ໂອກາດມາແລ້ວ! SM ເປີດ Audition ລະດັບໂລກ ໃນປີ 2024


ໂອກາດມາແລ້ວ! ສຳລັບນ້ອງໆຄົນໃດທີ່ຢາກເປັນສິລະປິນ K-POP ເມື່ອທາງ SM Entertainment ໄດ້ເປີດຕົວການ Audition ລະດັບ Global ຄັ້ງໃຫຍ່ຂອງຄ້າຍໃນຊື່ “2024 SM GLOBAL AUDITION” ເພື່ອຄົ້ນຫາບຸກຄົນທີ່ມີພອນສະຫວັນ ແລະ ຄວາມສາມາດໃນການກ້າວເປັນສິລະປິນລະດັບໂລກ.

ໂດຍການ Audition ໃນຄັ້ງນີ້ຈະຈັດຂຶ້ນແບບອອນລາຍ ເລີ່ມຕົ້ນທີ່ເກົາຫຼີໃຕ້ ໃນໂຊລ ວັນທີ 6 ມັງກອນ 2024 ຕາມດ້ວຍໃນເມືອງຕ່າງເຊັ່ນ: ແດກູ, ປູຊານ, ແດຈອນ, ກວາງຈູ ແລະ ເຊຈູ ພ້ອມເດີນໜ້າເປີດ Audition ໃນຕ່າງປະເທດເຊັ່ນ ປະເທດຢີ່ປຸ່ນ, ສະຫະລັດອາເມຣິກາ, ແຄນາດາ ແລະ ໄທ.

ການລົງທະບຽນລ່ວງໜ້າສາມາດລົງທະບຽນຜ່ານທາງເວັບໄຊ “2024 SM GLOBAL AUDITION” ເປີດຮັບຜູ້ສະໝັກທີ່ມີອາຍຸລະຫວ່າງປີ 2005 ຫາ 2013 ບໍ່ຈຳກັດເພດ ຫຼື ສັນຊາດ ໂດຍຜູ້ທີ່ຜ່ານຮອບການຄັດເລືອກຈະມີໂອກາດໄດ້ຮັບການເຝິກຊ້ອມຈາກ SM ແລະ ມີໂອກາດເດບິວເປັນສິລະປິນໃໝ່ຂອງຄ້າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/