ່າວຫາວ່າ: ອໍານວຍຄວາມສະດວກໃນການເຮັດທຸລະກໍາໃຫ້ກັບໜ່ວຍງານຣັດເຊຍທີ່ຖືກຂວ້ຳບາດ ຫຼັງ​ຈາກ​ການ​ບຸກ​ໂຈມ​ຕີ​ຂອງ Ukraine​.

“ການຕັດສິນໃຈທີ່ຈະອອກຈາກຣັດເຊຍໂດຍການຂາຍເວັບເທຣດໃຫ້ CommEx, ເຊິ່ງຈະເຮັດໃຫ້ການເທຣດແບບ P2P ໃນ Binance ຈະບໍ່ຮອງຮັບຄູ່ເທຣດຣູເບິນຣັດເຊຍ (RUB) ອີກຕໍ່ໄປ” Binance ກ່າວໃນການປະກາດມື້ນີ້.

ເຖິງວ່າຈະມີການຂາຍທຸລະກິດຂອງຕົນໃນຣັດເຊຍໄປແລ້ວ, Binance ຍັງຄົງໃຫ້ບໍລິການເທຣດຣູເບິນ ໃນແພລັດຟອມ P2P ຂອງຕົນ. ການຕັດສິນໃຈທີ່ຈະຢຸດການສະໜັບສະໜູນ RUB ນີ້ມີຈຸດປະສົງເພື່ອເສີມສ້າງຄວາມໝັ້ນຄົງທາງດ້ານກົດລະບຽບຢ່າງກວ້າງຂວາງ.

ຢ່າງໃດກໍຕາມ, ຜູ້ໃຊ້ສາມາດຊື້ຂາຍຣູເບິນໄດ້ໂດຍບໍ່ມີຄ່າທໍານຽມໃນ CommEX ໂດຍໃຊ້ບັນຊີ Binance ຂອງເຂົາເຈົ້າ. ກ່ອນເຖິງເວລາທີ່ກໍານົດໄວ້, Binance ອະນຸຍາດໃຫ້ຜູ້ໃຊ້ສາມາດຖອນຣູເບິນຜ່ານ Fiat Partners ເພື່ອແປງເປັນ Crypto ຫຼື ການເທຣດໃນຕະຫຼາດ Spot ຂອງ Binance.

ການຍຸຕິການສະໜັບສະໜູນເງິນຣູເບິນຂອງ Binance ໃນຄັ້ງນີ້ ກໍເພື່ອທີ່ປັບລົດການບໍລິການທີ່ກ່ຽວຂ້ອງກັບຣັດເຊຍ. ໃນຂະນະທີ່ການລົງໂທດທີ່ເພີ່ມທະວີຂຶ້ນ, ໜ່ວຍງານຄວບຄຸມດູແລທົ່ວໂລກກໍາລັງກົດດັນໃຫ້ແພລັດຟອມການແລກປ່ຽນສະກຸນເງິນດິຈິຕອນຊັ້ນນໍາທົ່ວໂລກໃຫ້ມີການປັບປຸງການຄວບຄຸມການຟອກເງິນ ແລະ ຫຼຸດຜ່ອນການຫຼີກເວັ້ນຈາກການຂວ້ຳບາດ.

ການເຄື່ອນໄຫວນີ້ເກີດຂຶ້ນຫຼັງຈາກຄວາມທ້າທາຍດ້ານກົດລະບຽບຫຼ້າສຸດຂອງ Binance. ໃນເດືອນພະຈິກ ປີ 2023, Binance ໄດ້ຕົກລົງກັບ OFAC ສໍາລັບການປັບໃໝ 3.4 ຕື້ໂດລາ ໃນໂທດຖານ​ການ​ລະ​ເມີດ​ຂໍ້​ກໍາ​ນົດ​ການ​ຂວ້ຳບາດ​ຫຼາຍການ,​ ໂດຍຂໍ້ຕົກລົງດັ່ງກ່າວລວມເຖິງມາດຕະການແກ້ໄຂທີ່ສຳຄັນເຊັ່ນ: ການປັບປຸງນະໂຍບາຍ ແລະຂັ້ນຕອນການປະຕິບັດຕາມຂໍ້ກຳນົດທີ່ປັບປຸງໃໝ່ ໂດຍຮຽກຮ້ອງໃຫ້ຜູ້ໃຊ້ທຸກຄົນຕ້ອງຜ່ານ KYC ແລະ ໃຫ້ມີການກວດສອບລູກຄ້າໃນແຕ່ລະໄລຍະ.

ທີ່ມາ:

cryptobriefing

kelleydrye

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/