ລາຍງານໃໝ່ເປີດເຜີຍ! ຕະຫຼາດຊັບສິນດິຈິຕອນໄດ້ມີເມັດເງິນ​​ໄຫຼ​ເຂົ້າ​ມາເຖິງ 43 ລ້ານໂດລາ​ໃນ​ອາທິດ​ທີ່​ຜ່ານ​ມາ


ການລົງທຶນໃນຊັບສິນດິຈິຕອນຍັງຄົງສືບຕໍ່ມີທ່າອ່ຽງຂາຂຶ້ນ. ​ໂດຍໃນ​ອາ​ທິດ​ທີ່ຜ່ານ​ມາ​ນີ້ ໄດ້ມີເງິນທຶນໄຫຼ​ເຂົ້າ​ມາ​ໃນຕະຫຼາດດິຈິຕອນເປັນ​ມູນ​ຄ່າ 43 ລ້ານ​ໂດ​ລາ ເຊິ່ງນີ້ແມ່ນອາທິດທີ 11 ຕິດຕໍ່ກັນທີ່ພວກເຮົາໄດ້ເຫັນເມັດເງິນໄຫຼເຂົ້າມາໃນຕະຫຼາດຊັບສິນດິຈິຕອນ.

ຢ່າງໃດກໍຕາມ, ອັດຕາການເຕີບໂຕໄດ້ມີການເຄື່ອນໄຫວຊ້າລົງເມື່ອທຽບກັບອາທິດທີ່ຜ່ານມາ, ໂດຍ CoinShares ລາຍງານວ່ານັກລົງທຶນບາງຄົນເລີ່ມເປີດ Short position ຫຼາຍຂຶ້ນ, ອັນເນື່ອງມາຈາກລາຄາຂອງຊັບສິນດິຈິຕອນຈໍານວນໜຶ່ງໄດ້ມີການປັບຕົວເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ນັກລົງທຶນກຸ່ມນີ້ໄດ້ຄາດການວ່າ ລາຄາອາດຈະມີການປັບຕົວລົງໃນອະນາຄົດ.

ໃນສ່ວນຮຸ້ນຂອງ blockchain ນັ້ນໄດ້ມີເງິນທຶນໄຫຼເຂົ້າຂອງທຶນຂອງຕົນສູງສຸດເປັນປະຫວັດສາດທີ່ 126 ລ້ານໂດລາ, Bitcoin ເອງກໍມີເມັດເງິນໄຫຼເຂົ້າເຖິງ 20 ລ້ານໂດລາ. ນີ້​ເຮັດ​ໃຫ້​ຍອດ​ລວມມູນ​ຄ່າ​ທັງ​ໝົດ​ຂອງ​ປີ​ນີ້​ມີຫຼາຍເຖິງ 1,7 ຕື້​ໂດ​ລາ​ສະຫະລັດ. ແຕ່ສິ່ງທີ່ໜ້າສົນໃຈກໍຄື ການເປີດຄຳສັ່ງ Short position ໃນ Bitcoin ເພີ່ມຂຶ້ນ 8.6 ລ້ານໂດລາ, ເຊິ່ງນີ້ສະແດງໃຫ້ເຫັນຄວາມບໍ່ແນ່ນອນກ່ຽວກັບທ່າອ່ຽງຂອງລາຄາໃນອະນາຄົດ.

ໃນສ່ວນຂອງ Ethereum ກໍໄດ້ມີການປີ້ນກັບຈາກທ່າອ່ຽງຂາລົງ ໂດຍມີເງິນທຶນໄຫຼເຂົ້າ 10 ລ້ານໂດລາໃນໄລຍະ 6 ອາທິດທີ່ຜ່ານມາ. ຫຼັງ​ຈາກ​ກ່ອນໜ້ານີ້ທີ່​ມີ​ເງິນທຶນໄຫຼອອກ​ກວ່າ 125 ລ້ານ​ໂດ​ລາ​, ໂດຍການປ່ຽນແປງໃນຄັ້ງນີ້ສົ່ງຜົນໃຫ້ເງິນທຶນໄຫຼເຂົ້າທັງໝົດແມ່ນ 19 ລ້ານ​ໂດ​ລາ.

ສຳລັບ altcoins ອື່ນໆເຊັ່ນ: Solana ແລະ Avalanche ກໍຍັງໄດ້ຮັບຄວາມນິຍົມເຊັ່ນກັນ ໂດຍມີ​ເງິນ​ທຶນໄຫຼ​ເຂົ້າ​ມາ 3 ລ້ານ​ໂດ​ລາ​ ແລະ 2 ລ້ານ​ໂດ​ລາ ຕາມ​ລຳດັບ.

​ເມື່ອ​ພິຈາລະນາ​ເຖິງ​ພູມິພາກ, ຢູໂຣບໄດ້ກາຍເປັນ​ຜູ້​ນຳ​ດ້ວຍການໄຫຼເຂົ້າຂອງ​ເງິນ​ທຶນ 43 ລ້ານ​ໂດ​ລາ​. ສ່ວນຝັ່ງສະຫະລັດ​ໄດ້​ເຫັນ​ເງິນ​ທຶນໄຫຼ​ເຂົ້າ​ມາ 14 ລ້ານ​ໂດ​ລາ​, ເຄິ່ງໜຶ່ງ​ຂອງເງິນທຶນທີ່ໄຫຼເຂົ້າມາໄດ້ເທໄປທີ່ຝັ່ງ Short .​ ນອກຈາກນີ້​ຮ່ອງ​ກົງ ​ແລະ ບຣາຊິວ ໄດ້ພົບເຫັນມີເງິນທຶນໄຫຼອອກ 8 ລ້ານໂດລາ ແລະ 4.6 ລ້ານໂດລາ ຕາມລຳດັບ.

ທີ່ມາ:

coinpaprika

cryptonews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/