ເຄິ່ງປີທຳອິດ ອັດຕະປື ເກັບກູ້ໜີ້ສິນ ແລະ ສາມາດເກັບລາຍຮັບໄດ້ 300 ຕື້ກວ່າກີບ


ວັນທີ 17 ກໍລະກົດ 2023 ທີ່ຜ່ານມາ ທີ່ພະແນກການເງິນ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຊຸກຍູ້ລາຍຮັບ, ເກັບກູ້ໜີ້ສິນ ແລະ ເກັບກໍາຂໍ້ມູນ, ສໍາຫຼວດຖານລາຍຮັບ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023 ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ໂດຍໃຫ້ກຽດເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີຄະນະນໍາຂອງແຂວງ, ຄະນະນໍາ 5 ເມືອງ, ພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນທີ່ປະຊຸມທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ໄລຍະ 6 ເດືອນຜ່ານມາ ຄະນະຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊຸກຍູ້ເລັ່ງທວງເກັບກູ້ໜີ້ສິນ ທີ່ຍັງຄ້າງນໍາຫົວໜ່ວຍຜູ້ປະກອບການ, ບໍລິສັດ ແລະ ບັນດາໂຄງການລົງທຶນຕ່າງໆ ພ້ອມທັງເກັບກໍາຂໍ້ມູນ, ສໍາຫຼວດຖານລາຍຮັບທີ່ເກີດຂຶ້ນໃໝ່.

ສັງລວມແລ້ວຜ່ານການຈັດຕັ້ງປະຕິບັດກົນໄກເກັບລາຍຮັບ ຕິດພັນກັບການຫັນເປັນທັນສະໄໝ ເຫັນວ່າເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສະແດງອອກໃນ 6 ເດືອນຕົ້ນປີ 2023 ສາມາດຈັດເກັບລາຍຮັບໄດ້ທັງໝົດ 308 ຕື້ກວ່າກີບ, ເທົ່າກັບ 55,95% ຂອງແຜນການປີ, ທຽບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 237%.

ອັນທີ່ພົ້ນເດັ່ນລາຍຮັບຂອງແຂວງ ປະຕິບັດໄດ້ທັງໝົດ 269 ຕື້ກວ່າກີບ, ເທົ່າກັບ 58,46% ຂອງເເຜນການປີ ແລະ ມາຮອດວັນທີ 12 ກໍລະກົດ 2023 ປະຕິບັດລາຍຮັບໄດ້ເພີ່ມຂື້ນເປັນ 333 ຕື້ກວ່າກີບ ຫຼື ເທົ່າກັບ 72,20% ຂອງແຜນການປີ, ໃນນີ້ ລາຍຮັບພູດສູນກາງ ມີ 38 ຕື້ກວ່າກີບ, ເທົ່າກັບ 42,96% ຂອງແຜນການປີ.

ເຊິ່ງພາສີປະຈໍາແຂວງ ປະຕິບັດໄດ້ 5 ຕື້ກວ່າກີບເທົ່າກັບ 119,07% ຂອງແຜນການປີ, ດ່ານພາສີສາກົນພູເກືອ ປະຕິບັດໄດ້ 32 ຕື້ກວ່າກີບ, ເທົ່າກັບ 39,75% ຂອງແຜນການປີ, ສ່ວນລາຍຮັບທ້ອງຖິ່ນ ປະຕິບັດໄດ້ 269 ຕື້ກວ່າກີບ, ເທົ່າກັບ 58,46% ຂອງແຜນການປີ, ເຊິ່ງມີລາຍຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 148 ຕື້ກວ່າກີບ, ເທົ່າກັບ 62,22% ຂອງແຜນການປີ, ຮັບຈາກຊັບສິນຂອງລັດ ປະຕິບັດໄດ້ 121 ຕື້ກວ່າກີບ, ເທົ່າກັບ 52,66% ຂອງແຜນການປີ.

ລາຍຮັບງົບປະມານ 5 ຕົວເມືອງ ປະຕິບັດໄດ້ 39 ຕື້ກວ່າກີບ, ເທົ່າກັບ 48,87% ຂອງແຜນການປີ ແລະ ເຄື່ອນຍ້າຍໃຫ້ສູນກາງ ມີ 61 ຕື້ກວ່າກີບ, ເທົ່າກັບ 24,33% ຂອງແຜນການປີ, ນອກຈາກນີ້ ຍັງມີລາຍຈ່າຍໃນ 6 ເດືອນຜ່ານມາ ປະຕິບັດໄດ້ທັງໝົດ 213 ຕື້ກວ່າກີບ, ເທົ່າກັບ 71,47% ຂອງແຜນການປີ, ເຊິ່ງສາມາດຈ່າຍເງິນເດືອນ,ເງິນນະໂຍບາຍ, ເງິນບໍລິຫານ, ເງິນດັດສົມ-ສົ່ງເສີມ ແລະ ເງິນລົງທຶນ ໄດ້ໂດຍພື້ນຖານ.

ຂໍ້ມູນຈາກ ແລະ ຮູບພາບ:

ຂ່າວສານອອນລາຍ ອັດຕະປື

ຂ່າວເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/