Apple ວາງເເຜນທີ່ຈະໃຫ້ບໍລິການ Health Coaching ເເນະນຳການອອກກຳລັງກາຍທີ່ຂັບເຄື່ອນດ້ວຍ AI


Apple ກຳລັງດຳເນີນການຢ່າງຫ້າວຫັນໃນການລວບລວມເອົາເທັກໂນໂລຢີ AI ມາໃຊ້ໃນການປັບປຸງດ້ານການບໍລິການສຸຂະພາບ ເເລະ ຟິດເນັສໃນເເອັບ Health ທີ່ມີ code-named ວ່າ Quartz ທີ່ຈະໃຫ້ຂໍ້ມູນ, ຄຳເເນະນຳໃນການອອກກຳລັງກາຍ ເເລະ ໂປຣເເກຣມເຝິກສອນທີ່ເໝາະສົມສຳລັບຜູ້ໃຊ້.

ໂດຍບໍລິການນີ້ຈະໃຊ້ຂໍ້ມູນຈາກ Apple Watch ເເລະ ຂໍ້ມູນຈາກເເອັບ Health ມາປະມວນຜົນເພື່ອໃຫ້ຄຳເເນະນຳໃນການສ້າງໂປຣເເກຣມການອອກກຳລັງກາຍທີ່ເໝາະສົມສຳລັບທ່ານ, ເຊິ່ງບໍລິການນີ້ຈະມີເເອັບເປັນຂອງຕົນເອງ ເເລະ ມີຄ່າບໍລິການລາຍເດືອນເພິ່ມເຕີມ. ຢ່າງໃດກໍຕາມບໍລິການດັ່ງກ່າວອາດຈະຍັງບໍ່ທັນໄດ້ເປີດຕົວຈົນກວ່າຈະຮອດປີ 2024 ເເລະ ອາດຈະມີການເລື່ອນອອກໄປ.

ນອກຈາກນີ້ ຍັງມີຂໍ້ມູນໃໝ່ທີ່ຖືກອັບເດດເຂົ້າມາອີກວ່າເເອັບ Health ຈະມີຄຸນສົມບັດ ສາມາດຕິດຕາມອາລົມ ເເລະ ການເເນມເຫັນໃນຮູບເເບບຕ່າງໆເຊັ່ນ: ສາຍຕາສັ້ນ… ຄຸນສົມບັດດັ່ງກ່າວຈະຊ່ວຍໃຫ້ຜູ້ໃຊ້ບັນທຶກອາລົມ ເເລະ ຕອບຄຳຖາມທີ່ກ່ຽວຂ້ອງໃນເເຕ່ລະມື້່ເພື່ອປຽບທຽບການປ່ຽນເເປງ. ໂດຍ Apple ຈະໃຊ້ algorithms ເພື່ອທຳຄວາມເຂົ້າໃຈອາລົມຂອງຜູ້ໃຊ້ໂດຍອີງໃສ່ຄໍາເວົ້າ, ຂໍ້ຄວາມ ແລະ ຂໍ້ມູນອື່ນໆ.

ແອັບ Health ເວີຊັນຂອງ iPad ຄາດວ່າຈະເປີດຕົວໃນງານ WWDC 2023 ເຊິ່ງເປັນສ່ວນໜຶ່ງຂອງການນຳສະເໜີ iPadOS 17, ຄາດວ່ານີ້ອາດຈະເພີ່ມຄວາມນິຍົມຂອງເເອັບໃນອຸດສາຫະກຳການດູເເລສຸຂະພາບ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/