Barbie ກວາດລາຍໄດ້ມື້ເປີດຕົວເຖິງ 70,5 ລ້ານໂດລາ ພ້ອມສ້າງສະຖິຕິລາຍໄດ້ຮອບພຣີວິວສູງທີ່ສຸດໃນປີ 2023


ໃນຕອນນີ້ ຄົງບໍ່ມີໃຜບໍ່ຮູ້ຈັກ ຮູບເງົາ Barbie ເພາະຮູບເງົາເລື່ອງນີ້ກາຍເປັນມີມໃນໂລກອອນລາຍ ແລະ ທຸກຄົນຕ້ອງມາ Hi! Barbie ກັນຢ່າງແນ່ນອນ. ແຕ່ກະແສຂອງ Barbie ບໍ່ໄດ້ຢຸດທີ່ໂລກອອນລາຍພຽງເທົ່ານັ້ນ ແຕ່ໃນໂລກຄວາມເປັນຈິງຍັງສາມາດກວາດລາຍໄດ້ໄປຫຼວງຫຼາຍ.

ເມື່ອວັນພະຫັດ ທີ 20 ກໍລະກົດ 2023 ທີ່ຜ່ານມາ ຮູບເງົາເລື່ອງ Barbie ສາມາດກວາດລາຍໄດ້ຮອບພຣີວິວໃນສະຫະລັດອາເມຣິກາ ສູງຮອດ 22,3 ລ້ານໂດລາ ພ້ອມກັບກາຍເປັນຮູບເງົາທີ່ສາມາດກວາດລາຍໄດ້ໃນຮອບພຣີວິວສູງທີ່ສຸດໃນປີ 2023 ແລະ ສາມາດກວາດລາຍໄດ້ໃນມື້ທຳອິດທີ່ເຂົ້າສາຍໄປຮອດ 70,5 ລ້ານໂດລາໃນສະຫະລັດອາເມຣິກາ.

Variety ໄດ້ລາຍງານວ່າຮູບເງົາ Barbie ທີ່ກວາດລາຍໄດ້ຮອບພຣີວິວເຖິງ 22,3 ລ້ານໂດລາ ສົ່ງຜົນໃຫ້ຮູບເງົາເລື່ອງນີ້ ເປັນຮູບເງົາທີ່ເຮັດລາຍໄດ້ໃນຮອບພຣີວິວສູງທີ່ສຸດໃນປີ 2023 ແຊງໜ້າແຊ້ມເກົ່າແບບຂາດລອຍຢ່າງຮູບເງົາ Guardians of the Galaxy Vol. 3 ທີ່ເຮັດໄວ້ 17,5 ລ້ານໂດລາ ເປັນການເປີດຕົວທີ່ໜ້າເພິ່ງພໍໃຈຢ່າງຫຼວງຫຼາຍສຳລັບຮູບເງົາເລື່ອງນີ້.

ແນ່ນອນວ່າກະແສຂອງ Barbie ພາໃຫ້ຮູບເງົາສາມາດກວາດລາຍໄດ້ມື້ທຳອິດທີ່ເຂົ້າສາຍໃນອາເມຣິກາໄປຮອດ 70,5​ ລ້ານໂດລາ ເຊິ່ງສູງກວ່າການຄາດການເອົາໄວ້ວ່າປະມານ 3 ມື້ຈຶ່ງຈະໄດ້ 60 ລ້ານ ດ້ວຍການເປີດຕົວມື້ທຳອິດມາດີຂະໜາດທີ່ວ່າຫຼາຍສຳນັກຄາດການເອົາໄວ້ວ່າ ຈາກຍອດການຈອງປີ້ທີ່ສູງເປັນປະຫວັດສາດ ອາດຈະສາມາດກວາດລາຍໄດ້ອາທິດທຳອິດໃນສະຫະລັດອາເມຣິກາ ດ້ວຍລາຍໄດ້ 155 ລ້ານໂດລາ ຈາກທຶນສ້າງຮູບເງົາປະມານ 145 ລ້ານໂດລາ.

ຮູບເງົາ Barbie ເປັນຜົນງານທີ່ດັດແປງມາຈາກຂອງຫຼິ້ນສຸດໂດ່ງດັງຈາກ Mattel ກາຍເປັນຮູບເງົາສະບັບຄົນສະແດງພ້ອມກັບການກັບກຳຄັ້ງທຳອີດຂອງ Greta Gerwig ແລະ ຜູ້ຂຽນບົດຢ່າງ Noah Baumbach ວ່າດ້ວຍເລື່ອງຂອງ Barbie ທີ່ອອກເດີນທາງຈາກດິນແດນ Barbieland ສູ່ໂລກຄວາມເປັນຈິງເພື່ອຄົ້ນຫາເປົ້າໝາຍຂອງຊີວິດ ສຳລັບໃນປະເທດລາວເຂົ້າໂຮງໃນວັນທີ 27​ ກໍລະກົດ 2023.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/